ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາຟຣິກາໃຕ້ ໄວ້ອາໄລ ພະສັງຄະລາດ ແດັສມອນ ຕູຕູ


ຊໍ່ດອກໄມ້ ຖືກວາງໄວ້ຂ້າງຮູບຂອງ ພະສັງຄະລາດ ແດັສມອນ ຕູຕູ. ຢູ່ທີ່ໂບດ St. George ເມືອງ Cape Town ວັນທີ 26 ທັນວາ 2021.
ຊໍ່ດອກໄມ້ ຖືກວາງໄວ້ຂ້າງຮູບຂອງ ພະສັງຄະລາດ ແດັສມອນ ຕູຕູ. ຢູ່ທີ່ໂບດ St. George ເມືອງ Cape Town ວັນທີ 26 ທັນວາ 2021.

ອາຟຣິກາໃຕ້ ແມ່ນກຳລັງໄວ້ອາໄລເປັນເວລານຶ່ງອາທິດຈົນຮອດວັນສົ່ງສະການຂອງ
ພະສັງຄະລາດ ອີເມີຣີຕັສ ແດັສມັນ ຕູຕູ (Emeritus Desmond Tutu) ໃນວັນເສົາ
ນີ້ ຜູ້ທີ່ໄດ້ສິ້ນພະຊົນໃນວັນອາທິດວານນີ້ ລວມອາຍຸໄດ້ 90 ປີ.

ໃນຕອນທ່ຽງຂອງແຕ່ລະວັນ, ສຽງລະຄັງຢູ່ໂບດ ເຊ້ນ ຈອດຈ໌ (St. George) ຂອງ
ນະຄອນຫຼວງ ເຄບ ທາວນ໌ຈະດັງຢູ່ເປັນເວລາ 10 ນາທີ. ປື້ມແຂກຢ້ຽມຢາມແມ່ນ
ໄດ້ຖືກຈັດໄວ້ຢູ່ໂບດເພື່ອໃຫ້ຜູ້ມາໄວ້ອາໄລເຊັນ

ຫ້ອງການເມືອງຂອງນະຄອນຫຼວງ ເຄບ ທາວນ໌ ແລະ ພູ Table Mountain ຈະ
ຖືກໄຕ້ໄຟເປັນສີມ້ວງໃນແຕ່ລະຄືນຈົນຮອດວັນສົ່ງສະການ.

ພະສັງຄະລາດ ຕູຕູ ຜູ້ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ໄດ້ເປັນທີ່ຮູ້
ກັນດີຢູ່ທົ່ວໂລກ ສຳລັບການເຄື່ອນໄຫວຕ້ານການແບ່ງແຍກດ້ານເຊື້ອຊາດຜີວພັນ
ແລະ ການຕໍ່ສູ້ສະໜັບສະໜູນສິດທິມະນຸດ ແມ່ນມີກຳນົດຖືກນຳໄປວາງໄວ້ຢ່າງ
ເປັນທາງການໄວ້ຢູ່ໂບດໃຫຍ່ມະຫາວິຫານ ໃນວັນສຸກຈະມາເຖິງນີ້.

ປະທານາທິບໍດີອາຟຣິກາໃຕ້ ທ່ານ ຊິຣິລ ຣາມາໂຟຊາ (Cyril Ramaphosa)
ໄດ້ປະກາດການສີ້ນພະຊົນຂອງພະສັງຄະລາດ ຕູຕູ ໃນວັນອາທິດວານນີ້.

ທ່່ານກ່າວວ່າ “ການສີ້ນພະຊົນຂອງພະສັງຄະລາດ ອີເມີຣີຕັສ ແດັສມອນ ຕູຕູ
ເປັນໜ້ານຶ່ງຂອງການໄວ້ທຸກໃປະເທດຊາດຂອງພວກເຮົາ ໃນການຈາກ ຂອງ
ຊາວ ອາຟຣິກກາໃຕ້ ທີ່ໂດດເດັ່ນລຸ້ນຄົນນຶ່ງ ຜູ້ທີ່ໄດ້ມອບອາຟຣິກາໃຕ້ ທີ່ມີເສລີ
ພາບໃຫ້ພວກເຮົາ.

ພະສັງຄະລາດ ຕູຕູ ແມ່ນໄດ້ເປັນຍິ່ງກວ່າຜູ້ນຳທາງສາດສະໜາ.

ເພິ່ນໄດ້ໃຊ້ຊີວິດຂອງເພິ່ນໃນການສະໜັບສະໜູນສິດທິພົນລະເຮືອນ ແລະກ່າວ
ຕໍ່ຕ້ານຄວາມບໍ່ຍຸຕິທຳ, ການສໍ້ລາດບັງຫຼວງ ແລະ ຄວາມກົດຂີ່.

ທ່ານ ຣາມາໂຟຊາ ໄດ້ເອີ້ນເພິ່ນທ່ານວ່າ “ຜູ້ຮັກຊາດທີ່ບໍ່ມີໃຜທຽບເທົ່າ” ແລະ
“ເປັນບຸຣຸດທີ່ສະຫຼຽວສະຫຼາດເປັນພິເສດ, ມີຄວາມຊື່ສັດ ແລະ ບໍ່ສາມາດຖືກ
ທຳລາຍໄດ້.”

ພະສັງຄະລາດ ຕູຕູ ມີພັນລະຍາ, ລູກ, ອ້າຍເອື້ອຍນ້ອງ ແລະ ບັນດາຄອບ
ຄົວທີ່ຍັງມີຊີວິດຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG