ອົງການຂ່າວຣອຍເຕີໄດ້ລາຍງານວ່າປະເທດ ອາຟຣິກາໃຕ້ ແມ່ນກຳລັງກະກຽມໂຮງໝໍຂອງເຂົາ ເຈົ້າສຳລັບຄົນໄຂ້ເພີ່ມເຕີມ, ໃນຂະນະທີ່ໄວຣັສໂຄໂຣນາສາຍພັນ ໂອໄມຄຣອນ ໄດ້ຜັກດັນປະ ເທດເຂົ້າສູ່ກໍລະນີ COVID-19 ຄື້ນທີສີ່, ອີງຕາມການກ່າວຂອງປະທານາທິບໍດີ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ໃນວັນຈັນມື້ນີ້.
ສາຍພັນ ໂອໄມຄຣອນ ໄດ້ຖືກກວດພົບຄັ້ງທຳອິດໃນພາກໃຕ້ຂອງທະວີບ ອາຟຣິກາ ເມື່ອເດືອນແລ້ວນີ້ ແລະ ໄດ້ກໍ່ໃຫ້ມີການແຕກຕື່ນໃນທົ່ວໂລກ ໃນຂະນະທີ່ລັດຖະບານຕ່າງໆຢ້ານວ່າຈະມີການຕິດເຊື້ອເພີ່ມຂຶ້ນອີກຄັ້ງນຶ່ງ.
ການຕິດເຊື້ອໃນແຕ່ລະວັນຂອງ ອາຟຣິກາໃຕ້ ໃນອາທິດທີ່ຜ່ານມາໄດ້ເພີ່ມຂຶ້ນຫຼາຍກວ່າ 16,000 ກໍລະນີໃນວັນສຸກທີ່ຜ່ານມາ ຈາກປະມານ 2,300 ກໍລະນີໃນວັນຈັນ.
ທ່ານ ຣາມາໂຟຊາ ໄດ້ກ່າວໃນຖະແຫຼງການປະຈຳອາທິດວ່າ ສາຍພັນ ໂອໄມຄຣອນ ປາກົດວ່າຈະຄອບງຳກໍລະນີໃໝ່ໃນພື້ນທີ່ສ່ວນໃຫຍ່ຂອງ 9 ແຂວງໃນປະເທດ ແລະ ໄດ້ຮຽກຮ້ອງໃຫ້ປະຊາຊົນໄປສັກຢາວັກຊີນຕ້ານ COVID-19.
ທ່ານໄດ້ກ່າວວ່າ “ອາຟຣິກາໃຕ້ ຕອນນີ້ມີຢາວັກຊີນຈຳນວນທີ່ພຽງພໍ. ການສັກຢາວັກຊີນແມ່ນມີຄວາມຈຳເປັນສຳລັບການຟື້ນຟູເສດຖະກິດຂອງພວກເຮົາ ເພາະວ່າໃນຂະນະທີ່ປະຊາຊົນໄດ້ສັກຢາ ກິດຈະກຳທາງເສດຖະກິດໃນຂົງເຂດຕ່າງໆກໍຈະຖືກເປີດຫຼາຍຂຶ້ນ.”
ລັດຖະບານດັ່ງກ່າວຈະເປີດກອງປະຊຸມສະພາບັນຊາການໄວຣັສໂຄໂຣນາແຫ່ງຊາດ ເພື່ອທົບທວນສະຖານະພາບຂອງໂຣກລະບາດ ແລະ ຕັດສິນວ່າມາດຕະການເພີ່ມເຕີມແມ່ນມີຄວາມຈຳ ເປັນຫຼືບໍ່ເພື່ອເຮັດໃຫ້ປະຊາຊົນປອດໄພ, ອີງຕາມການກ່າວຂອງທ່ານ ຣາມາໂຟຊາ.
ບັນດານັກວິທະຍາສາດໃນ ອາຟຣິກາໃຕ້ ແລະ ປະເທດອື່ນໆແມ່ນກຳລັງເລັ່ງທີ່ຈະກຳນົດວ່າສາຍພັນ ໂອໄມຄຣອນ ແມ່ນຕິດແປດໄດ້ງ່າຍເກົ່າ, ຈະເຮັດໃຫ້ເກີດໂຣກທີ່ຮ້າຍແຮງກວ່າເກົ່າ ແລະ ຕ້ານຢາທີ່ມີຢູ່ຫຼາຍກວ່າເກົ່າຫຼືບໍ່.
ແຕ່ການອະທິບາຍ ກ່ຽວກັບ ອາການບາງອັນຈາກບັນດາແພດໝໍ ແລະ ຜູ້ຊ່ຽວຊານໃນ ອາຟຣິກາໃຕ້ ແມ່ນອຸ່ນໃຈ ແລະ ໄດ້ສະເໜີວ່າ ການຕິດເຊື້ອຈຳນວນຫຼາຍທີ່ໄດ້ເກີດຂຶ້ນນັ້ນແມ່ນບໍ່ແຮງ.
ທ່ານ ຣາມາໂຟຊາ ໄດ້ກ່າວວ່າ “ພວກເຮົາກຳລັງຕິດຕາມເບິ່ງຢ່າງໃກ້ຊິດ ກ່ຽວກັບ ອັດຕາການຕິດເຊື້ອ ແລະ ການເຂົ້າໂຮງໝໍ.”