ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກືອບ​ຮອດ 200 ຄົນ​ຖືກ​ຂ້າ​ຕາຍ​ ໃນ​ຂະ​ນະ​ທີ່​ມີ​ການ​ສູ້​ລົບ​ກັນ​ແຮງ​ຂຶ້ນ ​ຢູ່​ໃກ້​ເມືອງ​ມາ​ຣິບ​ຂອງ​ເຢ​ເມນ, ອີງ​ຕາມ​ແຫລ່ງ​ຂ່າວ​


ພວກ​ທະ​ຫານ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ລັດ​ຖະ​ບານ​ເຢ​ເມນ ​ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາ​ກ​ຊາ​ອຸ​ດີ ຂີ່​ລົດ​ກະ​ບະ​ໄປ​ຫາບ່ອນ​ປະ​ຈຳ​ການ​ຂອງ​ເຂົາ​ເຈົ້າ ​ໃກ້​ກັບເສັ້ນ​ຊາຍ​ແດນ​ບ່ອນ​ທີ່​ມີ​ການ​ສູ້​ລົບ​ກັນ​ກັບ​ພວກ​ຮູ​ຕີຢູ່​ໃນ​ Marib ທາງ​ພາກ​ຕາ​ເວັນ​ອອກ​ສຽງເໜືອ​ຂອງປະ​ເທດ, ວັນ​ທີ 17 ທັນ​ວາ, 2021
ພວກ​ທະ​ຫານ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ລັດ​ຖະ​ບານ​ເຢ​ເມນ ​ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາ​ກ​ຊາ​ອຸ​ດີ ຂີ່​ລົດ​ກະ​ບະ​ໄປ​ຫາບ່ອນ​ປະ​ຈຳ​ການ​ຂອງ​ເຂົາ​ເຈົ້າ ​ໃກ້​ກັບເສັ້ນ​ຊາຍ​ແດນ​ບ່ອນ​ທີ່​ມີ​ການ​ສູ້​ລົບ​ກັນ​ກັບ​ພວກ​ຮູ​ຕີຢູ່​ໃນ​ Marib ທາງ​ພາກ​ຕາ​ເວັນ​ອອກ​ສຽງເໜືອ​ຂອງປະ​ເທດ, ວັນ​ທີ 17 ທັນ​ວາ, 2021

ມີນັກລົບປະມານ 200 ຄົນຖືກຂ້າຕາຍ ຢູ່ໃນການປະທະກັນໃໝ່ໆ ຢູ່ໃກ້ເມືອງ ມາ​ຣິບ (Marib) ທີ່ມີ​ລັກ​ສະ​ນະຍຸດທະສາດຂອງເຢເມນນັ້ນ, ອີງ​ຕາມແຫຼ່ງ ຂ່າວທາງທະຫານ ແລະທາງການແພດທີ່ກ່າວໃນວັນອັງຄານວານນີ້, ໃນຂະນະ ທີ່ສົງ​ຄາມເປັນເວລາ 7 ປີ ໄດ້​ເຫັນຄວາມຮຸນແຮງທີ່ເພີ່ມຂຶ້ນ.

ພວກກະບົດຮູ​ຕີຫຼາຍກວ່າ 125 ຄົນຖືກຂ້າຕາຍ ໃນການໂຈມຕີທາງອາກາດຂອງກຳລັງປະສົມທີ່ນຳພາໂດຍຊາ​ອຸ​ດີ ແລະການປະທະກັນກັບກຳລັງສະໜັບສະໜູນລັດຖະບານ ໃນແຂວງຊາບ​ວາ (Shabwa) ແລະອາ​ລ-ເບ​ດາ (Al-Bayda) ຕິດກັບເມືອງມາ​ຣິບ, ອີງ​ຕາມແຫຼ່ງຂ່າວທາງການແພດທີ່ກ່າວ​ຕໍ່​ອົງ​ການ​ຂ່າວ AFP.

ກອງ​ພັນໃຫຍ່​ທີ່​ສະໜັບສະໜູນ​ຝ່າຍລັດຖະບານທີ່ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ຊາ​ອຸ​ດີ ອາ​ຣາ​ເບຍ ​ແລະ​ສະຫະລັດ​ອາຣັບ​ເອ​ເມີ​ເຣັສກໍ​ໄດ້​ສູນ​ເສຍ​ນັກ​ລົບ ໄປ 70 ຄົນເຊັ່ນ​ກັນ, ອີງ​ຕາມແຫຼ່ງຂ່າວ​ຂອງ​ລັດຖະບານ​ເຢ​ເມນ​. ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ໃນ​ 24 ຊົ່ວ​ໂມງ​ຜ່ານ​ມາ.

