ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຟຣິກາໃຕ້ໄວ້ອາໄລ ແກ່ຄົນງານບໍ່ແຮ່ ທີ່ຖືກ ຍິງຕາຍ (ວີດີໂອກ່ຽວຂ້ອງ)


ພວກຄົນງານເໝືອງ​ແຮ່ ໃນອາຟຣິກາໃຕ້ເຂົ້າ
ຮ່ວມໃນການປະທ້ວງຕໍ່ເຈົ້າຂອງເໝືອງ​ແຮ່
ພວກຄົນງານເໝືອງ​ແຮ່ ໃນອາຟຣິກາໃຕ້ເຂົ້າ ຮ່ວມໃນການປະທ້ວງຕໍ່ເຈົ້າຂອງເໝືອງ​ແຮ່

ປະທານນາທິບໍດີ Jacob Zuma ໄດ້ສັ່ງໃຫ້ຈັດ​ອາທິດ​ນີ້​ ເປັນ​ສັບປະດາ​ແຫ່ງການໄວ້ອາໄລທົ່ວ​ປະ​ເທດ ເລິ່ມຕັ້ງແຕ່ ວັນຈັນນີ້ເປັນຕົ້ນໄປ ເພື່ອລະລຶກເຖິງຊາວອາຟຣິກາໃຕ້ ທັງໝົດທີ່​ໄດ້ເສຍຊີວິດ ໃນເຫດການຮຸນແຮງ,

ເຈົ້າຂອງເໝືອງ​ແຮ່ ໃນອາຟຣິກາໃຕ້ ບ່ອນທີ່ຕໍາຫຼວດໄດ້ສັງຫານ
34 ຄົນໃນອາທິດແລ້ວນີ້ ກ່າວວ່າ ພວກພະນັກງານທີ່ປະທ້ວງນັ້ນ
ຈະຕ້ອງກັບຄືນ ໄປເຮັດວຽກໃນວັນຈັນມື້ນີ້ ຫຼືບໍ່ກໍຈະຖືກໄລ່ອອກ.

ບໍລິສັດ Lonmin PLC ກ່າວ​ຢູ່​ໃນ​ຄໍາຖະແຫຼງສະບັບນຶ່ງ ໃນວັນ
ອາທິດວານນີ້ວ່າ ວັນເສັ້ນຕາຍດັ່ງກ່າວນັ້ນ ​ແມ່ນ​ເປັນ​ຄໍາຊີ້ຂາດ
ສຸດທ້າຍ.ປະມານ 3,000 ຄົນ ໄດ້ເຂົ້າຮ່ວມໃນການປະທ້ວງຄັ້ງນີ້
ນັບຕັ້ງແຕ່ວັນທີ10 ເດືອນສິງຫາເປັນ​ຕົ້ນ​ມາ ​ໂດຍ​ພາກັນຮຽກຮ້ອງ
ຂໍຂຶ້ນເງິນເດືອນ.

ການປະທ້ວງໄດ້ປ່ຽນ​ເປັນຄວາມຮຸນແຮງຂຶ້ນ ໃນວັນພະຫັດແລ້ວນີ້
​ເວລາ ຕໍາຫຼວດເປີດສາກຍິງໃສ່ພວກຄົນງານທີ່​ນັດ​ຢຸດ​ງນປະ​ທ້ວງ​
ນັ້ນ. ຫົວໜ້າກົມຕໍາຫຼວດ ກ່າວວ່າ ກໍາລັງ​ຂອງ​ທ່ານ​ນາງ​ກະທໍາ​ໄປ
​ເພື່ອປ້ອງກັນຕົນເອງ.

ປະທານນາທິບໍດີ Jacob Zuma ໄດ້ສັ່ງໃຫ້ຈັດ​ອາທິດ​ນີ້​ເປັນ​ສັບປະດາ​ແຫ່ງການໄວ້ອາໄລ
ທົ່ວ​ປະ​ເທດ ເລິ່ມຕັ້ງແຕ່ວັນຈັນນີ້ເປັນຕົ້ນໄປ ເພື່ອລະລຶກເຖິງຊາວອາຟຣິກາໃຕ້ທັງໝົດ
ທີ່​ໄດ້ເສຍຊີວິດໃນເຫດການຮຸນແຮງ ໂດຍສະເພາະພວກຄົນງານ 44 ຄົນ ທີ່ໄດ້ຖືກສັງຫານ
ໃນເຫດຮ້າຍຫວ່າງໝໍ່ໆມານີ້ ຢູ່ເໝືອງແຮ່ ​ໃນ​ເຂດ​ເມືອງ Marikana ນັ້ນ.

ເບິ່ງວີດີໂອລາຍງານ ກ່ຽວກັບອາຟຣິກາໃຕ້:
XS
SM
MD
LG