ເຮືອບິນເຮລິຄອບເຕີ້ທະຫານ ລໍານຶ່ງຂອງອາຟຣິກາໃຕ້ ໄດ້
ຕົກລົງ ໃນຂະນະທີ່ກໍາລັງປະຕິບັດງານຕໍ່ຕ້ານການລັກລອບ
ລ່າສັດປ່າຜິດກົດໝາຍ ຊຶ່ງໄດ້ເຮັດໃຫ້ທັງໝົດ 5 ຄົນ ຢູ່ເທິງ
ເຮືອບິນລໍານັ້ນເສຍຊີວິດ.
ກອງທັບອາຟຣິກາໃຕ້ໄດ້ປະກາດໃນວັນອາທິດມື້ນີ້ວ່າ ເຮືອ
ບິນເຮລິຄອບເຕີ້ລໍາດັ່ງກ່າວ ກໍາລັງບິນເວີ່ນລາດຕະເວນຢູ່
ເໜືອສວນຫລວງ Kruger ແຫ່ງຊາດ ເວລາມັນຕົກລົງໃນ
ແລງວັນເສົາວານນີ້. ການສືບສວນຫາສາເຫດການຕົກຂອງ
ເຮືອບິນກໍາລັງດໍາເນີນໄປຢູ່.
ສະມາຊິກຂອງທະຫານອາກາດ 5 ຄົນໃນເຮືອບິນ ກໍາລັງລາດຕະເວນເບິ່ງພວກລຸກລໍ້າ ຊອກເອົານໍແຮດໃນສວນຫລວງແຫ່ງນັ້ນ ເພື່ອຕອບໂຕ້ຕໍ່ການຖີບຕົວສູງຂຶ້ນຫລາຍຂອງ
ການລຸກລໍ້າປ່າເພື່ອເອົານໍແຮດໃນໄລ ຍະສາມປີຜ່ານມານີ້.
ໃນອາທິດແລ້ວນີ້ ພວກທີ່ຖືກສົງໄສວ່າທໍາການລຸກລໍ້າຊອກເອົານໍແຮດ ສາມຄົນຖືກສັງ
ຫານ ຢູ່ໃນສວນຫລວງແຫ່ງຊາດ Krugerໃນລະຫວ່າງ ທີ່ມີການຍິງຕໍ່ສູ້ກັນກັບພວກ
ພະນັກງານຮັກສາປ່າ. ເຈົ້າໜ້າທີ່ໄດ້ຈັບ ຫລາຍກວ່າ 60 ຄົນ ນັບແຕ່ຕົ້ນປີມານີ້ ຍ້ອນ ທໍາການລຸກລໍ້າປ່າຊອກເອົານໍແຮດ ແລະກິດຈະກໍາທີ່ກ່ຽວຂ້ອງ.
ນໍແຮດ ແມ່ນເປັນສິ່ງທີ່ມີຄວາມຕ້ອງການສູງ ຢູ່ໃນຫລາຍເຂດຂອງເອເຊຍ ບ່ອນທີ່ຖືກັນ
ວ່າ ມັນເປັນສິ່ງປະສົມຢາພື້ນເມືອງທີ່ດີຢ່າງນຶ່ງ.