ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ພັກ ANC ຂອງອາຟຣິກາໃຕ້ ກຳລັງ ທຳງານ ເພື່ອຕັດສິນ ຊາຕາກຳ ຂອງ ປ. ເຈກກັບ ຊູມາ

ປະທານາທິບໍດີ ຂອງອາຟຣິກາໃຕ້ ທ່ານເຈກກັບ ຊູມາ (Jacob Zuma) ກ່າວຖະແຫລງຕໍ່ລັດຖະສະພາ ຢູ່ໃນນະຄອນ ເຄບທາວນ໌ (Cape Town), ວັນທີ 2 ພະຈິກ 2017.
ປະທານາທິບໍດີ ຂອງອາຟຣິກາໃຕ້ ທ່ານເຈກກັບ ຊູມາ (Jacob Zuma) ກ່າວຖະແຫລງຕໍ່ລັດຖະສະພາ ຢູ່ໃນນະຄອນ ເຄບທາວນ໌ (Cape Town), ວັນທີ 2 ພະຈິກ 2017.

ຜູ້ນຳ ພັກຄອງແກຣັສແຫ່ງຊາດຂອງອາຟຣິກາໃຕ້ ຫຼື ພັກ ANC ໄດ້ກ່າວໃນວັນອາທິດ
ວານນີ້ ວ່າ ພັກຈະຈັດກອງປະຊຸມເພື່ອປຶກສາລື ເລື່ອງຊະຕາກຳຂອງປະທານາທິບໍດີ
ເຈກກັບ ຊູມາ (Jacob Zuma) ຜູ້ທີ່ມີເລື່ອງຮອຍດ່າງເສື່ອມເສຍ ຂອງປະເທດ.

ຜູ້ນຳພັກ ANC ທ່ານ ໄຊຣີລ ຣາມາໂຟສາ (Cyril Ramaphosa) ໄດ້ກ່າວວ່າ ທ່ານ
ໄດ້ຮຽກຮ້ອງໃຫ້ມີກອງປະຊຸມ ຜູ້ບໍລິຫານລະດັບປະເທດຂອງພັກ ໃນວັນຈັນມື້ນີ້ ເພື່ອ
ປຶກສາ ກ່ຽວກັບຈຸດຢືນຂອງ ທ່ານ ຊູມາ ໃນຖານະເປັນປະທານາທິບໍດີ ຂອງປະເທດ
“ດ້ວຍຄວາມລະມັດລະວັງ ແລະ ດ້ວຍວັດຖຸປະສົງ” ໃນຂະນະທີ່ ທ່ານ ຣາມາໂຟສາ
ແລະບັນດາພັນທະມິດຂອງທ່ານ ຮຽກຮ້ອງໃຫ້ທ່ານຊູມາ ລົງຈາກຕຳແໜ່ງ.

ໃນພາບນີ້ ສະໜອງໂດຍ ພະແນກສື່ສານ ແລະຂ່າວສານ ຂອງລັດຖະບານ ອາຟຣິກາໃຕ້ (GCIS) ສະແດງໃຫ້ເຫັນ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ເຈກກັບ ຊູມາ (Jacob Zuma) ຊ້າຍ, ແລະ ຮອງປະທານາທິບໍດີ ທ່ານ ໄຊຣີລ ຣາມາໂຟຊາ (Cyril Ramaphosa) ຂວາ, ພ້ອມກັບ ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຢູ່ທີ່ກອງປະຊຸມ ປົກກະຕິ ທີ່ໄດ້ກຳນົດໄວ້.

ທ່ານຣາມາໂຟຊາ ໄດ້ກ່າວບອກ ຝຸງຊົນທີ່ສະໜັບສະໜູນພັກ ໃນນະຄອນ ເຄບ ທ້າວນ໌
ວ່າ "ປະຊາຊົນຂອງພວກເຮົາ ຢາກໃຫ້ເລື່ອງນີ້ ສິ້ນສຸດລົງ. ຄະນະກຳມະການ
ຜູ້ບໍລິຫານ ລະດັບຊາດ ຈະເຮັດເຊັ່ນນັ້ນ ຢ່າງຊັດເຈັນ. ພວກເຮົາຮູ້ດີວ່າ ທ່ານ
ຢາກໃຫ້ປິດເລື່ອງນີ້."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG