ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Mandela ເຂົ້າພະຍາບານໂຕ ຢູ່ອາຟຣິກາໃຕ້


ອະດີດປະທານາທິບໍດີອາຟຣິກາໃຕ້ ທ່ານ Nelson Mandela
ອະດີດປະທານາທິບໍດີອາຟຣິກາໃຕ້ ທ່ານ Nelson Mandela

ເຈົ້າໜ້າທີ່ອາຟຣິກາໃຕ້ ກ່າວວ່າ
ອະດີດປະທານາທິບໍດີ Nelson
Mandela ຈະອອກຈາກໂຮງໝໍ
Johannesburg ຫຼັງຈາກທ່ານ
ໄດ້ຮັບການປິ່ນປົວ ກ່ຽວກັບລະ
ບົບຫາຍໃຈອັກເສບ.

ເຈົ້າໜ້າທີ່ ໄດ້ໃຫ້ຂໍ້ມູນໃໝ່ ແກ່
ພວກນັກຂ່າວ ກ່ຽວກັບສຸຂພາບຂອງຜູ້ນຳ ຕໍ່ຕ້ານການແບ່ງແຍກເຊື້ອຊາດຜິວພັນອາພາເທ່
ໄວ 92 ປີ ໃນວັນສຸກມື້ນີ້ ສອງມື້ຫຼັງຈາກທ່ານ ໄດ້ເຂົ້າຮັບການພະຍາບານໂຕ ທີ່ໂຮງໝໍ
Milpark ໃນນະຄອນ Johannesburg. ການເຂົ້າໂຮງໝໍຂອງທ່ານ Mandela ໄດ້ພາ ໃຫ້ເກີດມີກະແສຂ່າວກ່ຽວກັບສຸກຂະພາບຂອງທ່ານ.

ຮອງປະທານາທິບໍດີອາຟຣິກາໃຕ້ ທ່ານ Kgalema Motlanthe ໄດ້ໃຫ້ການຄໍ້າປະກັນຕໍ່
ປະເທດຊາດວ່າບໍ່ມີເຫດຜົນ ທີ່ຈະຕ້ອງຢ້ານກົວກ່ຽວກັບສຸກຂະພາບຂອງທ່ານ Mandela.
ພວກທ່ານໝໍກ່າວວ່າ ອາການຂອງທ່ານແມ່ນບໍ່ຮ້າຍແຮງແລະທ່ານ Mandela ທີ່ເຄີຍໄດ້
ຮັບລາງວັນໂນແບລຂະແໜງສັນຕິພາບນັ້ນມີຈິດໃຈທີ່ເຂັ້ມແຂງ.

XS
SM
MD
LG