ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານທະຫານຂອງມຽນມາ ຕິດຕັ້ງລະບົບກ້ອງວົງຈອນປິດຂອງຈີນ ໃນຫຼາຍໆເມືອງຂອງປະເທດ


ກ້ອງ CCTV ຢູ່ເທິງຊັ້ນວາງຂາຍຜະລິດຕະພັນກ້ອງວົງຈອນປິດ ຂອງດາຮົວ ເທັກໂນໂລຈີ (Dahua Technology) ທີ່ງານສະແດງສິນຄ້າປັກກິ່ງ ປະເທດຈີນ 2018, ທີ່ ປັກກິ່ງ, ເມື່ອວັນທີ 23 ຕຸລາ 2018. ລັດຖະບານທະຫານຂອງມຽນມາ ກໍາລັງຕິດຕັ້ງກ້ອງວົງຈອນປິດທີ່ມີຄວາມສາມາດຈື່ໜ້າຂອງຄົນໄດ້ໃນຫຼາຍໆເມືອງຂອງປະເທດ.
ກ້ອງ CCTV ຢູ່ເທິງຊັ້ນວາງຂາຍຜະລິດຕະພັນກ້ອງວົງຈອນປິດ ຂອງດາຮົວ ເທັກໂນໂລຈີ (Dahua Technology) ທີ່ງານສະແດງສິນຄ້າປັກກິ່ງ ປະເທດຈີນ 2018, ທີ່ ປັກກິ່ງ, ເມື່ອວັນທີ 23 ຕຸລາ 2018. ລັດຖະບານທະຫານຂອງມຽນມາ ກໍາລັງຕິດຕັ້ງກ້ອງວົງຈອນປິດທີ່ມີຄວາມສາມາດຈື່ໜ້າຂອງຄົນໄດ້ໃນຫຼາຍໆເມືອງຂອງປະເທດ.

ລັດຖະບານທີ່ເຂົ້າຢຶດອໍານາດຂອງມຽນມາ ກໍາລັງຕິດຕັ້ງກ້ອງທີ່ຜະລິດໂດຍຈີນ ເຊິ່ງມີປະສິດທິພາບ ໃນການຈື່ໜ້າຂອງຄົນໄດ້ ຢູ່ຫຼາຍໆເມືອງໃນທົ່ວປະເທດ, ອີງຕາມການກ່າວ ຂອງຜູ້ທີ່ມີຄວາມຮູ້ໂດຍກົງທັງສາມຄົນກ່ຽວກັບເລື້ອງນີ້. ອີງຕາມລາຍງານ ຂອງອົງການຂ່າວຣອຍເຕີ.

ໃນການປະມູນຈັດຊື້ ແລະຕິດຕັ້ງກ້ອງເພື່ອຮັກສາຄວາມປອດໄພ ເຊິ່ງເປັນເທັກໂນໂລຈີທີ່ຈື່ໜ້າຂອງຄົນໄດ້, ແຜນດັ່ງກ່າວໄດ້ອະທິບາຍວ່າ ເປັນໂຄງການເພື່ອຄວາມປອດໄພຂອງເມືອງຕ່າງໆ ທີ່ມຸ້ງເນັ້ນສໍາລັບການຮັກສາຄວາມປອດໄພ, ແລະໃນບາງກໍລະນີ ເພື່ອຮັກສາຄວາມສະງົບສຸກຂອງພົນລະເຮືອນ, ອີງຕາມການກ່າວຂອງຜູ້ທີ່ກ່ຽວຂ້ອງ ແລະມີສ່ວນຮ່ວມຢູ່ໃນໂຄງການດັ່ງກ່າວ.

ນັບຕັ້ງແຕ່ມີການກໍ່ລັດຖະປະຫານເມື່ອວັນທີ 24 ກຸມພາ 2021, ເຈົ້າໜ້າທີ່ທ້ອງຖິ່ນໄດ້ມີການເລີ້ມຕົ້ນໂຄງການໃໝ່ກ່ຽວກັບກ້ອງວົງຈອນປິດ ສໍາລັບຢ່າງ ໜ້ອຍ 5 ເມືອງ ລວມມີເມືອງມໍ​ລະ​ແມ່ງ (Mawlamyine) ເຊິ່ງເປັນເມືອງໃຫຍ່ອັນດັບ 4 ຂອງປະເທດ, ອີງຕາມຂໍ້ມູນຈາກທັງສາມຄົນທີ່ໄດ້ຂໍຮ້ອງບໍ່ໃຫ້ເປີດ ເຜີຍຊື່ຂອງພວກເຂົາເຈົ້າ ເນື່ອງຈາກມີຄວາມຢ້ານທີ່ຈະຖືກຕອບໂຕ້ໂດຍພວກລັດຖະບານທະຫານ.
ໂຄງການໃໝ່ນີ້ ເປັນໂຄງການເພີ້ມເຕີມສໍາລັບ 5 ເມືອງ, ເຊິ່ງໄດ້ມີການອ້າງກ່ຽວກັບລະບົບກ້ອງວ່າ ເປັນມາດຕະການປ້ອງກັນອາຊະຍາກໍາ ທີ່ໄດ້ຮັບການຕິດຕັ້ງ ແລະໄດ້ວາງແຜນໂດຍລັດຖະບານຊຸດກ່ອນ ເຊິ່ງນໍາພາໂດຍທ່ານນາງອອງ ຊານ ຊູ ຈີ, ອີງຕາມແຫຼ່ງຂ່າວ ແລະການສື່ສານທ້ອງຖິ່ນ.

ໂຄສົກຂອງລັດຖະບານຖະຫານ ບໍ່ໄດ້ຮັບໂທລະສັບຈາກອົງການຂ່າວຣອຍເຕີ ເພື່ອຂໍຄໍາຄິດເຫັນຕ່າງໆ. ບໍ່ມີລັດຖະບານທ້ອງຖິ່ນໃດໆເລີຍໃນ 10 ເມືອງ ທີ່ຈະໃຫ້ຄໍາເຫັນຈາກການໂທຫາຂອງອົງການຂ່າວຣັອຍເຕີ, ທັງໝົດນັ້ນ ແມ່ນຖືກຄວບຄຸມໂດຍລັດຖະບານທະຫານ. ອົງການຂ່າວຣອຍເຕີບໍ່ສາມາດກວດສອບລາຄາໃນການປະມູນຊື້ ຫຼືລົງຢ້ຽມຢາມເມືອງຕ່າງໆເພື່ອຢັ້ງຢືນການຕິດຕັ້ງກ້ອງວົງຈອນປິດດັ່ງກ່າວໄດ້.

ລັດຖະບານທະຫານ ກໍາລັງວາງແຜນກ່ຽວກັບລະບົບກ້ອງວົງຈອນປິດສໍາລັບເມືອງຕ່າງໆໃນ 7 ລັດຂອງມຽນມາ ແລະ 7 ຂົງເຂດພູມິພາກ, ອີງຕາມການກ່າວຈາກແຫຼ່ງຂ່າວຄົນນຶ່ງທີ່ຮັບຮູ້ໃນການບັນຍາຍສະຫຼຸບ ກ່ຽວກັບແຜນການຂອງລັດຖະບານທະຫານໃນສອງຊ່ວງເວລາໂດຍສອງຄົນທີ່ແຕກຕ່າງກັນ.

ຍັງບໍ່ເຄີຍມີການລາຍງານກ່ຽວກັບຂະໜາດຄວາມພະຍາຍາມຂອງລັດຖະບານທະຫານໃນການນໍາລະບົບກ້ອງວົງຈອນປິດອອກມາຕິດຕັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG