ໃນຖະແຫຼງການຂອງລັດຖະບານ ກ່າວໃນມື້ວັນພະຫັດວານນີ້ວ່າ ອາຟຣິກາໃຕ້ ໄດ້ມີການປະກາດຍົກເລີກການຫ້າມອອກຈາກບ້ານ ໃນເວລາຄໍ່າຄືນຂອງຜູ້ຄົນ ລະຫວ່າງ ທ່ຽງຄືນຫາ 4 ໂມງຕອນເຊົ້າແລ້ວ, ເຊິ່ງມີຜົນບັງຄັບໃຊ້ໃນທັນທີ, ໂດຍກ່າວວ່າ ປະເທດໄດ້ເຂົ້າສູ່ຈຸດສູງສຸດຂອງຄື້ນໂຄວິດ-19 ຄັ້ງທີ່ 4 ອັນມີຜົນມາຈາກໄວຣັສສາຍພັນໃໝ່ໂອໄມຄຣອນ, ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີ ຈາກນະຄອນຫຼວງ ເຄບທາວ ໃນວັນທີ 30 ທັນວາ.
ຢ່າງໃດກໍຕາມ, ການໃສ່ໜ້າກາກອະນາໄມຢູ່ໃນສະຖານທີ່ສາທາລະນະ ແມ່ນຍັງຄົງມີຜົນບັງຄັບໃຊ້. ການບໍ່ສວມໃສ່ໜ້າກາກໃນປະເທດອາຟຣິກາໃຕ້ ຖືວ່າມີຄວາມຜິດທາງອາຍາ.
ປະເທດດັ່ງກ່າວ ໄດ້ມີການປະກາດພະວະສຸກເສີນ ແລະການປ່ຽນແປງອື່ນໆນັ້ນ ອັນເນື່ອງມາຈາກວິຖີທາງຂອງການລະບາດໃຫຍ່, ລະດັບຂອງການສັກຢາວັກຊີນກັນພະຍາດໂຄວິດ-19 ພາຍໃນປະເທດ ແລະຄວາມສາມາດທີ່ມີຢູ່ໃນພາກສ່ວນທາງການແພດ, ອີງຕາມການເຜີຍແຜ່ຂອງຖະແຫຼງການ ທ່ານມອນດ໌ລີ ກັນກູເບລເລ (Mondli Gungubele), ລັດຖະມົນຕີ ປະຈໍາສໍານັກງານປະທານປະເທດ.
ປະເທດອາຟຣິກາໃຕ້ ແມ່ນຢູ່ໃນລໍາດັບຕໍ່າສຸດຂອງການແຈ້ງເຕືອນໂຄວິດ-19 ຂັ້ນ 5.
“ສິ່ງທີ່ເປັນໂຕຊີ້ວັດທັງໝົດລະບຸວ່າ ປະເທດອາດຈະເຂົ້າສູ່ຈຸດສູງສຸດຂອງຄື້ນທີ່ 4 ໃນລະດັບຊາດແລ້ວ,” ອີງຕາມຖະແຫຼງການ ຈາກການປະຊຸມພິເສດຂອງຄະນະລັດຖະມົນຕີ ທີ່ໄດ້ຈັດຂຶ້ນໃນວັດພະຫັດວານນີ້ ກ່າວ.
ທາງລັດຖະບານ ກ່າວວ່າ: ຂໍ້ມູນຈາກກະຊວງສາທາລະນະສຸກໄດ້ສະແດງໃຫ້ເຫັນວ່າ ຈໍານວນໂຕເລກຂອງຜູ້ປ່ວຍກໍລະນີໃໝ່ແມ່ນຫຼຸດລົງ 29.7 ເປີເຊັນ ຂອງອາທິດວັນທີ 25 ທັນວາ ເມື່ອສົມທຽບກັບຈໍານວນໂຕເລກຂອງຜູ້ປ່ວຍທີ່ພົບໃນອາທິດກ່ອນໜ້ານີ້ທີ່ 127,753 ຄົນ.
ປະເທດອາຟຣິກາໃຕ້, ເຊິ່ງມີຈໍານວນຜູ້ຕິດເຊື້ອເກືອບຮອດ 3 ລ້ານ 5 ແສນຄົນ ແລະເສຍຊີວິດທີ່ 91,000 ຄົນ, ແມ່ນເປັນປະເທດທີ່ໄດ້ຮັບຜົນກະທົບທີ່ໜັກທີ່ສຸດໃນອາຟຣິກາ ໃນລະຫວ່າງທີ່ເກີດການລະບາດຄັ້ງໃຫຍ່ທີ່ສຸດຂອງທັງສອງຄັ້ງ.