ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຕຳ​ຫຼວດ​ ອາ​ຟ​ຣິ​ກາ​ໃຕ້ ຈັບ 90 ຄົນ ໃນ​ຂະ​ນະ​ທີ່​ ຄວາມ​ບໍ່​ສະ​ຫງົບ ດຳ​ເນີນ​ຕໍ່​ ໃນ​ເມືອງ​ຕ່າງໆ


​ຜູ້​ຊາຍ​ຄົນ​ນຶ່ງ​ແລ່ນ​ໜີ​ຈາກ​ແກັ​ສ​ນ້ຳ​ຕາ ຫຼັງ​ຈາກ​ລັກ​ເຄື່ອງຂອງ​ຈາກ​ຮ້ານ ຢູ່​ເມືອງ ເຈີ​ມິ​ສ​ຕັນ (Germiston,) ພາກ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ ​ໂຈແ​ຮ​ນແນ​ສ​ເບີກ ອາ​ຟ​ຣິ​ກາ​ໃຕ້ ວັນ​ທີ 3 ການ​ຍາ 2019.
​ຜູ້​ຊາຍ​ຄົນ​ນຶ່ງ​ແລ່ນ​ໜີ​ຈາກ​ແກັ​ສ​ນ້ຳ​ຕາ ຫຼັງ​ຈາກ​ລັກ​ເຄື່ອງຂອງ​ຈາກ​ຮ້ານ ຢູ່​ເມືອງ ເຈີ​ມິ​ສ​ຕັນ (Germiston,) ພາກ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ ​ໂຈແ​ຮ​ນແນ​ສ​ເບີກ ອາ​ຟ​ຣິ​ກາ​ໃຕ້ ວັນ​ທີ 3 ການ​ຍາ 2019.

ປະ​ທາ​ນ​າ​ທິ​ບໍ​ດີ​ອາ​ຟຣິ​ກາ​ໃຕ້ ໄດ້​ກ່າວ​ປະ​ນາມ​ການປຸ້ນ​ສະ​ດົມ​ຢ່າງກວ້າງ​ຂວາງຫຼາຍມື້
ແລະ ການ​ລັກ​ລອບຈູດ​ໄຟ​ໃສ່​ຫ້າງ​ຮ້ານ​ທຸ​ລະ​ກິດ​ຕ່າງໆ​ທີ່​ຕ່າງ​ປະ​ເທດ​ເປັນ​ເຈົ້າ​ຂອງໃນ
ນະ​ຄອນ ​ໂຈ​ແຮນ​ແນ​ສ​ເປີກ ແລະ ​ເຂດ​ການປົກ​ຄອງ ປີ​ຣ​ໂຕ​ເຣຍ, ໂດຍ​ຮ້ອງ​ຄວາມ​ຮຸນ
​ແຮງວ່າ “ຮັບບໍ່​ໄດ້ຢ່າງ​ສິ້ນ​ເຊີງ.”

ປະ​ທາ​ນາ​ທິ​ບໍ​ດີ ​ຊິ​ຣິ​ລ ຣາ​ມາ​ໂຟ​ຊາ (Cyril Ramaphosa) ໄດ້ກ່າວ​ຢູ່​ໃນ​ວີ​ດີ​ໂອທີ່​ຖືກ
ເຜີຍ​ແຜ່​ຢູ່​ທວິດ​ເຕີໃນ​ວັນ​ອັງ​ຄານວ​ານ​ນີ້​ວ່າ “ພວກ​ເຮົາ​ເປັນ​ປະ​ເທດ​ທີ່​ບໍ່​ເຫັນ​ດີ​ກັບ​ຄວາມ
ຢ້ານ ຫຼື ຊັງ​ຄົນ​ຕ່າງ​ປະ​ເທດ​ຢ່າງ​ສິ້ນ​ເຊີງ. ພວກ​ເຮົາ​ບໍ່​ອະ​ນຸ​ຍາດ ແລະ​ບໍ່​ສາ​ມາດ​ອະ​ນຸ​
ຍາດ​ອົດກັ້ນ​ຕໍ່​ການ​ໂຈມ​ຕີ​ໃສ່​ຄົນຈາກ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ອື່ນໆ.”

ຕຳ​ຫຼວດ​ໄດ້ກະ​ຈາຍ​ກັນ​ອ​ອກ​ໄປ​ທົ່ວ​ຄູ້ມ​ບ້ານ​ຕ່າງໆ​ໃນ​ ນະ​ຄອນ ​ໂຈ​ແ​ຮນ​ແນ​ສ​ເປີກ
ແລະ ​ປີຣ​ໂຕ​ເຣຍ ໃນ​ຂະ​ນະ​ທີ່​ຄວາມ​ຮຸນ​ແຮງ​ຂະ​ຫຍາຍ​ເຂົ້າ​ສູ່​ມື້​ທີ​ສາມ​ໃນ​ອາ​ຟ​ຣິ​
ກາ​ໃຕ້.

ຕຳ​ຫຼວດ​ໄດ້​ຈັບ​ກຸມ​ຫຼາຍກວ່າ 90 ຄົນ ໃນ​ຫ້າ​ເຂດທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ ​ຄວາ​ມ
​ຮຸນ​ແຮງ. ຮ້ານຂາຍເຄື່ອງຫຼາຍ​ຮ້ານ​ຖືກກວດ​ລ້າງ ແລະ ​ເປົ່າ​ຫວ່າງ​ຍັງ​ຄົງ​ຖືກ​ປິດ​ໃນ​
ຂະ​ນະ​ທີ່​ເຈົ້າ​ຂອງຮ້ານ, ເຊິ່ງຫຼາຍ​ຄົນ​ເປັນ​ຊາວ​ຕ່າງ​ປະ​ເທດ, ທີ່ພາ​ກັນຢ້ານ​ໃນ​ການ​
ຈະ​ກັບ​ຄືນ​ໄປ​ຫາ​ຮ້ານ​ຂອງ​ເຂົາ​ເຈົ້າ.

ປະ​ທາ​ນາ​ທີ​ບໍ​ດີ​ ຣາ​ມາ​ໂຟ​ຊາ ໄດ້ກ່າວ​ວ່າ “ບໍ່​ມີ​ເຫດ​ຜົນ​ຫຍັງ​ໝົດ​ສຳ​ລັບ​ຄົນ​ຜູ້​ທີ່​ມີ​ຄວາມ​
ຮູ້ສຶກວ່າ ​ວຽກ​ການ​ຂອງ​ເຂົາ​ເຈົ້າ​ໄດ້ຖືກຍາດ​ເອົາ​ໄປ ໂດຍຄົນ​ທີ່​ມາ​ຈາກ​ດິນ​ແດນ​ຕ່າງ​
ປະ​ເທດ, ໃຫ້ໂຈມ​ຕີ​ເຂົາ​ເຈົ້າ ທຳ​ລາຍ​ຊັບ​ສົມ​ບັດ ແລະ ແທ້​ຈິງ​ແລ້ວ​ຂ້າ​ເຂົາ​ເຈົ້າດ້ວຍ.”

ທ່ານ ດາ​ຣັນ ເທ​ເລີ ນັກ​ຂ່າວ ວີ​ໂອ​ເອ ຢູ່​ໃນ​ນະ​ຄອນ​ ໂຈແຮນ​ແນ​ສ​ເປີກ ແລະ​ໄດ້ເຫັນ
​ຢ່າງ​ໃກ້​ຊິດ​ ກ່ຽວ​ກັບ ​ລະ​ດັບ​ຄວາມ​ເສຍ​ຫາຍ ແລະ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ເມືອງນັ້ນ.

ທ່ານ ເທ​ເລີ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ໄປ​ບ່ອນ​ທີ່ຄວາ​ມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້​ນມື້​ນີ້, ມັນມີ
​ກ້ອນ​ຫີນ, ມີ​ຕີນລົດ​ທີ່​ຖືກ​ໄຟ​ໄໝ້ຢູ່ທຸກ​ແຫ່ງ. ຢູ່ທຸກ​ບ່ອນ ເຈົ້າ​ຈະເຫັນຊອງ​ລູ​ກ​ປືນ​ຈາກ​
ອາ​ວຸດ​ຂອງ​ຕຳ​ຫຼວດ. ຢູ່ໃນ​ຕົວເມືອງ​ມື້​ເຊົ້າ​ນີ້ ໄດ້​ມີ​ສົບ​ຂອງແມ່​ຍິງ​ທີ່​ໄດ້​ເສຍ​ຊີ​ວິດຄົນ​ນຶ່ງ​. ​
ມີ​ລົດເກັງ ແລະ​ ລົດ​ເມ​ຫຼາຍ​ຄັນ​ທີ່ຖືກ​ໄຟ​ໄໝ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG