ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຟຣິກາໃຕ້ ຢຸດການສັກຢາວັກຊີນ ກັນໄວຣັສໂຄໂຣນາ ຊົ່ວຄາວ


ຄົນໄຂ້ໃນໂຄງການທົດລອງຢາວັກຊີນ AstraZeneca ຖືກເຈາະເອົາເລືອດ ຢູ່ໂຮງໝໍທີ່ຕັ້ງຢູ່ນອກນະຄອນ ໂຈແຮນເນັສເບີກ, ປະເທດ ອາຟຣິກາໃຕ້. 30 ພະຈິກ, 2020.
ຄົນໄຂ້ໃນໂຄງການທົດລອງຢາວັກຊີນ AstraZeneca ຖືກເຈາະເອົາເລືອດ ຢູ່ໂຮງໝໍທີ່ຕັ້ງຢູ່ນອກນະຄອນ ໂຈແຮນເນັສເບີກ, ປະເທດ ອາຟຣິກາໃຕ້. 30 ພະຈິກ, 2020.

ມີຂ່າວທີ່ໜ້າເປັນຫ່ວງຈາກປະເທດ ອາຟຣິກາໃຕ້, ບ່ອນທີ່ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກເວົ້າວ່າຢາວັກຊີນ AztraZeneca ທີ່ຫາກໍຖືກສົ່ງໄປຮອດນັ້ນ ອາດຈະບໍ່ໄດ້ຜົນດີປານໃດກັບໄວຣັສກາຍພັນໃໝ່ ທີ່ຕິດແປດໄດ້ງ່າຍຂຶ້ນແລະພວມມີການລະບາດແຜ່ຫຼາຍໃນປະເທດດັ່ງກ່າວນັ້ນ. ຄວາມເຂົ້າໃຈດັ່ງກ່າວໝາຍຄວາມວ່າ ບັນດາເຈົ້າໜ້າທີ່ມີຈຸດປະສົງທີ່ຈະຢຸດໂຄງການສັກຢາທີ່ ໃຫຍ່ທີ່ສຸດໃນ ອາຟຣິກາ ນັ້ນໄວ້ຊົ່ວຄາວ ກ່ອນທີ່ມັນຈະເລີ່ມຂຶ້ນ. ນັກວ່າວວີໂອເອ ອານິຕາ ພາວ ແວລ (Anita Powell) ມີລາຍງານຈາກນະຄອນ ໂຈແຮນເນັສເບີກ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບ ຕໍ່ໄປ.

ວັກຊີນ AztraZeneca, ຢາທີ່ຄາດວ່າຈະຖືກໃຊ້ໂດຍຫຼາຍປະເທດໃນ ອາຟຣິກາ ນັ້ນ, ອາດຈະ ໃຊ້ບໍ່ໄດ້ຜົນດີປານໃດຕໍ່ໄວຣັສກາຍພັນໃໝ່ທີ່ຕິດແປດກັນໄດ້ເປັນຢ່າງສູງ ທີ່ໄດ້ເພີ່ມການຕິດເຊື້ອຢ່າງຫຼວງຫຼາຍໃນ ອາຟຣິກາໃຕ້.

ການສຶກສາທາງການແພດໃນ ອາຟຣິກາ ປາກົດວ່າບໍ່ໄດ້ພົບເຫັນຫຼັກຖານທີ່ວ່າ ຢາວັກຊີນນີ້ແມ່ນມີປະສິດທິພາບຢ່າງເຕັມທີ່ຕໍ່ໄວຣັສທີ່ກາຍພັນໃໝ່ນີ້ ເຊິ່ງຮູ້ຈັກກັນໃນຊືີ່ 501Y.V2 ຫຼື B1.351

ດຣ. ຊາເບຍ ມາດີ, ນັກໄວຣັສວິທະຍາລະດັບສູງ ຜູ້ທີ່ໄດ້ນຳໜ້າການທົດລອງວັກຊີນດັ້ງເດີມ ແລະ ການສຶກສາພາຍຫຼັງ, ໄດ້ອະທິບາຍຢູ່ການອອກອາກາດທາງເວັບໄຊ້ວ່າ

“ປັດຈຸບັນນີ້ໃນ ອາຟຣິກາໃຕ້, ຫຼາຍກວ່າ 90 ເປີເຊັນຂອງການຕິດເຊື້ອໃໝ່ທັງໝົດທີ່ກຳລັງເກີດ ຂຶ້ນນັ້ນ ແມ່ນຜົນທີ່ຕາມມາຂອງໄວຣັສທີ່ປ່ຽນແປງໃໝ່ B1.351, ເຊິ່ງພວກເຮົາຮູ້ໃນປັດຈຸບັນນີ້ວ່າ ຕິດແປດໄດ້ງ່າຍກວ່າເກົ່າ ແລະ ຄົງຈະຮ້າຍແຮງກວ່າໄວຣັສດັ້ງເດີ ມທີ່ໄດ້ແຜ່ຫຼາຍ. ສະນັ້ນຫຼັງ ຈາກໄດ້ເຮັດການວິເຄາະຄັ້ງສຸດທ້າຍ, ພວກເຮົາຮູ້ວ່າໂຊກບໍ່ດີ ພວກເຮົາແມ່ນກຳລັງປະເຊີນກັບບັນຫາ ເມື່ອເວົ້າເຖິງຄວາມມີປະສິດທິພາບຂອງຢາວັກຊີນນີ້.”

ທ່ານກ່າວວ່າ ວັກຊີນ AztraZeneca ຍັງປາກົດວ່າໄດ້ຜົນກັບເຊື້ອໂຣກທີ່ຮຸນແຮງ ແຕ່ແນວໃດກໍຕາມ, ຕໍ່ຄວາມເຈັບປ່ວຍທີ່ເບົາ ຫຼື ປານກາງນັ້ນ, ມັນບໍ່ປະສົບຄວາມສຳເລັດ.

ແຕ່, ດັ່ງກັບສຳນວນທີ່ມີສະເໜ່ຂອງ ອາຟຣິກາໃຕ້ນັ້ນ, ນີ້ບໍ່ແມ່ນໄພຫາຍະນະ. ບັນດານັກວິທະ ຍາສາດລະດັບສູງຂອງປະເທດໄດ້ເຫັນພ້ອມກັນວ່າ ນີ້ແມ່ນພຽງສິ່ງກີດຂວາງອີກອັນນຶ່ງທີ່ຕ້ອງເອົາຊະນະໃຫ້ໄດ້.

ອາທິດທີ່ຜ່ານມາ, ບັນດາເຈົ້າໜ້າທີ່ໄດ້ຮັບເອົາຢາວັກຊີນ 1 ລ້ານໂດສ. ແຜນການແມ່ນສັກໃຫ້ບັນ ດາພະນັກງານສາທາລະນະສຸກກ່ອນໝູ່, ກ່ອນທີ່ຈະໄປສັກໃຫ້ປະຊາຊົນ ອາຟຣິກາໃຕ້ 40 ລ້ານຄົນໃນທີ່ສຸດ.

ສະນັ້ນຂັ້ນຕອນຕໍ່ໄປແມ່ນຫຍັງ? ມັນຊັບຊ້ອນ. ລັດຖະມົນຕີສາທາລະນະສຸກ ດຣ. ສເວລີ ເອັມຄີເຊ ໄດ້ອາທິບາຍ ກ່ຽວກັບ ອຸປະສັກນັ້ນຄືສິ່ງຊົ່ວຄາວ, ແລະ ໄດ້ກ່າວວ່າລັດຖະບານຍັງມີແຜນທີ່ຈະສັກຢາໃຫ້ບັນດາພະນັກງານການແພດ, ຄືທີ່ໄດ້ວາງແຜນໄວ້ທຳອິດ, ເຊິ່ງຈະເລີ່ມຂຶ້ນໃນເດືອນນີ້.

ແຕ່ທ່ານ ແບຣີ ຊູບ (Barry Schoub) ປະທານຄະນະກຳມະການທີ່ປຶກສາກະຊວງ ກ່ຽວກັບ ຢາວັກຊີນຂອງ ອາຟຣິກາໃຕ້, ໄດ້ແນະນຳໃຫ້ຢຸດຊົ່ວຄາວ. ທ່ານໄດ້ກ່າວຢໍ້າວ່າ ບັນດານັກວິທະຍາ ສາດແມ່ນມີຄວາມຫວັງວ່າຢາວັກຊີນທີ່ສັກນຶ່ງໂດສດັ່ງກ່າວ, ທີ່ຍັງຢູ່ໃນຂັ້ນຕອນການພັດທະນາຂອງບໍລິສັດ Johnson and Johnson ນັ້ນ, ອາດຈະໃຫ້ຜົນທີ່ດີກວ່ານີ້.

ຫົວໜ້າໜ່ວຍປະຕິບັດການພິເສດໄວຣັສໂຄໂຣນາຂອງປະເທດ ດຣ. ຊາລິມ ອັບດູລ ຄາຣິມ, ເວົ້າວ່າມັນມີສິ່ງຈູງໃຈຢູ່.

ດຣ. ຊາລິມ ອັບດູລ ຄາຣິມ ກ່າວວ່າ “ສະນັ້ນເຈົ້າຈະສັກຢາວັກຊີນທີ່ມີຢູ່ນີ້ ເພື່ອເຮັດໃຫ້ເຈົ້າມີພູມຕ້ານທານຕໍ່ໄວຣັສປ່ຽນແປງໃໝ່ທີ່ມີຢູ່ກ່ອນໜ້ານີ້, ແລະ ເຈົ້າຈະຢາກະຕຸ້ນນີ້, ເຊິ່ງສັກຢາກະຕຸ້ນມັນ ເພື່ອເຮັດໃຫ້ເຈົ້າໄດ້ຮັບການຄຸ້ມກັນ ຕໍ່ໄວຣັສທີ່ປ່ຽນແປງໃໝ່ 501Y.V2. ແລະ ພວກເຮົາກໍຍັງຈະໄດ້ເຫັນຢາວັກຊີນລຸ້ນໃໝ່, ວັກຊີນທີ່ມີຈຸດປະສົງກວ້າງກວ່າຫຼາຍ. ສະນັ້ນມັນຈຶ່ງຈະຄຸ້ມກັນເຈົ້າບໍ່ແມ່ນພຽງແຕ່ໄວຣັສປ່ຽນແປງໃໝ່ທຸກຊະນິດໃນປັດຈຸບັນເທົ່ານັ້ນ, ແຕ່ຍັງເປັນ ສິ່ງທີ່ມີຄວາມເປັນໄປໄດ້ວ່າຈະເປັນໃນເຫດການໃນອະນາຄົດ ແລະ ເຈົ້າຈະໄດ້ເຫັນມັນເກີດຂຶ້ນໃນໄລຍະຍາວ.”

ອີງຕາມ ດຣ. ມາດີ, ນີ້ໝາຍຄວາມວ່າ ມັນຍັງມີບ່ອນຫວ່າງສຳລັບຢາວັກຊີນ 1 ລ້ານໂດສ ທີ່ບັນດາເຈົ້າໜ້າທີ່ໄດ້ຮັບໃນອາທິດທີ່ຜ່ານມາ.

ໃນຂະນະດຽວກັນ, ລັດຖະບານແມ່ນກຳລັງຊອກຫາທາງເລືອກອື່ນ, ໃນຂະນະທີ່ບັນດາບໍລິການເພສັດສະກຳດຳເນີນການຄົ້ນຄວ້າທີ່ອັນຕະລາຍຫຼາຍ ເພື່ອຊອກຫາຢາຊະນິດນຶ່ງທີ່ປິ່ນປົວມັນທັງໝົດ.

ລັດຖະມົນຕີສາທາລະນະສຸກ ທ່ານ ເອັມຄີເຊ ໄດ້ກ່າວວ່າ ອາຟຣິກາໃຕ້ ຈະພະຍາຍາມເຮັດທຸກຢ່າງທີ່ເປັນໄປໄດ້ ແລະ ແມ່ນກຳລັງທຳການເຈລະຈາກັບຜູ້ຜະລິດອື່ນໆ, ລວມທັງຜູ້ທີ່ຢູ່ເບື້ອງຫຼັງຢາວັກຊີນ Sputnik ທີ່ຖືກພັດທະນາໂດຍຣັດເຊຍ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG