ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອາຟຣິກາໃຕ້ ສັ່ງໃຫ້ ຕຳຫຼວດ 8 ຄົນ ພັກການ

ຮູບຈາກວີດີໂອຂອງມື້ກ້ອງສະໝັກຫຼິ້ນ ທີ່ນຳອອກເຜີຍແຜ່ ໂດຍໜັງສືພິມ Daily Sun ຂອງອາຟຣິກາໃຕ້ ທີ່ສະແດງໃຫ້ເຫັນວ່າ ຕຳຫຼວດອາຟຣິກາໃຕ້ ໄດ້ເອົາກັບມື ໃສ່ແຂ່ງຄົນຂັບລົດແທັກຊີຊາວໂມຊຳບິກ ຕິດໃສ່ກົ້ນລົດຕູ້ຕຳຫຼວດ ແລະກໍແກ່ລາກໄປຕາມທາງ ທີ່ເມືອງ Daveyton.

ຕຳຫຼວດອາຟຣິກາໃຕ້ໄດ້ສັ່ງພັກການຕຳຫຼວດ 8 ຄົນທີ່ຖືກກ່າວຫາ
ວ່າພົວພັນກັບການເສຍຊີວິດຂອງຜູ້ຊາຍຄົນນຶ່ງ ທີ່ຖືກແກ່ລາກໄປ ຕາມຫົນທາງຈາກກົ້ນລົດຕຳຫຼວດ.

ອະທິບໍດີ ກົມຕຳຫຼວດ Riah Phiyega ກ່າວໃນວັນສຸກມື້ນີ້ວ່າ ຜູ້
ບັນຊາການຕຳຫລວດ ໃນເຂດທ້ອງຖິ່ນຄົນນຶ່ງ ກໍໄດ້ຖືກປົດອອກ ຈາກໜ້າທີ່ຂະນະທີ່ການສືບສວນກ່ຽວກັບຄະດີຍັງດຳເນີນຢູ່ຕໍ່ໄປ.

ຮູບວີດີໂອກ່ຽວກັບເຫດຮ້າຍດັ່ງກ່າວສະແດງໃຫ້ເຫັນວ່າ ທ້າວ Mi
do Macia ອາຍຸ 27 ປີຊຶ່ງເປັນຄົນຂັບລົດແທັກຊີ່ຈາກປະເທດໂມ
ຊຳບິກໄດ້ຖືກໃສ່ກັບມືຕິດກັບກົ້ນລົດຕຳຫຼວດ. ໃນວີດີໂອຊຶ່ງຖ່າຍ ໂດຍພວກຄົນ ທີ່ຍ່າງຜ່ານໄປມານັ້ນ ຜູ້ຄົນໄດ້ຮ້ອງຂໍໃຫ້ຕຳຫຼວດ
ຢຸດລົດແຕ່ລົດຄັນດັ່ງກ່າວຍັງແລ່ນຕໍ່ໄປ. ທ້າວ Macia ໄດ້ເສຍຊີ
ວິດ ໃນເວລາຕໍ່ມາ ໃນຂະນະທີ່ຢູ່ພາຍໃຕ້ການຄວບຄຸມ ຂອງຕຳ
ຫຼວດ.

ກ່ອນໜ້ານີ້ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma
ໄດ້ປະນາມກ່ຽວກັບການເສຍຊີວິດຂອງທ້າວ Macia ໂດຍກ່າວ
ເຖິງວີດີໂອ ກ່ຽວກັບເຫດຮ້າຍດັ່ງກ່າວນັ້ນວ່າ ໜ້າຢ້ານກົວ ລົບກວນຈິດໃຈ ແລະເປັນທີ່ຮັບ ເອົາບໍ່ໄດ້.
XS
SM
MD
LG