ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ຫົວໜ້າ ໂຄສະນາຫາສຽງ ຂອງ ປ. ທຣຳ ຍອມຮັບຜິດ ແລະ ຈະຮ່ວມມື ກັບ ທ. ມັລເລີ


ອະດີດຫົວໜ້າ ໂຄສະນາຫາສຽງ ຂອງທ່ານທຣຳ ທ່ານພອລ ມານາຝອດ ໄປຮອດສານ ໃນເຂດນະຄອນຫຼວງ ວໍຊິງຕັນ. (ວັນທີ 15 ມິຖຸນາ 2018)
ອະດີດຫົວໜ້າ ໂຄສະນາຫາສຽງ ຂອງທ່ານທຣຳ ທ່ານພອລ ມານາຝອດ ໄປຮອດສານ ໃນເຂດນະຄອນຫຼວງ ວໍຊິງຕັນ. (ວັນທີ 15 ມິຖຸນາ 2018)

ອະດີດປະທານຄະນະໂຄສະນາຫາສຽງຂອງປະທານາທິບໍດີດໍໂນລ ທຣຳ ທ່ານພອລ
ມານາຝອດ ໄດ້ຕົກລົງທີ່ຈະໃຫ້ການຮ່ວມມືແກ່ການສືບສວນ ຂອງໄອຍະການພິເສດ ທ່ານໂຣເບີດ ມັລເລີ ກ່ຽວກັບການແຊກແຊງ ຂອງຣັດເຊຍ ເຂົ້າໃນການເລືອກຕັ້ງປະ
ທານາທິບໍດີປີ 2016 ຂອງສະຫະລັດ.

ການໃຫ້ຄວາມຮ່ວມມືຂອງທ່ານມານາຝອດແມ່ນສ່ວນນຶ່ງຂອງການຕົກລົງທີ່ໄດ້ບັນລຸ
ກັນ ກັບພວກໄອຍະການຂອງລັດຖະບານກາງ ທີ່ອະນຸຍາດໃຫ້ທ່ານຫລີກລ່ຽງຕໍ່ການ
ຖືກດຳເນີນຄະດີ ໃນຂໍ້ຫາທີ່ພົວພັນກັບ ການໃຫ້ຄຳປຶກສາ ທາງດ້ານການເມືອງຂອງ
ທ່ານ ຢູ່ປະເທດຢູເຄຣນ.

ແນວໃດກໍຕາມ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີຂໍ້ມູນ ທີ່ສະເພາະເຈາະຈົງຫຍັງແດ່ ກ່ຽວກັບປະທານາທິບໍດີທຣຳ ແລະຄະນະໂຄສະນາຫາສຽງເປັນປະທານາທິບໍດີຂອງ
ທ່ານ ທີ່ທ່ານມານາຝອດ ຈະມອບໃຫ້ແກ່ຄະນະສືບສວນ. ແນວໃດກໍຕາມ ທ່ານແມ່ນ
ນຶ່ງ ໃນຈຳນວນບຸກຄົນທີ່ເຂົ້າຮ່ວມການປະຊຸມ ທີ່ຕຶກທຣຳທາວເວີ້ ໃນເດືອນມິຖຸນາປີ
2016 ລະຫວ່າງ ເຈົ້າໜ້າທີ່ໂຄສະນາຫາສຽງ ຂອງທ່ານທຣຳ ກັບທະນາຍຄວາມຣັດ
ເຊຍ ທີ່ໄດ້ສະແດງໃຫ້ເຫັນວ່ວາ ນາງມີຂໍ້ມູນທີ່ເສຍຫາຍ ກ່ຽວກັບ ທ່ານນາງຮິລລາຣີ
ຄລິນຕັນ ທີ່ເປັນຄູ່ແຂ່ງຂອງທ່ານທຣຳນັ້ນ.

Manafort Pleads Guilty, Agrees to Cooperate with Mueller Probe
please wait

No media source currently available

0:00 0:02:16 0:00

ທ່ານມານາຝອດ ໄດ້ຖືກຕັດສິນລົງໂທດ ໃນເດືອນແລ້ວນີ້ວ່າ ມີຄວາມຜິດໃນຖານກໍ່
ອາຊະຍາກຳທາງດ້ານການເງິນ 8 ກະທົງໃນການດຳເນີນຄະດີນຶ່ງອີກຕ່າງຫາກຂອງ
ລັດຖະບານກາງ ທີ່ລັດເວີຈີເນຍ ແລະຜູ້ກ່ຽວປະເຊີນກັບການຖືກຈຳຄຸກແຕ່ 7 ຫາ 10
ປີ ໃນຄະດີດັ່ງກ່າວ.

ຂໍ້ຫາເຫລົ່ານີ້ບໍ່ໄດ້ພົວພັນກັບການໂຄສະນາຫາສຽງໃນການເລືອກຕັ້ງປີ 2016.

ທ່ານມານາຝອດ ແມ່ນເພື່ອນຮ່ວມງານຄົນຫລ້າສຸດຂອງປະທານາທິບໍດີທຣຳຈຳນວນ
ຫຼາຍຄົນທີ່ໄດ້ຍອມຮັບຜິດ ແລະໃຫ້ການຮ່ວມມືກັບພວກເຈົ້າໜ້າທີ່ສືບສວນໂດຍຫວັງ
ວ່າຈະໄດ້ຮັບການຜ່ອນຜັນໂທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG