ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີ ອາຟຣິກາໃຕ້ ຕິດເຊື້ອໂຄວິດ -19 ແຕ່ມີອາການບໍ່ຮ້າຍແຮງ


ປະທານາທິບໍດີອາຟຣິກາໃຕ້ ທ່ານ ຊີຣິວ ຣາມາໂຟຊາ ຕ້ອນຮັບນາງໝ້າຍເອລິຕາ ເດີ ຄເລິກ ພັນລະຍາອະດີດປະທ່ານາທິບໍດີ FW de Klerk ວັນທີ 12 ທັນວາ 2021.
ປະທານາທິບໍດີອາຟຣິກາໃຕ້ ທ່ານ ຊີຣິວ ຣາມາໂຟຊາ ຕ້ອນຮັບນາງໝ້າຍເອລິຕາ ເດີ ຄເລິກ ພັນລະຍາອະດີດປະທ່ານາທິບໍດີ FW de Klerk ວັນທີ 12 ທັນວາ 2021.

ອົງການຂ່າວຣອຍເຕີໄດ້ລາຍງານວ່າ ປະທານາທິບໍດີ ອາຟຣິກາໃຕ້ ອາຍຸ 69 ປີ ທ່ານ ຊີຣິລ ຣາມາໂຟຊາ(Cyril Ramaphosa) ໄດ້ກວດພົບວ່າຕິດເຊື້ອໂຄວິດ-19 ໃນວັນອາທິດວານນີ້, ແນວໃດກໍຕາມທ່ານໄດ້ສະແດງໃຫ້ເຫັນວ່າມີອາການບໍ່ແຮງ, ອີງຕາມການກ່າວຂອງທ່ານປະທານາທິບໍດີ.

ຖະແຫຼງການໄດ້ກ່າວເພີ້ມວ່າ “ທ່ານປະທານາທິບໍດີເລີ່ມຮູ້ສຶກບໍ່ສະບາຍ ຫຼັງອອກຈາກພິທິໄວ້ອາ ໄລແຫ່ງຊາດ ເພື່ອໃຫ້ກຽດແກ່ອະດີດຮອງປະທານາທິບໍດີ ເອັຟດັບເບິນຢູ ເດ ເຄຼີກ (FW de Klerk) ຢູ່ນະຄອນຫຼວງ ເຄບ ທາວນ໌ (Cape Town) ໃນຕອນເຊົ້າມື້ນີ້.”

ຢູ່ພິທີໄວອາໄລ ທ່ານ ຣາມາໂຟຊາ ທີ່ໃສ່ໜ້າກາກ ໄດ້ກ່າວສະດຸດີແກ່ຜູ້ນຳຄົນສຸດທ້າຍຂອງລັດຖະ ບານຊົນກຸ່ມນ້ອຍຜິວຂາວຂອງ ອາ ຟຣິກາໃຕ້, ຜູ້ທີ່ໄດ້ຊ່ວຍເຈລະຈາການສິ້ນສຸດນະໂຍບາຍແບ່ງແຍກສີຜິວ.

ທ່ານປະທານາທິບໍດີໄດ້ກ່າວຕື່ມວ່າ “ປະທານາທິບໍດີ ຜູ້ທີ່ໄດ້ສັກຢາຄົບແລ້ວ, ແມ່ນກຳລັງແຍກ ປ່ຽວຢູນະຄອນຫຼວງ ເຄບ ທາວນ໌ ແລະ ໄດ້ແຕ່ງວຽກງານຄວາມຮັບຜິດຊອບທັງໝົດໃຫ້ແກ່ ທີ່ຮອງປະທານາທິບໍດີ ເດວິດ ມາບູຊາ (David Mabuza) ສຳລັບອາທິດໜ້າ”

ໃນສອງສາມມື້ທີ່ຜ່ານມາ ການແຜ່ລະບາດທົ່ວປະເທດ ທີ່ເຊື່ອວ່າໄດ້ເຊື່ອມໂຍງກັບໄວຣັສໂຄໂຣນາ ສາຍພັນໃໝ່ ໂອໄມຄຣອນ ໄດ້ຕິດຕໍ່ປະຊາຊົນປະມານ 20,000 ຄົນຕໍ່ມື້. ບັນດານັກວິທະຍາສາດອາຟຣິກາໃຕ້ ບໍ່ເຫັນສັນຍານທີ່ວ່າວ່າ ສາຍພັນ ດັ່ງກ່າວນັ້ນໄດ້ເຮັດໃຫ້ເກີດການລົ້ມປ່ວຍທີ່ຮຸນ ແຮງກວ່າ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG