ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ອາ​ຟ​ຣິ​ກາໃຕ້ ເລີ້ມ​ລົງ​ຄະ​ແນນ​ສຽງ ໃນ​ການ​ເລືອກ​ຕັ້ງ ສະ​ພາແຫ່ງ​ຊາດ


ຜູ້​ນຳ​ພັກພັນ​ທະ​ມິດ​​ປະ​ຊາ​ທິ​ປະ​ໄຕ ທ່ານ​ມູ​ຊີ ແມ​ມານ ກຳ​ລັງ​ ປ່ອນ​ບັດ​ລົງ​ຄະ​ແນນ​ສຽງຂອງ​ທ່ານ ໃນ​ວັນ​ທີ 8 ພຶດ​ສະ​ພາ 2019 ຢູ່​ໃນ​ການ​ເລືອກ​ຕັ້ງ​ທ​ຫົ່ວ​ໄປ ໃນ​ເມືອງ​ຊ​ະເວ​ໂຕ ອາ​ຟ​ຣິ​ກາ​ໃຕ້.
ຜູ້​ນຳ​ພັກພັນ​ທະ​ມິດ​​ປະ​ຊາ​ທິ​ປະ​ໄຕ ທ່ານ​ມູ​ຊີ ແມ​ມານ ກຳ​ລັງ​ ປ່ອນ​ບັດ​ລົງ​ຄະ​ແນນ​ສຽງຂອງ​ທ່ານ ໃນ​ວັນ​ທີ 8 ພຶດ​ສະ​ພາ 2019 ຢູ່​ໃນ​ການ​ເລືອກ​ຕັ້ງ​ທ​ຫົ່ວ​ໄປ ໃນ​ເມືອງ​ຊ​ະເວ​ໂຕ ອາ​ຟ​ຣິ​ກາ​ໃຕ້.

ຊາວ​ອາ​ຟ​ຣິ​ກາ​ໃຕ້​ກຳ​ລັງ​ພາ​ກັນ​ລຽນ​ແຖວ​ຢູ່ນອກບັນ​ດາໜ່ວຍ​ປ່ອນ​ບັດໃນ​ວັນ​ພຸດ​ມື້​ນີ້
ເພື່ອລົງ​ຄະ​ແນນ​ສຽງ​ ໃນການ​ເລືອກ​ຕັ້ງ​ແຫ່ງ​ຊາດ ທີ່​ຢູ່ພາຍໃຕ້​ເງົ​າບົດ​ບັງ ​ຂອງການ​
ເຕີບ​ໂຕ​ເສດ​ຖະ​ກິດທີ່ຊັກຊ້າ ແລະ​ການສໍ້​ລາດ​ບັງ​ຫຼ​ວງທີ່​ແຜ່ກວ້າງ.

ການ​ເລືອກ​ຕັ້ງ​ເປັນ​ການ​ທົດ​ສອບ​ຕໍ່ປະ​ທາ​ນາ​ທິ​ບໍ​ດີ​ຊິ​ຣິ​ລ ຣາ​ມາ​ໂຟ​ຊາ ​ຊຶ່ງຄັ້ງ​ນຶ່ງເຄີຍ
ເປັນ​ທີ່​ນັບ​ຖື​ຢູ່​ໃນ​ສະ​ພາ​ແຫ່ງ​ຊາດ​ອາ​ຟ​ຣິ​ກັນ ຫຼື African National Con-gress ​ທີ່
ໄດ້​ປົກ​ຄອງ​ອາ​ຟ​ຣິ​ກາ​ໃຕ້​ນັບຕັ້ງການ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິວ​ພັນ​ຫຼື​ອາ ພາ​ເຕ່ ໄດ້​ສິ້ນ​
ສຸດ​ລົງ ເມື່ອ 25 ປີ​ກ່ອນ.

ພາບພົດ​ຂອງ​ພັກ​ໄດ້​ຖືກ​ທຳ​ລາຍ​ຈາກ​ອັດ​ຕາ​ການ​ຫວ່າງ​ງານ​ໃນ​ທົ່ວ​ປະ​ເທດ​ທີ່​ສູງ​ເຖິງ
27 ເປີ​ເຊັນ ແລະ​ຂ່າວນອງ​ນັນ​ກ່ຽວ​ກັບການສໍ້​ລາດ​ບັງ​ຫຼວງ ທີ່​ໄດ້​ບັ​ງ​ຄັບ​ໃຫ້ປະ​ທາ​ນາ
​ທິ​ບໍ​ດີ​ຄົນ​ກ່ອນ ທ່ານ​ເຈ​ກັບ ຊູ​ມາ ​ຕ້ອງໄດ້​ອອກ​ຈາກ​ຕຳ​ແໜ່ງ​ໃນ​ປີ​ແລ້ວ​ນີ້.

ພັກ​ຂອງຜູ້​ນຳ​ທີ່ຕໍ່ຕ້ານ ໃນ​ການ​ແບ່ງ​ແຍກ​ເຊື້ອ​ຊາດ​ຜີວພັນ​ຫຼື​ອາ​ພາ​ເຕ່ ທີ່​ເປັນ​ສັນ​ຍາ
​ລັກ ແລະ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ແນລ​ສັນ ມັນ​ເດີ​ລາ ຄາດ​ວ່າ​ຈະ​ຊະ​ນະການ​ເລືອກ​ຕັ້ງ
ໃນ​ວັນ​ພຸດ​ມື້​ນີ້ ແຕ່​ກໍ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຢ່າງ​ແຮງ​ຈາກ​ພັກ​ຝ່າຍ​ຄ້ານ​ໃຫຍ່​ສຸດ
ພັນ​ທະ​ມິດປະ​ຊາ​ທິ​ປະ​ໄຕ ທີ່​ເປັນ​ນິ​ຍົມ​ແນວ​ທາງ​ເປັນກາງ ແລະພັກຊ້າຍ​ຈັດ ພວກ​ນັກ​
ລົບເພື່ອ​ເສດ​ຖະ​ກິດ​ທີ່​ເສ​ລີ.

ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ສຸດ​ທ້າຍ​ຄາດ​ວ່າ​ຈະ​ປະ​ກາດ​ໃຫ້​ຊາ​ບ​ໃນ​ວັນ​ເສົາ​ຈະ​ມາ​ເຖິງ​ນີ້.
ພັກ​ທີ່​ໄດ້​ຊະ​ນະ​ບ່ອນ​ນັ່ງ​ຫຼາຍ​ທີ່​ສຸດ​ຢູ່​ໃນ​ສະ​ພາ​ອາ​ຟ​ຮິ​ກາ​ໃຕ້ ຈະ​ເລືອກ​ເອົາ​ປະ​ທາ
​ນາ​ທິ​ບໍ​ດີ ຜູ້​ທີ່​ຈະ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ວັນ​ທີ 25 ພຶດ​ສະ​ພາ​ຈະ​ມາ​ເຖິງ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG