ເລື້ອງລາວທີ່ກ່ຽວຂ້ອງກັບ ພັກຄອງແກຣັສແຫ່ງຊາດຂອງອາຟຣິກາ ຫຼື ANC ຢູ່ໃນ
ປະເທດອາຟຣິກາໃຕ້ນັ້ນ ກໍແມ່ນວ່າ ພັກດັ່ງກ່າວແມ່ນກຽມພ້ອມ ທີ່ຈະໄດ້ຮັບໄຊຊະນະ
ແລະຍັງຄົງກຳອຳນາດໄວ້ໄດ້ເປັນຄັ້ງທີ 6 ລຽນຕິດ ຫຼັງຈາກການເລືອກຕັ້ງສະພາແຫ່ງ
ຊາດ ຄັ້ງທີ 6 ໃນວັນພຸດຜ່ານມານີ້ ນັບຕັ້ງແຕ່ປະເທດດັ່ງກ່າວ ໄດ້ຍຸຕິການແບ່ງແຍກ
ເຊື້ອຊາດຜິວພັນ ທີ່ເອີ້ນກັນວ່າ ອາພາເຕ່ ນັ້ນ ໃນປີ 1994 ເປັນຕົ້ນມາ.
ໂດຍທີ່ບັດຄະແນນສຽງ 76 ເປີເຊັນ ໄດ້ນັບໄປແລ້ວ ໃນວັນສຸກມື້ນີ້ ພັກ ANC ທີ່ນຳພາ
ໂດຍປະທານາທິບໍດີ ຊິຣິລ ຣາມາໂຟຊາ ໄດ້ຮັບຄະແນນສຽງ 57 ເປີ ເຊັນ. ໃນປີ 2014
ພັກ ANC ສາມາດຍາດໄດ້ຄະແນນສຽງ 62 ເປີເຊັນ.
ແຕ່ການສໍ້ລາດບັງຫຼວງທີ່ເປັນເລື້ອງນອງນັນແລະເສດຖະກິດທີ່ຝືດເຄືອງໄດ້ເຮັດໃຫ້
ພາບພົດ ຂອງພັກທ່ານ ແນລສັນ ແມນແດລາ ດ່າງພ້ອຍ ຊຶ່ງທ່ານ ໄດ້ເປັນ ປະທານາ-
ທິບໍດີ ຜິວດຳ ຜູ້ທຳອິດຂອງປະເທດ. ບັນຫາຕ່າງໆທີ່ວ່ານັ້ນ ໄດ້ສົ່ງຜົນ ໃຫ້ພວກມີສິດ
ອອກສຽງບາງສ່ວນ ຫັນເຫໄປຫາພັກຝ່າຍຄ້ານຕ່າງໆ.
ພັກພັນທະມິດເພື່ອປະຊາທິປະໄຕ ມາເຖິງປັດຈຸບັນນີ້ ໄດ້ຮັບຄະແນນສຽງແຕ່ພຽງ 22
ເປີເຊັນ ປະມານຊ່ຳໆກັບຈຳນວນທີ່ຕົນໄດ້ຮັບ ໃນປີ 2014.
ແລະພັກພວກນັກຕໍ່ສູ້ເພື່ອເສລີພາບດ້ານເສດຖະກິດ ກໍໄດ້ຮັບຄະແນນສຽງ 10 ເປີເຊັນ
ໃນປີນີ້ ເມື່ອປຽບທຽບໃສ່ ຈຳນວນ 6 ເປີເຊັນ ທີ່ພວກເຂົາເຈົ້າໄດ້ຮັບ ໃນການເລືອກຕັ້ງ
ຜ່ານມາ.
ຜົນການນັບຄະແນນຂັ້ນສຸດທ້າຍ ແມ່ນຄາດກັນວ່າ ຈະແລ້ວເສັດ ພາຍໃນວັນທີ 11
ພຶດສະພາ ນີ້. ພັກທີ່ໄດ້ຮັບໄຊຊະນະ ກໍຈະໄດ້ເລືອກເອົາປະທານາທິບໍດີ ຄົນຕໍ່ໄປ ຜູ້ຊຶ່ງ
ຈະສາບານໂຕ ເຂົ້າຮັບຕຳແໜ່ງ ໃນວັນທີ 25 ພຶດສະພານີ້.