ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ OPEC ຈະພິຈາລະນາ ກ່ຽວກັບການຫຼຸດການຜະລິດນໍ້າມັນໃນປະລິມານຫຼາຍກ່ວາ 1 ລ້ານຖັງຕໍ່ມື້


ແຟ້ມຮູບ-ໃນພາບປະກອບນີ້ ເປີດເຜີຍໃຫ້ເຫັນກ່ຽວກັບ ປຣັກນ້ອຍໆສໍາລັບສຽບສາຍສັນຍານຂອງເຄື່ອງອີເລັກໂທຣນິກແບບສາມມິຕິ ຢູ່ເບື້ອງໜ້າຂອງເຄື່ອງໝາຍ OPEC ແລະເສັ້ນກຣາປຫຸ້ນ.
ແຟ້ມຮູບ-ໃນພາບປະກອບນີ້ ເປີດເຜີຍໃຫ້ເຫັນກ່ຽວກັບ ປຣັກນ້ອຍໆສໍາລັບສຽບສາຍສັນຍານຂອງເຄື່ອງອີເລັກໂທຣນິກແບບສາມມິຕິ ຢູ່ເບື້ອງໜ້າຂອງເຄື່ອງໝາຍ OPEC ແລະເສັ້ນກຣາປຫຸ້ນ.

ອົງການ OPEC ບວກ ຈະພິຈາລະນາກ່ຽວກັບການຫຼຸດການຜະລິດນໍ້າມັນໃນປະລິມານຫຼາຍກ່ວາ 1 ລ້ານຖັງຕໍ່ມື້ ເວລາອົງ​ການ​ດັ່ງ​ກ່າວຈະປະຊຸມກັນໃນວັນທີ 5 ຕຸລານີ້, ອີງຕາມ​ແຫຼ່ງ​ຂ່າວ​ໂອ​ເປັກທີ່ອົງການຂ່າວຣອຍເຕີສ໌ລາຍ​ງານ.

ຈໍານວນໂຕເລກສໍາລັບການຫຼຸດດັ່ງກ່າວ ແມ່ນສູງກວ່າການຄາດຄະເນໄວ້ ໃນອາທິດທີ່ຜ່ານມາເລັກນ້ອຍ, ເຊິ່ງມີຈໍານວນລະຫວ່າງ 500,00 ຖັງ​ຕໍ່​ມື້ ​ຫາ 1 ລ້ານ​ຖັງ​ຕໍ່​ມື້.

ອົງ​ການ OPEC ບວກ ເຊິ່ງເປັນການລວມກັນຂອງບັນດາປະເທດສະມາຊິກ OPEC ແລະພັນທະມິດຂອງພວກເຂົາເຊັ່ນ ຣັດເຊຍ, ໂດຍມີການຈັດການປະຊຸມກັນເປັນຄັ້ງທໍາອິດ ຢູ່ທີ່ນະຄອນວຽນນາໃນປີ 2020.

ນຶ່ງໃນແຫຼ່ງຂ່າວກ່າວວ່າ “ມັນເປັນການປະຊຸມທີ່ເກີດຂຶ້ນໃນຊ່ວງເວລາທີ່ໜ້າສົນໃຈ ຂອງສະຖານະການໃນທົ່ວໂລກ.”

ການຫຼຸດປະລິມານການຜະລິດລົງ ໄດ້ຮັບການພິຈາລະນາຈາກຜົນຂອງລາຄານໍ້າມັນທີ່ຄ່ອຍໆຫຼຸດລົງມາຈາກລາຄາທີ່ສູງທີ່ສຸດຂອງຊ່ວງຫຼາຍປີໃນເດືອນມີນາທີ່ຜ່ານມາ ແລະສະພາບການປັ່ນປ່ວນຂອງຕະຫຼາດນໍ້າມັນ.

ໃນໄລຍະທໍາອິດ ຊາອຸດີ ອາຣາເບຍ, ແລະບັນດາຜູ້ນໍາຂອງອົງການ OPEC ໄດ້ກໍານົດເປົ້າໝາຍທີ່ຈະຫຼຸດຄວາມສາມາດຂອງການຜະລິດລົງ ເພື່ອເຮັດໃຫ້ຖືກຕ້ອງກັບຕະຫຼາດ ໃນເດືອນສິງຫາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG