ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂມຊໍາບິກ ໄວ້ອາໄລ​ໃຫ້ ຄົນ​ຂັບ​ແທັກ​ຊີ້ ທີ່​ເສຍ​ຊີວິດ ຢູ່​ອາ​ຟຣິກາ​ໃຕ້ (ວີດີໂອ)


ຜູ້ໄວ້ອາໄລຄົນນຶ່ງສະແດງຄວາມໂກດແຄ້ນ ຕໍ່ເຈົ້າໜ້າທີ່ຕໍາຫຼວດອາຟຣິກາໃຕ້ ທີ່ເຮັດໃຫ້ຄົນຂັບແທັກຊີ້ ນາຍ Mido Macia ເສຍຊີວິດ
ຜູ້ໄວ້ອາໄລຄົນນຶ່ງສະແດງຄວາມໂກດແຄ້ນ ຕໍ່ເຈົ້າໜ້າທີ່ຕໍາຫຼວດອາຟຣິກາໃຕ້ ທີ່ເຮັດໃຫ້ຄົນຂັບແທັກຊີ້ ນາຍ Mido Macia ເສຍຊີວິດ
ພວກ​ໄວ້​ອາ​ໄລ​ທັງຫຼາຍ ​ໄດ້ພາກັນ​ໄປ​ສະ​ແດງ​ຄວາມ​ເຄົາລົບ​ບັ້ນ​ສຸດ​ທ້າ​ຍ ຕໍ່​ມື້​ລາງ​ຄົນ​ຂັບ​ແທັກ​ຊີ້ ຊາວ Mozambique ທີ່ເສຍ​ຊີວິດ ​ໃນຂະນະ​ທີ່​ຖືກ​ເຈົ້າໜ້າ​ທີ່​ຕໍາຫຼວດຄວບ​ຄຸມ​ຕົວໄວ້ຫຼັງຈາກ​ຖືກ​ລາກ​ໄປຢູ່ຫຼັງລົດ​ຕໍາຫຼວດຄັນ​ນຶ່ງ ​ໃນປະ​ເທດ​ອາ​ຟຣິກາ​ໃຕ້.ພິທີ ​ສົ່ງສະການ​ຄົນ​ຂັບ​ແທັກ​ຊີ້ ນາຍ Mido Macia ​ໄດ້​ຈັດ​ຂຶ້ນທີ່​ເມືອງ Matola ​ນອກ​ນະ ຄອນຫຼວງ Maputo ຂອງ​ໂມ​ຊໍາ​ບິ​ກ.

ໄດ້ມີຄົນ​ເອົາອອກເຜີຍ​ແຜ່​ທາງ​ຢູທູບ ວິ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນພາບ​
ນາຍ Mido ​ຖືກ​ມັດ​ຈ່ອງ​ໃສ່​ລົດ​ຕໍາຫຼວດ ​ແລະ​ລາກ​ໄປ ​ໄກຫຼາຍຮ້ອຍ​ແມັດ ​ບົນ​ຖະໜົນສາຍ​ນຶ່ງ.

ຮູບ​ວິ​ດີ​ໂອ​ດັ່ງກ່າວ​ໄດ້​ຖືກ​ນໍາ​ອອກ​ເຜີຍ​ແຜ່ ຕໍ່ໆ​ກັນ​ໄປ ​ແລະ​ໄດ້ສ້າງ​ຄວາມໂກດ​ແຄ້ນ​ຢາງ​ໃຫຍ່ ​ຈົນພາ​ໃຫ້​ມີ​ການ​ປະນາມຢ່າງ​ຮຸນ​ແຮງ​ໃນ​ທົ່ວ​ໂລກ​ຕໍ່​ການ​ທີ່​ຕໍາຫຼວດອາ​ຟຣິ ກາ​ໃຕ້​ໄດ້ປະຕິບັດຕໍ່​ນາຍ Mido ຢ່າງໄຮ້​ມະນຸດສະ​ທໍາ​ນັ້ນ.

​ເຈົ້າໜ້າ​ທີ່​ຕໍາຫຼວດອາ​ຟຣິກາ​ໃຕ້​ເກົ້າຄົນ ຖືກຂໍ້​ຫາ​ຄາດ​ຕະກໍາ​ນາຍ Mido ​ແລະ​ສານມີ​ກໍານົດ​ຈະພິຈາລະນາ​ກ່ຽວ​ກັບການປະກັນ​ຕົວພວກ​ກ່ຽວ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

ທາງ​ການ​ຕໍາຫຼວດ​ເວົ້າ​ວ່າ ນາຍ Mido ​ຖົກ​ຖຽງ​ກັບ​ຕໍາຫຼວດແລະ​ຂັດ​ຂືນ ເວລາ​ຕໍາຫຼວດ​ບອກ​ຂັບ​ໜີ​ລົດ​ໜີ​ໄປ ຫຼັງຈາກ​ຖືກ​ຕໍາຫຼວດສັ່ງ​ໃຫ້ຢຸດ ​ໃນ​ຂໍ້​ຫາ​ກີດ​ກັນ ການ​ຈະລາຈອນ​ຢູ່​ເຂດນອກ​ເມືອງ Jahannesburg ປະ​ເທດ​ອາ​ຟຣິກາ​ໃຕ້​ນັ້ນ.
ຊາວ Mozambique ໄວ້ອາໄລ ແກ່ຄົນຂັບແທັກຊີ້
please wait

No media source currently available

0:00 0:00:28 0:00
XS
SM
MD
LG