ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາຟຣິກາໃຕ້ ຊັ່ງຊາເບິ່ງທາງເລືອກຕ່າງໆ ຫຼັງຈາກມີຄຳສັ່ງຈັບທ່ານປູຕິນ ຈາກສານ​ອາ​ຍາ​ສົນ​ກົນ


ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ (Vladimir Putin) ແລະ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ໂອລົມກັນໃນລະຫວ່າງກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາ ໃນຣີສອດ ແບລັກຊີ ຢູ່ທີ່ເມືອງ ໂຊຊີ, ຣັດເຊຍ, ວັນທີ 23 ຕຸລາ 2019
ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ (Vladimir Putin) ແລະ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ໂອລົມກັນໃນລະຫວ່າງກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາ ໃນຣີສອດ ແບລັກຊີ ຢູ່ທີ່ເມືອງ ໂຊຊີ, ຣັດເຊຍ, ວັນທີ 23 ຕຸລາ 2019

ເນື່ອງຈາກມີ​ຄຳ​ສັ່ງ​ຈັບ​ກຸມ ທ່ານ ວລາດີເມຍ ປູຕິນ ​ຂອງ​ສານ​ອາ​ຍາ​ສາ​ກົນ, ອາ​ຟ​ຣິ​ກາ​ໃຕ້​ກຳລັງ​ຊັ່ງ​ຊາ​ວ່າ ຈະ​ເຮັດ​ແນວ​ໃດ ຖ້າ​ຫາກ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຕອບຮັບຄຳ​ເຊື້ອ​ເຊີນ​ກ່ອນ​ໜ້າ​ນີ້ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ​ໃນ​ເດືອນ​ສິງ​ຫາທີ່ຈະມາເຖິງ ໃນ​ປະ​ເທດດັ່ງກ່າວ. ເຄທ ບາຣ໌ທເລັດທ໌ (Kate Bartlett) ລາຍງານຈາກ ນະຄອນໂຈແຮນແນັສເບີກ, ເຊິ່ງ ອາດນາສັກ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ສານ​ໃນ​ນະຄອນ ເຮັກ (Hague) ໄດ້​ອອກ​ໝາຍ​ຈັບ​ຜູ້​ນໍາຣັດ​ເຊຍ​ໃນ​ຕົ້ນ​ເດືອນ​ມີນາ​ຜ່ານ​ມາ ​ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ​ທີ່​ກ່ຽວ​ຂ້ອງ​ກັບການ​ເນລະ​ເທດ​ເດັກນ້ອຍ​ຊາວ​ຢູ​ເຄຣນ​ໄປ​ຍັງຣັດ​ເຊຍ. ອາ​ຟຣິ​ກາ​ໃຕ້ ​ເປັນ​ປະ​ເທດ​ທີ່​ລົງ​ນາມ​ໃນ​ ​ສົນ​ທິ​ສັນ​ຍາ Rome ເພື່ອ​ສ້າງ​ຕັ້ງ​ສານ​ອາ​ຍາ​ສາ​ກົນ ຫຼື ICC ທີ່​ບັງຄັບໃຫ້​ປະ​ເທດ​ຕ່າງໆ ມີ​ພັນ​ທະ​ຈະ​ຕ້ອງດຳເນີນການຕາມ​ຄໍາ​ສັ່ງ​ຈັບ​ກຸມ​ລະຫວ່າງປະເທດ​ຂອງ​ສານ​.

ແຕ່ ປຣີໂຕເຣຍ (Pretoria) ຍັງເປັນພັນທະມິດທີ່ໃກ້ຊິດກັບມົສກູ ແລະໄດ້ຫຼີກລ້ຽງການວິພາກວິຈານການບຸກລຸກຢູເຄຣນ ໃນປີ 2022 ຂອງຣັດເຊຍ - ໄປຈົນເຖິງການເຈລະຈາສອງຝ່າຍກັບລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ ເຊີ​ເກ ລາວຟ​ຣອ​ຟ (Sergey Lavrov) ໃນຕົ້ນປີນີ້ ແລະເປັນເຈົ້າພາບຕ້ອນ​ຮັບ​ກຳ​ປັ່ນ​ລົບ​ຣັດເຊຍ ໃນເດືອນກຸມພາ ​ເພື່ອ​ການຊ້ອມລົບທາງທະຫານຮ່ວມກັນ.

ທ່ານນາງນາເລດີ ແພນດໍ (Naledi Pandor), ລັດຖະມົນຕີການພົວພັນສາກົນຂອງປະເທດອາຟຣິກາໃຕ້, ກ່າວໃນການໃຫ້ສໍາພາດຕໍ່ສະຖານີວິທະຍຸທ້ອງຖິ່ນ SAfm ວ່າ ລັດຖະບານກໍາລັງລໍຖ້າຄວາມຄິດເຫັນທາງດ້ານກົດຫມາຍໃຫມ່ກ່ຽວກັບເລື່ອງນີ້ ແລະຈາກນັ້ນຈະພິຈາລະນາທາງເລືອກຕ່າງໆ ທີ່ມີ, ເຊິ່ງທ່ານນາງໄດ້ກ່າວວ່າ:

"ມັນເປັນສະຖານະການທີ່ຫຍຸ້ງຍາກ, ແຕ່ທ່ານຮູ້ບໍ່, ຂ້າພະເຈົ້າຄິດວ່າ ຄະນະລັດຖະບານ ຈຳເປັນຕ້ອງປຶກສາຫາລືກ່ຽວກັບເລື່ອງນີ້, ເມື່ອຂ້າພະເຈົ້າມີຄຳເຫັນ ຂ້າພະເຈົ້າຈະນໍາສະເໜີຕໍ່ຄະນະລັດຖະບານ, ດັ່ງນັ້ນ ການດໍາເນີນການຂອງພວກເຮົາຈະໄດ້ຮັບຄຳແນະນຳ ຈາກທັດສະນະໂດຍລວມ ຂອງລັດຖະບານ."

​ແນວ​ໃດ​ກໍຕາມ, ທ່ານລັດ​ຖະ​ມົນ​ຕີ​ໄດ້ປະຕິເສດ​ຄວາມ​ເປັນ​ໄປ​ໄດ້ ​ຂອງ​ການ​ຖອນ​ຄຳ​ເຊື້ອ​ເຊີນທ່ານ ປູຕິນ ໃຫ້ເຂົ້າຮ່ວມ​ກອງ​ປະ​ຊຸມ​ສຸດຍອດ ​ຂອງ​ກຸ່ມ​ປະ​ເທດມະຫາອຳນາດທາງ​ເສດ​ຖະ​ກິດ​ທີ່​ພົ້ນ​ເດັ່ນ ​ທີ່​ເອີ້ນ​ວ່າ ບຣິກສ໌ (BRICS) - ເຊິ່ງລວມມີ ບຣາຊິລ, ຣັດ​ເຊຍ, ອິນ​ເດຍ, ຈີນ ແລະ ອາ​ຟ​ຣິ​ກາ​ໃຕ້. ອາ​ຟຣິ​ກາ​ໃຕ້ ມີ​ກຳ​ນົດ​ຈະ​ເປັນ​ເຈົ້າ​ພາບ ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຂອງບັນ​ດາ​ຜູ້​ນຳ​ຂອງ​ກຸ່ມ​ ​ໃນ​ເດືອນ​ສິງ​ຫາ​ນີ້. ມົສກູ ຍັງ​ບໍ່​ທັນ​ໄດ້​ຢືນ​ຢັນ​ວ່າທ່ານປູຕິນ ຈະ​ເຂົ້າ​ຮ່ວມດ້ວຍຕົນເອງຫຼືບໍ່.

ທ່ານນາງແພນດໍ ຍັງໄດ້ວິຈານ ICC ວ່າບໍ່ມີສິ່ງທີ່ທ່ານນາງເອີ້ນວ່າ "ຮູບແບບການປະຕິບັດທີ່ເທົ່າທຽມກັນ" ຕໍ່ຜູ້ນໍາທຸກຄົນທີ່ຮັບຜິດຊອບຕໍ່ການລ່ວງລະເມີດກົດຫມາຍສາກົນ, ແລະການສຸມໃສ່ບາງລັດ ຫຼາຍກວ່າລັດອື່ນໆ.

​ແຕ່​ທ່ານດາເຣນ ເບີຣ໌ກແມນ (Darren Bergman), ລັດ​ຖະ​ມົນ​ຕີ​ເງົາ ​ດ້ານ​ການ​ພົວ​ພັນ​ສາ​ກົນ​ ຂອງ​ພັກ​ຝ່າຍ​ຄ້ານຫຼັກ ​ຂອງ​ອາ​ຟ​ຣິ​ກາ​ໃຕ້ ຫຼືທີ່ເອີ້ນວ່າ ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ, ກ່າວ​ວ່າ ລັດ​ຖະ​ບານ​ຕ້ອງ​ຍຶດ​ໝັ້ນ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຕໍ່ ICC, ເຊິ່ງທ່ານໄດ້ກ່າວວ່າ:

"ພັນທະມິດປະຊາທິປະໄຕ ເຊື່ອວ່າຄະນະລັດຖະບານ ບໍ່ຄວນຂະຫຍາຍການເຊື້ອເຊີນປະທານາທິບໍດີ ປູຕິນ ອີກຕໍ່ໄປ ແລະດັ່ງນັ້ນຈື່ງຄວນຖອນການເຊື້ອເຊີນນັ້ນ. ຖ້າບໍ່ດຳເນີນການ, ພວກເຂົາຄວນຈະກຽມພ້ອມ ທີ່ຈະອອກຄຳສັ່ງຈັບກຸມປະທານາທິບໍດີ ປູຕິນ.”

ທ່ານ ສຕີເວັນ ກຣູຊດ໌ (Steven Gruzd) ນັກວິ​ເຄາະ​ຣັດ​ເຊຍ ຢູ່ທີ່ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ​ອາ​ຟຣິ​ກາ​ໃຕ້ ກ່າວ​ຕໍ່ວີ​ໂອ​ເອ​ວ່າ ມີ​ຫລາຍ​ເສັ້ນ​ທາງ​ທີ່​ລັດ​ຖະ​ບານ​ສາ​ມາດ​ດຳເນີນການໄດ້. ມັນສາມາດຫລີກລ້ຽງບັນຫານີ້ໄດ້ ໂດຍການເຮັດໃຫ້ກອງປະຊຸມສຸດຍອດ ບຣິກສ໌ (BRICS) ເປັນແບບອອນລາຍ, ຖອນຕົວອອກຈາກສານທັງຫມົດ, ຫຼື, ຢ່າງເປັນໄປໄດ້ຫຼາຍທີ່ສຸດ, ພວກເຂົາສາມາດພະຍາຍາມຊອກຫາການປົກປ້ອງທາງການທູດ ສຳລັບ ທ່ານປູຕິນ ໃນຖານະເປັນປະມຸກລັດ.

ທ່ານ ກຣູຊດ໌ ໄດ້ກ່າວວ່າ:

“ພວກ​ເຮົາ​ໄດ້​ເຫັນ​ຄວາມ​ຫຍຸ້ງ​ຍາກ​ນີ້​ມາ​ກ່ອນ. ໃນປີ 2015, ທ່ານ ໂອມາຣ໌ ອັລ-ບາເຊຍຣ໌ (Omar al-Bashir) ຂອງຊູດານໄດ້ເຂົ້າມາໃນອາຟຣິກາໃຕ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດສະຫະພາບອາຟຣິກາ ແລະອາຟຣິກາໃຕ້ໄດ້ຮັບຄຳສັ່ງໃຫ້ຈັບກຸມລາວ. ມີຄໍາສັ່ງຂອງສານທ້ອງຖິ່ນ. ແຕ່ສິ່ງນີ້ໄດ້ຖືກເພີກເສີຍ ແລະຖືກຕໍ່ຕ້ານ, ແລະລາວໄດ້ຮັບອະນຸຍາດ ໃຫ້ຫຼົບໜີ ຈາກຄ້າຍທະຫານ​ແຫ່ງ​ນຶ່ງ.”

ທ່ານລູງາ ເຄັນເກເລເລ (Lunga Ngqengelele) ​ໂຄສົກກົມ​ການ​ພົວພັນ​ສາກົນ ​ແລະ​ການ​ຮ່ວມ​ມື​ຂອງ​ອາ​ຟຣິກາ​ໃຕ້ ກ່າວ​ຕໍ່​ວີ​ໂອ​ເອວ່າ ຄະນະ​ລັດຖະ ບານ​ຈະ​ປຶກສາຫາລືກັນ​ໃນ​ອາທິດ​ນີ້.

With an International Criminal Court arrest warrant out for Vladimir Putin, South Africa is weighing what to do if the Russian president accepts an earlier invitation to attend an August summit in the country.

The court in The Hague issued an arrest warrant for the Russian leader on March 17 for war crimes involving the deportation of Ukrainian children to Russia. South Africa is a signatory to the ICC's Rome Statute that obligates countries to execute the court's international arrest warrants.

But Pretoria is also a close ally with Moscow and has refrained from criticizing Russia's 2022 invasion of Ukraine – going as far as holding bilateral talks with Russian Foreign Minister Sergey Lavrov earlier this year and hosting Russian war ships in February for joint military exercises.

Naledi Pandor, South Africa's minister for international relations, told local radio station SAfm in an interview that the government was awaiting a refreshed legal opinion on the matter and would then consider its options.

"It is a difficult situation, but, you know, I think that the Cabinet needs to discuss this," she said. "Once I have the opinion I will take it to Cabinet, so our actions will be guided by the overall views of government."

However, the minister demurred on the possibility of withdrawing Putin's invitation to the summit of the group of emerging economic powers known as BRICS - Brazil, Russia, India, China, and South Africa. South Africa is due to host a summit of the bloc's leaders this August. Moscow has not yet confirmed whether Putin will attend in person.

Pandor also criticized the ICC for not having what she called an "evenhanded approach" to all leaders responsible for abuses of international law, and for focusing on some states rather than others.

But Darren Bergman, shadow minister for international relations with South Africa's main opposition party the Democratic Alliance, said the government must stick by its ICC commitments.

"The Democratic Alliance believes that the Cabinet should not be extending the invitation any more to President Putin and therefore should withdraw that invitation," he said. "If they do not, they should be ready to effect the warrant of arrest on President Putin."

Steven Gruzd, a Russia analyst at the South African Institute for International Affairs, told VOA there are a number of routes the government could take. It could dodge the issue by making the BRICS summit virtual, withdraw from the court entirely, or, most likely, he said, they could try looking for some sort of diplomatic immunity for Putin as a sitting head of state.

"We've seen this dilemma before," he said. "In 2015, Omar al-Bashir of Sudan came to South Africa for the African Union Summit and South Africa was ordered to arrest him. There was a local court order. But this was ignored and defied, and he was allowed to escape from a military base."

Lunga Ngqengelele, a spokesman for South Africa's Department of International Relations and Cooperation told VOA the Cabinet would likely discuss the matter this week.

XS
SM
MD
LG