ກອງ​ກຳ​ລັງ​ທະ​ຫານ​ປະສົມ​ທີ່​ນຳພາ​ໂດຍ​ຊາ​ອຸ​ດີ ​ໄດ້ທຳ​ການ​ຕໍ່ສູ້ມາ​ເປັນ​ເວລາ​ເກືອບ 7 ປີແລ້ວ ​ເພື່ອ​ສະໜັບສະໜູນ​ລັດຖະບານ​ເຢ​ເມນໃນ​ການ​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງຮູ​ຕີຢູ່​ໃນ​ການ​ຂັດ​ແຍ້ງ​ກັນ​ທີ່​ໄດ້ພາ​ໃຫ້ຫຼາຍ​ລ້ານ​ຄົນຕ້ອງ​ໄດ້​ອົບ​ພະຍົບ​ໜີ ​ແລະ​ສ້າງໃຫ້ມີ​ວິ​ກິດ​ການ​ດ້ານ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ.

ຕຳ​ຫລວດກວດ​ການ​ຈາ​ລະ​ຈອນຍ່າງ​ຕາມ​ຊາກ​ຫັກ​ພັງ​ທີ່​ຖືກ​ທຳ​ລາຍໂດຍ​ການ​ໂຈມ​ຕີ​ທາງ​ອາ​ກາດທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ​ໃນ​ສະ​ໜາມ​ບິນ Sana'a ໃນ​ເມືອງSana'a ຂອງ​ເຢ​ເມນ, 21 ທັນ​ວາ, 2021
ຕຳ​ຫລວດກວດ​ການ​ຈາ​ລະ​ຈອນຍ່າງ​ຕາມ​ຊາກ​ຫັກ​ພັງ​ທີ່​ຖືກ​ທຳ​ລາຍໂດຍ​ການ​ໂຈມ​ຕີ​ທາງ​ອາ​ກາດທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ​ໃນ​ສະ​ໜາມ​ບິນ Sana'a ໃນ​ເມືອງSana'a ຂອງ​ເຢ​ເມນ, 21 ທັນ​ວາ, 2021

ໃນ​ຂະ​ນະ​ທີ່ມີ​ການ​ຕໍ່​ສູ້​ກັນ​ເພີ່ມ​ຂຶ້ນ, ພວກ​ກະ​ບົດ​ໃນ​ວັນ​ຈັນ​ຜ່ານ​ມານີ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຍຶດເອົາ​ກຳ​ປັ່ນ​ທະ​ຫານ​ທີ່​ຕິດ​ທຸງ​ສະ​ຫະ​ລັດ​ອາ​ຣັບ​ເອເ​ມີ​ເຣັ​ສ. ຝ່າຍ​ກຳ​ລັງປະ​ສົມໄດ້ຢືນຢັນວ່າມັນບັນທຸກອຸປະກອນການແພດ.

​ໃນ​ເດືອນ​ກັນຍາ​ຜ່ານ​ມາ, ພວກ​ກະບົດ​ໄດ້​ເພີ່ມ​ຄວາມ​ພະຍາຍາມທີ່​ຈະຍຶດ​ເອົາ ເມືອງມາ​ຣິບຊຶ່ງ​ເປັນ​ເມືອງ​ຫລວງ​ຂອງ​ແຂວງ ທີ່​ເປັນ​ທີ່​ໝັ້ນ​ແຫ່ງສຸດ​ທ້າຍ​ຂອງ​ລັດຖະບານຢູ່​ທາງ​ພາກ​ເໜືອຂອງ​ປະ​ເທດ.

ໃນ​ຊຸ​ມ​ອາ​ທິດ​ມໍ່ໆ​ມາ​ນີ້ ​ໄດ້​ມີ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຊາ​ອຸ​ດີ​ອາ​ຣາເ​ບຍ​ທີ່​ເພີ່ມ​ຂຶ້ນ​ຕື່ມ​ອີກ ຕໍ່​ການ​ທະ​ວີ​ຄູນ​ຂຶ້ນ​ຂອງພວກກະ​ບົດ​ໃນ​ຂະນະ​ທີ່​ພວກຮູ​ຕີ​ໄດ້​ເພີ້ມ​ທະ​ວີການໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ​ແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບ.

ຜູ້ໄດ້​ຮັບບາດເຈັບສາມສິບເກົ້າຄົນ ໄດ້ໄປ​ເຖິງໂຮງໝໍອາ​ແທັກ (Ataq) ຂອງ ແຂວງ​ຊາບ​ວາ (Shabwa) ໃນເວລາພຽງມື້ດຽວ ໃນວັນອາທິດຜ່ານ​ມາ, ອີງຕາມທີມງານຂອງ​ອົງ​ການ Medecins Sans Frontieres ທີ່ໄປເຖິງ​ແຂວງນັ້ນໃນທ້າຍເດືອນທັນວາຜ່ານ​ມານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG