ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອາການ ທ່ານ Mandela ຍັງຢູ່ໃນຂັ້ນ ອັນຕະລາຍ ແຕ່ກໍ ຄົງຕົວ (ສະໄລດ໌)


ພວກທີ່ໄປໃຫ້ກຳລັງໃຈ ຢູ່ນອກໂຮງໝໍ ບ່ອນທີ່ອະດີດປະທານາທິບໍດີ Nelson Mandela ກຳລັງຮັບການປິ່ນປົວພະຍາບານ.
ພວກທີ່ໄປໃຫ້ກຳລັງໃຈ ຢູ່ນອກໂຮງໝໍ ບ່ອນທີ່ອະດີດປະທານາທິບໍດີ Nelson Mandela ກຳລັງຮັບການປິ່ນປົວພະຍາບານ.
ລັດຖະບານອາຟຣິກາໃຕ້ໄດ້ປະຕິເສດຕໍ່ລາຍງານຂ່າວທີ່ເວົ້າວ່າ ອະດີດປະທານາທິບໍດີ Nelson Mandela ພວມຢູ່ໃນສະພາບທີ່ ບໍ່ຮູ້ສຶກໂຕ ແຕ່ຍັງມືນຕາຢູ່.

ລາຍງານຂອງອົງການຂ່າວຝຣັ່ງໃນວັນພະຫັດຜ່ານມາ ແມ່ນອີງ
ຕາມເອກກະສານຂອງສານ ທີ່ໄດ້ຍື່ນໃນເດືອນແລ້ວນີ້.

ຖະແຫຼງການຂອງປະທານາທິບໍດີໄດ້ອ້າງຄຳເວົ້າຂອງພວກທ່ານ
ໝໍທີ່ປະຕິເສດຕໍ່ລາຍງານດັ່ງກ່າວແລະໄດ້ເນັ້ນເຖິງຖະແຫຼງການ ທີ່ອອກກ່ອນໜ້ານີ້ທີ່ເວົ້າວ່າ ທ່ານ Mandela ຍັງຢູ່ໃນອາການທີ່ ຫຼໍ່ແຫຼມເປັນອັນຕະລາຍແຕ່ກໍທຸ່ນທ່ຽງ.



ຜູ້ນຳໃນການຕໍ່ຕ້ານລະບົບແບ່ງແຍກເຊື້ອຊາດຜິວພັນອາພາເທ່ອາຍຸ 94 ປີທ່ານນີ້ ໄດ້ເຂົ້າ ຮັບການປິ່ນປົວທີ່ໂຮງໝໍ ໃນນະຄອນປຣີໂຕເຣຍ ມາໄດ້ເກືອບນຶ່ງເດືອນແລ້ວ.

ເພື່ອນ ທີ່ໃກ້ຊິດຄົນນຶ່ງຂອງທ່ານ ພ້ອມທັງເປັນນັກເຄື່ອນໄຫວ ຕໍ່ຕ້ານການແບ່ງແຍກເຊື້ອ ຊາດຜິວພັນອາພາເທ່ ທ່ານ Denis Goldberg ກ່າວຕໍ່ພວກນັກຂ່າວ ໃນວັນສຸກວານນີ້ວ່າ ເວລາທ່ານໄປຢ້ຽມ ທ່ານ Mandela ໃນຕົ້ນອາທິດນີ້ ອະດີດປະທານາທິບໍດີ ຍັງຮູ້ສຶກໂຕຢູ່. ທ່ານ Goldberg ເວົ້າວ່າ ທ່ານ Mandela ຍັງຕອບຮັບຕໍ່ສິ່ງທີ່ທ່ານໄດ້ໂອ້ລົມນຳຢູ່.

ເອກກະສານຂອງສານທີ່ມາຈາກການຕໍ່ສູ້ທາງກົດໝາຍພາຍໃນຄອບຄົວຂອງທ່ານ Man dela ກ່ຽວກັບວ່າ ລູກຂອງທ່ານ Mandela 3 ຄົນທີ່ເສຍຊີວິດໄປແລ້ວນັ້ນ ຄວນຈະຝັງຢູ່ໃສ.
XS
SM
MD
LG