ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກແລ່ນ ໂອລິມປິກ ອາຟຣິກາໃຕ້ ຖືກນຳໂຕ ຂຶ້ນສານ ຖານ ຂ້າຄົນຕາຍ (ສະໄລດ໌/ວີດີໂອ)


ທ້າວ Oscar Pistorius (ກາງ) ຖືກນຳໂຕຈາກປ້ອມຕຳຫຼວດ Boschkop ທີ່ຕັ້ງຢູ່ທາງກໍ້າຕາເວັນອອກ ຂອງນະຄອນຫຼວງ ປຣີໂຕເຣຍ ໄປຂຶ້ນສານ (15 ກຸມພາ 2013)
ທ້າວ Oscar Pistorius (ກາງ) ຖືກນຳໂຕຈາກປ້ອມຕຳຫຼວດ Boschkop ທີ່ຕັ້ງຢູ່ທາງກໍ້າຕາເວັນອອກ ຂອງນະຄອນຫຼວງ ປຣີໂຕເຣຍ ໄປຂຶ້ນສານ (15 ກຸມພາ 2013)
ທ້າວ Oscar Pistorius ດາລານັກແລ່ນໂອລິມປິກອາຟຣິກາໃຕ້ ໄດ້ຮ້ອງໄຫ້ ຂະນະທີ່ລາວໄປປະກົດໂຕຢູ່ສານໃນວັນສຸກມື້ນີ້ເພື່ອ ປະເຊີນກັບຂໍ້ຫາສັງຫານຜູ້ສາວທີ່ເປັນນາງແບບຂອງລາວໃນຄະ ດີຄາດຕະກຳ ທີ່ເປັນເປົ້າສາຍຕາຂອງປະຊາຊົນທີ່ສ້າງຄວາມງົງ
ງວຍໃຫ້ແກ່ຊາວອາຟຣິກາໃຕ້ນັ້ນ.

ໄອຍະການກ່າວວ່າ ເຂົາເຈົ້າຈະໂຕ້ແຍ້ງວ່າ ນັກແລ່ນອາຟຣິກາ
ໃຕ້ ອາຍຸ 26 ປີຄົນນີ້ ໄດ້ເຈດຕະນາ ຂ້ານາງ Reeva Steen-
kamp ທີ່ພົບເຫັນວ່າຖືກຍິງຕາຍຢູ່ທີ່ເຮືອນຂອງນັກແລ່ນໃນຄຸ້ມ ທີ່ມີຍາມປະຕູເຂົ້າອອກຢູ່ທີ່ນະຄອນຫຼວງປຣີໂຕເຣຍໃນວັນແຫ່ງ
ຄວາມຮັກຫຼືວັນ Valentine ມື້ວານນີ້.

ຜູ້ສື່ຂ່າວຂອງວີໂອເອທີ່ໄປເອົາຂ່າວຢູ່ໃນສານເວົ້າວ່າ ທ້າວ Pis-
torius ໄດ້ຮ້ອງ ໄຫ້ແບບງຽບໆໂດຍເອົາມືປົກໜ້າໄວ້ຂະນະທີ່ສານເລີ້ມດຳເນີນຄະດີ. ລາວ ໄດ້ໃຊ້ເສື້ອແຈັກແກັດຂອງລາວປົກໜ້າບໍ່ໃຫ້ພວກນັກຂ່າວເຫັນ ແລະບໍ່ຍອມໃຫ້ຄວາມເຫັນ ໃດໆຂະນະທີ່ລາວຖືກສົ່ງແຕ່ຄຸກ ໄປຫາສານ ທີ່ນະຄອນຫຼວງອາຟຣິກາໃຕ້.



ຕຳຫຼວດເວົ້າວ່າ ນາງ Steenkamp ອາຍຸ 29 ປີ ຊຶ່ງເປັນນາງແບບ ຂອງວາລະສານ ແລະ ຮຽນຈົບກົດໝາຍນັ້ນ ໄດ້ຖືກຍິງ 4 ເທື່ອໂດຍປືນສັ້ນ 9 ມິນລີແມັດທີ່ຈົດທະບຽນເປັນຂອງ ທ້າວ Pistorius. ຕຳຫຼວດກ່າວວ່າ ລາວແມ່ນຜູ້ຕ້ອງສົງໄສແຕ່ພຽງຜູ້ດຽວເທົ່ານັ້ນ ໃນຄະດີ ນີ້.

ທ້າວ Pistorius ທີ່ຖືວ່າເປັນວິລະຊົນດ້ານກິລາ ແລະມີຊື່ສຽງໂດດເດັ່ນຂອງອາຟຣິກາໃຕ້ ນັ້ນ ໄດ້ສ້າງປະຫວັດສາດ ໃນເດືອນສິງຫາປີກາຍນີ້ ເວລາຜູ້ກ່ຽວໄດ້ກາຍເປັນບຸກຄົນທຳ ອິດທີ່ບໍ່ມີແຂ່ງທັງສອງເບື້ອງເຂົ້າແຂ່ງແລ່ນໃນການແຂ່ງຂັນກິລາໂອລິມປິກ. ຜູ້ຄົນໄດ້ຮູ້ຈັກ ລາວໃນຖານະ “ນັກແລ່ນໃບມີດ” ຍ້ອນເຂົ້າແຂ່ງຂັນດ້ວຍຂາປອມຮາຍເທັກ.

ກ່ຽວຂ້ອງກັນ

XS
SM
MD
LG