ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວເກົາຫລີໃຕ້ ຄົນນຶ່ງ ຖືກຈັບ ໃນ ເກົາຫລີເໜືອ


ແຜນທີ່ເກົາຫຼີ
ແຜນທີ່ເກົາຫຼີ
ລາຍງານ​ຂອງ​ສື່​ມວນ​ຊົນ​ແຈ້ງວ່າ ຜູ້​ຊາຍ​ເກົາຫລີ​ໃຕ້​ຄົນ​ນຶ່ງ ທີ່
ຖື​ກຈັບ​ໃນ​ເດືອ​ນນີ້ ທີ່​ກຸງ​ພຽງຢາງນັ້ນ ​ເປັນ​ນັກ​ເຜີຍແຜ່​ຜາຍ​ສາ
ສະໜາຄຣິສ​ຕຽນ​ ​ທີ່​ໃຫ້ການ​ຊ່ວຍ​ເຫລືອ ອົບ​ພະ​ຍົບເກົາຫລີ
​ເໜືອ.

ລາຍ​ງານ​ ຂອງ​ອົງການ​ຂ່າວ​ຝຣັ່ງ ​ແລະໜັງສືພິມ ​Dong-A
IIbo
ຂອງ​ເກົາຫຼີ​ໃຕ້ ໃນ​ວັນ​ພຸດ​ມື້​ນີ້​ ລະບຸ​ວ່າ ​ຜູ້​ຊາຍຄົນ​ດັ່ງ
ກ່າວ​ວ່າ ​ແມ່ນທ່ານ Kim Jeong-Wook ​ອາຍຸ 50 ປີ.

ຄອບຄົວ​ຂອງ​ທ່ານ ​ແລະ​ບັນດານັກ​ເຄື່ອນ​ໄຫວຄຣິສຕຽນ​ໄດ້​ກ່າວ​ຕໍ່ອົງການຂ່າວ ວ່າ ທ່ານ Kim ໄດ້​ຊ່ວຍ​ຊາ​ວ​ເກົາຫລີ​ເໜືອທີ່​ພາກັນ​ຫລົບໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ​ເຂົ້າໄປ​ສູ່​ຈີນນັ້ນ ມາ​ໄດ້​ຫລາຍ​ປີມາ​ແລ້ວ.

​ເຂົາ​ເຈົ້າກ່າວ​ວ່າ ທ່ານ Kim ​ໄດ້​ຖືກ​ຈັບ ຫລັງ​ຈາກ​ເດີນທາງ​ໄປ​ກຸງ​ພຽງ​ຢາງ ເພື່ອ​ກວດ​ເບິ່ງ​ການ​ເປັນ​ຢູ່​ຂອງພວກອົບ​ພະ​ຍົບຈຳນວນ​ນຶ່ງທີ່​ຖືກຈີນສົ່ງ​ກັບຄືນບ້ານ.

​ເກົາຫລີ​ເໜືອ ​ໄດ້​ກ່າວ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ຕົນ​ໄດ້ຈັບ ​“ນັກ​ສືບ” ເກົາຫລີ​ໃຕ້​ຄົນ​ນຶ່ງ ​ທີ່​ພົວ
ພັນ​ໃນການ “ວາງ​ແຜນ​ແຜ່ຂະຫຍາ​ຍ” ກິດຈະການ. ​ແຕ່​ບໍ່​ໄດ້​ໃຫ້​ລາຍລະອຽດ​ໃດໆ​ເພີ້ມຕື່ມ.

ຖ້າ​ຫາກໄດ້​ຮັບ​ການ​ຢືນຢັນ ທ່ານ Kim ອາດ​ຈະໄປຮ່ວ​ມກັບ ທ່ານ Kenneth Bae ​ທີ່ເປັນນັກ​ແຜ່ຜາຍ​ສາສະໜາ​ຄຣິສຕຽນຄົນ​ທີ​ສອງ ທີ່ໄດ້​ຖືກ​ຈັບ​ໂດຍ​ເກົາຫຼີ ​ເໜືອ ​ໃນ​ຂໍ້​ຫາ​ສອດ​ແນມຫວ່າງ​ມໍ່​ໆ​ມາ​ນີ້.

ທ່ານ Bae ​ໄດ້​ຖືກ​ຈັບ​ໃນ​ປີ 2012 ​ແລະ​ຕັດສິນ​ໂທດ​ໃຫ້​ອອກ​ແຮງ​ງານ​ໜັກ ເປັນ​ເວລາ 15 ປີ ​ໃນ​ຂໍ້ຫາ​ວ່າ ພະຍາຍາມ​ໂຄນ​ລົ້ມ​ລັດຖະບານເກົາຫລີ​ເໜືອ.

ຄະນະ​ນໍ​າພາຄອມ​ມິ​ວນິສເກົາຫລີ​ເໜືອ ​ເຫັນ​ວ່າ ການຈັດ​ຕັ້ງທາງ​ສາສະໜາ ​ເປັນ​ການ​ຂົ່ມຂູ່​ຕໍ່ການ​ກໍາ​ອໍານາດ​ຂອງ​ຕົນ.
XS
SM
MD
LG