ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ້າວ Pistorius ຂຶ້ນສານ ອາ​ຟ​ຣິ​ກາ​ໃຕ້ ໃນ​ຂໍ້​ຫາ ຄາດຕະກຳ ຄົນຮັກ (ສະ​ໄລ​ດ໌/ວີດີໂອ)


ນັກ​ແລ່ນ ​ໂອ​ລິ​ມປິກ ທ້າວ Oscar Pistorius ​ໄດ້​ຖືກ​ດໍາ​
ເນີນ​ຄະດີ ​ໃນ ອາ​ຟຣິກາ​ໃຕ້ ​ໃນ​ຂໍ້​ຫາຄາດ​ຕະກໍາ​ ຄົນ
​ຮັກ ຢູ່​ທີ່​ເຮືອນ​ຂອງ​ລາວ​ປີ​ກາຍ​ນີ້.

ທ້າວ Pistorius ​ໄດ້ໄປ​ຂຶ້ນ​ສານ ວັນ​ຈັນ​ມື້​ນີ້ ທີ່ນະ​ຄອນ​
ຫລວງ Pretoria ​ແລະ ​ໄດ້​ກ່າວ​ຕໍ່​ສານ​ວ່າ ລາວ​ບໍ່​ມີ​ຄວາມ
​ຜິດ ໃນ​ຂໍ້​ຫາ ຄາດ​ຕະກໍາ ​ ເຮັດ​ປືນ​ລັ່ນ​ຍ້ອນ​ບໍ່​ລະມັດລະວັງ
ຫລື ມີ​ລູກປືນໃນ​ຄວາມຄອບ​ຄອງຢ່າງ​ຜິດ​ກົດໝາຍ.

ທິມທະນາຍຄວາມ​ຂອງ​ລາວ​ ອ່ານ​ຄໍາ​ ຖະ​ແຫລ​ງຈາກ ທ້າວ
Pitorius ຊຶ່ງ​ລາວ​ຮັບ​ສາລະພາບ​ວ່າ​ ໄດ້​ຍິງຄົນ​ຮັກ ຄືນາງ
​ແບບ Reeva Steenkamp ແທ້ ແຕ່​ກ່າວ​ວ່າ ລາວເຂົ້າ​ໃຈ​ຜິດ ຄິດ​ວ່າ​ຕົນ​ກໍາ ລັງ​ຍິງ​ໃສ່ຄົນ​
ຮ້າຍ ທີ່ບຸກລຸກ​ເຂົ້າໄປໃນ​ຫ້ອງ​ນໍ້າ ຂອງ​ລາວ.

ທ້າວ Pistorius ກ່າວ​ວ່າ ລາວ​ຄິດ​ວ່າ ນາງ Steenkamp ຍັງນອນ​ຢູ່​ໃນຕຽງ ແລະ ຫລັງ​
ຈາກ​ໄດ້​ຍິນ​ສຽງ​ຢູ່​ໃນ​ຫ້ອງ​ນໍ້າ ລາວ​ຄິດວ່າ ພວກ​ຕົນທັງ​ສອງ​ຄົນ​ ຕົກຢູ່​ໃນອັນ​ຕະລາຍ​.

Oscar Pitorius
please wait
Embed

No media source currently available

0:00 0:00:58 0:00

ບັນດາໄອ​ຍະ​ການ​ ກ່າວ​ວ່າ ທ້າວ Pistorius ​ໄດ້ສັງຫານ ນາງ Steenkamp ຫລັງ​ຈາກ
​ມີ​ການ​ຖົກ​ຖຽງ​ກັນ​ໃນ​ຄືນ​ນັ້ນ. ​ເຂົາ​ເຈົ້າ​ໄດ້​ຮ້ອງ​ພິຍານ​ຄົນ​ທໍາ​ ອິດ ​ຊຶ່ງ​ເປັນເພື່ອນ​ບ້ານ​ຄົນ
​ນຶ່ງ ມາ​ໃຫ້ການ ຊຶ່ງ​ຜູ້ກ່ຽວໄດ້​ບອກ​ສານ​ວ່າ ລາວໄດ້​ຍິນ “ສຽງ​ຮ້​ອງ​ຢ່າງ​ແຮງ​ແລະ​ໜ້າ​ຢ້ານ
​ກົວ” ດັງອອກ​ມາ​ຈາກ​ເຣືອນຂອງທ້າວ Pitorius​. ນາງກ່າວ​ອີກ​ວ່າ ​ໄດ້​ມີ​ສຽງ​ຮ້ອງ​ເທື່ອ​ທີ່​
ສອງ ​ແລະ​ຫລັງ​ຈາກ​ນັ້ນ​ ກໍມີ​ສຽງ​ປືນ​ຕິດຕາມມາ.

ຖ້າ​ຫາກ​ຖືກຕັດສິນ​ວ່າ ມີຄວາ​ມຜິດ​ໃນ​ຖານ​ວາງ​ແຜນ​ຄາດ​ຕະກໍາ​ ໄວ້​ລ່ວງ​ໜ້າ ທ້າວ
Pitorius ກໍ​ຈະປະເຊີນກັບ​ການ​ລົງ​ໂທດ ຈໍາ ຄຸກ​ຕະຫລອດ​ຊີວິດ.

ວີດີໂອ ກ່ຽວກັບ ທ້າວ Pistorius:

South Africa Prepares for Hotly Anticipated Oscar Pistorius Murder Trial
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ


XS
SM
MD
LG