ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ແຫຼ່ງ​ຂ່າວ​ແຈ້ງວ່າ ຫວຽດ​ນາມ​ ຈະ​ແຕ່ງ​ຕັ້ງ​ປະ​ທານ​ປະ​ເທດ​ຄົນ​ໃໝ່ ໃນ​ອາ​ທິດນີ້


ແຟ້ມ - ທ່ານ​ຫວໍ ວັນ ເທືອງ ຜູ້​ນຳ​ອະ​ວຸ​ໂສ​ຂອງ​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ລະ​ຫວ່າງ​ພິ​ທີ​ອັດ​ກອງ​ປະ​ຊຸມ​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທີ່​ສູນ​ກາງ​ປະ​ຊຸມ​ແຫ່ງ​ຊາດ​ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 1 ກຸມ​ພາ 2021.
ແຟ້ມ - ທ່ານ​ຫວໍ ວັນ ເທືອງ ຜູ້​ນຳ​ອະ​ວຸ​ໂສ​ຂອງ​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ລະ​ຫວ່າງ​ພິ​ທີ​ອັດ​ກອງ​ປະ​ຊຸມ​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທີ່​ສູນ​ກາງ​ປະ​ຊຸມ​ແຫ່ງ​ຊາດ​ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 1 ກຸມ​ພາ 2021.

ຫວຽດ​ນາມ​ຈະ​ສະ​ເໜີ​ແຕ່ງ​ຕັ້ງ​ປະ​ທານ​ປະ​ເທດ​ຄົນ​ໃໝ່​ໃນ​ອາ​ທິດນີ້ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ ​ຫຼັງ​ຈາກ​ໄດ້​ມີ​ການ​ລາ​ອອກ​ຢ່າງ​ກະ​ທັນ​ຫັນ​ຂອງ​ທ່​ານ​ຫງຽນ​ຊວນ​ຟຸກ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ປາ​ບ​ປາມ​ການ​ສໍ້​ລາດບັງ​ຫຼວງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP ຂອງ​ຝ​ຣັ່ງ.

ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ​ຫວໍ ວັນ ເທືອງ (Vo Van Thuong) ​ອາ​ຍຸ 52 ປີ ຈະ​ຖືກ​ຮັບ​ຮອງ​ເອົາ ໃນ​ກອງ​ປະ​ຊຸມ​ສະ​ໄໝ​ວິ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ພະ​ຫັດ​ ມື້​ອື່ນນີ້ ອີງ​ຕາມ​ແຫຼ່ງ​ຂ່າວ​ທາງ​ການ​ເມືອງ​ແລະລັດ​ຖະ​ບານ ທີ່​ແຈ້ງ​ໃຫ້​ອົງ​ການ​ຂ່າວ​ຝ​ຣັ່ງ​ຊາບ.

ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ​ດັ່ງ​ກ່າວ ມີ​ຂຶ້ນ​ໃນ​ລະ​ຫວ່າງ​ທີ່​ເກີດ​ຄວາມ​ວຸ້ນ​ວາຍ​ທາງ​ການ​ເມືອງ​ຢູ່​ໃນ​ຫວຽດ​ນາມ ບ່ອນ​ທີ່​ອົງ​ການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງທີ່​ມີ​ອິດ​ທິ​ພົນຂອງ​ພັກ​ຄອມ​ມູ​ນິ​ສ ໄດ້​ຊຳ​ລະ​ສະ​ສາງ ແລະ​ເກີດ​ການ​ຕໍ່​ສູ້​ລະ​ຫວ່າງ​ພັກ​ຝ່າຍ ຊຶ່ງ​ໄດ້​ເຫັນ​ລັດ​ຖະ​ມົນ​ຕີ​ຫຼາຍ​ຄົນ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ.

ປະ​ເທດ​ຫວຽດ​ນາມ​ແມ່ນ​ບໍ​ລິ​ຫານ​ໂດຍ​ພັກ​ໂທນ ຊຶ່ງໃນ​ທາງ​ການ​ແລ້ວ​ແມ່ນ​ນຳ​ພາ​ໂດ​ຍ​ເລ​ຂາ​ທິ​ການ​ໃຫຍ່​ ປະ​ທານ​ປະ​ເທດ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ທ່ານ​ເທືອງ​ແມ່ນ​ເບິ່ງ​ກັນ​ວ່າ ມີ​ຄວາມ​ໃກ້​ຊິດ ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ຫງຽນ ຟູ ຈອງ ຊຶ່ງ​ເປັນ​ບຸກ​ຄົນ​ທີ່​ມີ​ອິດ​ທິ​ພົນ​ທີ່​ສຸດ​ຢູ່​ໃນ​ພັກແລະ​ເປັນ​ສະ​ຖາ​ປະ​ນິກ​ໃນ​ການ​ປຸກ​ລະ​ດົມ​ຕໍ່​ຕ້ານກ​ານ​ສໍ້​ລາດ​ບັງ​ຫຼວງ.

ແຫຼ່ງ​ຂ່າວ​ຂອງ​ສະ​ພາ​ແຫ່ງ​ຊາດ​ແຈ້ງ​ໃຫ້​ອົງ​ການ​ຂ່າວ​ຝ​ຣັ່ງ​ຊາບ​ວ່າ “ຄະ​ນະ​ກຳມະ​ການ​ກາ​ງ​ຂອງ​ພັກ​ຈະ​ພົບ​ປະ​ກັນ​ໃນ​ວັນ​ພຸດມື້ນີ້ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຊຶ່ງ​ມີ​ທັງ​ໝົດ​ເກືອບ 500 ຄົນ​ນັ້ນ ຈະເປີດປະ​ຊຸມ​ສະ​ໄໝ​ວິ​ສາ​ມັນ​ຄັ້ງ​ທີ 4 ໃນ​ວັນ​ພະ​ຫັດ​ ມື້​ອື່ນນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG