ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຂອງອາຟຣິກາໃຕ້ ວາງ ນະໂຍບາຍຕ່າງໆ ແລະ ວັນການເລືອກຕັ້ງ


ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ຊີໂຣລ ຣາມາໂຟຊາ ກ່າວຄຳປາໄສ ກ່ຽວກັບ ສະພາການຂອງປະເທດຊາດ ຢູ່ລັດຖະສະພາ ໃນນະຄອນຫຼວງ ເຄບທ້າວນ໌ ຂອງອາຟຣິກາໃຕ້, ວັນທີ 7 ກຸມພາ 2019.
ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ຊີໂຣລ ຣາມາໂຟຊາ ກ່າວຄຳປາໄສ ກ່ຽວກັບ ສະພາການຂອງປະເທດຊາດ ຢູ່ລັດຖະສະພາ ໃນນະຄອນຫຼວງ ເຄບທ້າວນ໌ ຂອງອາຟຣິກາໃຕ້, ວັນທີ 7 ກຸມພາ 2019.

ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ຊີໂຣລ ຣາມາໂຟຊາ ໄດ້ສວຍໃຊ້ໂອກາດຢ່າງ
ເຕັມສ່ວນ ຂອງການຖືກຈັບກຸມຂອງທ່ານນັ້ນ ໃນຂະນະ ກ່າວຄຳປາໄສ ປະຈຳປີ ຄັ້ງ
ທີສອງ ຕໍ່ບັນດາຜູ້ຊົມທົ່ວປະເທດ ໃນຖານະເປັນປະທານາທິບໍດີ ແລະຕໍ່ໜ້າລັດຖະ-
ສະພາ ໃນນະຄອນຫຼວງ ເຄບທ້າວນ໌.

ການກ່າວຄຳປາໄສ ກ່ຽວກັບ ສະພາບການຂອງປະເທດຊາດ ທີ່ມີຫຼາກຫຼາຍເລື້ອງທີ່
ກວ້າງຂວາງ ໃນໄລຍະສອງຊົ່ວໂມງ ເມື່ອຄ່ຳຄືນວັນພະຫັດຜ່ານມານີ້ ໄດ້ກວມລວມ
ເອົາຫຼາຍໆຫົວຂໍ້ ໃນການໃຫ້ລາຍລະອຽດໃນແຕ່ລະນາທີ ຊຶ່ງສື່ມວນຊົນໃນທ້ອງຖິ່ນ
ແຫ່ງນຶ່ງ ພະຍາຍາມຕັດມັນລົງໃຫ້ເຫຼືອພຽງແຕ່ຈຸດທີ່ສຳຄັນໆ ແລະໄດ້ຕັດລົງເຫຼືອຢູ່
17 ເລື້ອງເທົ່ານັ້ນ.

ນັກຂຽນບົດ ຜູ້ທີ່ມີຊື່ສຽງ ອີກທ່ານນຶ່ງ ໄດ້ອະທິບາຍເຖິງ ປະທານາທິບໍດີ ຣາມາໂຟຊາ
ແບບປະຈົບປະແຈງ ວ່າ ເປັນນັກນະໂຍບາຍ“ເນີຣດ໌” ຫຼື ຜູ້ທີ່ຂາດທັກສະໃນດ້ານສັງຄົມ.

ຫາກແຕ່ກຸ່ມນັກທຸລະກິດ ແລະພວກນັກການເມືອງທີ່ປະຕິບັດງານມາເປັນຍາວນານ ກໍບໍ່
ມີບັນຫາ ໃນການບົ່ງບອກໄດ້ເຖິງ ບຸລິມະສິດຂອງທ່ານ ໃນປະເທດບ່ອນທີ່ ອັດຕາການ
ວ່າງງານ ໄດ້ເພີ້ມສູງຂຶ້ນ ກາຍ 27 ເປີເຊັນ ເມື່ອບໍ່ດົນມານີ້.

“ນອກເໜືອຈາກທຸກສິ່ງທຸກຢ່າງ ພວກເຮົາຕ້ອງເຮັດ ໃຫ້ເສດຖະກິດຂອງພວກເຮົາ
ດີຂຶ້ນອີກເທື່ອນຶ່ງ”
ທ່ານ ຣາມາໂຟຊາ ໄດ້ກ່າວໄປ ແລະກ່າວຕໍ່ວ່າ “ຂ້າພພະເຈົ້າ ຮຽກ
ຮ້ອງຕໍ່ຊາວອາຟຣິກາໃຕ້ ໝົດທຸກຄົນ ໃຫ້ເອົາຕົ້ນເຫດນີ້ ມາເປັນຂອງພວກທ່ານເອງ.
ເພາະວ່າ ໃນເວລາທີ່ພວກເຮົາປະສົບຜົນສຳເລັດ --ແລະຖ້າພວກເຮົາເຮັດ ແນ່ນອນ
ພວກເຮົາຕ້ອງໄດ້ເຮັດ -- ມັນແມ່ນທັງປະເທດ ທີ່ຈະໄດ້ຮັບຜົນປະໂຫຍດ. ບັດນີ້ ໃນ
ຖານະເປັນລັດຖະບານ ໃນຖານເປັນນັກທຸລະກິດ ໃນຖານະເປັນຄົນງານ ໃນຖານະ
ເປັນພົນລະເມືອງທັງໝົດ ຂອງພວກເຮົາ ຈົງໃຫ້ພວກເຮົາສາມັກຄີກັນ ເພື່ອຮັບເອົາ
ວັນຂ້າງໜ້າ.”

ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ເຈກກັບ ຊູມາ ກ່າວຄຳປາໄສ ກ່ຽວກັບ ສະພາບການຂອງ ປະເທດຊາດ ຢູ່ລັດຖະສະພາ ໃນຄອນຫຼວງ ເຄບທ້າວນ໌ ຂອງອາຟຣິກາໃຕ້, ວັນທີ 17 ມິຖຸນາ 2014.
ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ເຈກກັບ ຊູມາ ກ່າວຄຳປາໄສ ກ່ຽວກັບ ສະພາບການຂອງ ປະເທດຊາດ ຢູ່ລັດຖະສະພາ ໃນຄອນຫຼວງ ເຄບທ້າວນ໌ ຂອງອາຟຣິກາໃຕ້, ວັນທີ 17 ມິຖຸນາ 2014.

ທ່ານຣາມາໂຟຊາ ໄດ້ເຂົ້າມາຮັບຕຳແໜ່ງ ບໍ່ດົນກ່ອນໜ້າ ການກ່າວຄຳປາໄສ ກ່ຽວກັບ
ສະພາບການຂອງປະເທດຊາດ ເມື່ອປີກາຍນີ້ ຫຼັງຈາກ ອະດີດປະທານາທິບໍດີ ເຈກກັບ
ຊູມາ ຜູ້ທີ່ບໍ່ເປັນທີ່ນິຍົມແລ້ວ ໄດ້ຖືກກົດດັນໃຫ້ອອກຈາກຕຳແໜ່ງ ຍ້ອນເລື້ອງນອງນັນ
ກ່ຽວກັບການສໍ້ລາດບາງຫຼວງ ທີ່ເກີດຂຶ້ນຕິດຕໍ່ກັນມາ.

ທ່ານ ຊູມາ ບໍ່ໄດ້ລວມຢູ່ໃນບັນດາອະດີດປະທານາທິບໍດີ ຜູ້ທີ່ໄດ້ໄປເຂົ້າຮ່ວມ ໃນຄ່ຳຄືນ
ຂອງການກ່າວຄຳປາໄສ ໃນນະຄອນຫຼວງເຄບທ້າວນ໌.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG