ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Trump ​ຈະ​ປະກາດ ​ການເລືອກເອົາ ຜູ້ຮອງຂອງທ່ານ ໃນວັນ​ສຸກມື້ອື່ນ


US Politics Trump VP Pick
please wait

No media source currently available

0:00 0:01:04 0:00

ຜູ້​ສະໝັກພັກ Republican ​ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ​ການສະ​ເໜີ​ຊື່​ແຕ່ງຕັ້ງ​ເປັນ​ຕົວ​ແທນ​ ຂອງ​ພັກ​ເພື່ອແຂ່ງ​ຂັນ​ເຂົ້າ​ຊີງ​ເອົາ​ຕຳ​ແໜ່​ງ​ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້ຫລຸດ​ຈຳນວນ​ບຸກຄົນ​ທີ່​ທ່ານ​ຈະ​ເລືອກ​ເອົາ​ມາ​ເປັນ​ຮອງ​ປະທານາທິບໍດີ ​ຮ່ວມ​ກັບ​ທ່ານ​ແລະ​ມີ​ແຜນການ​ຈະ​ປະກາດກ່ຽວ​ກັບ​ການ​ຄັດ​ເລືອກດັ່ງກ່າວ​ຕໍ່​ສາທາ ລະນະ​ຊົນໃນ​ວັນ​ສຸກ​ມື້​ອື່ນ​ນີ້.

ທ່ານ Trump ກ່າວ​ຜ່ານ​ທາງ Twitter ວ່າ ທ່ານ​ຈະ​ປະກາດ​ໃນ​ເວລາ 11 ​ໂມງ​ເຊົ້າຂອງ ວັນ​ສຸກ​ມື້ອື່ນ ທີ່​ນະຄອນ​ນິວຢອກ.

​ຮວມຢູ່​ໃນພວກທີ່​ມີ​ທ່າ​ທາງ​ວ່າ​ຈະ​ຖືກ​ເລືອກ​ນັ້ນ ກໍ​ມີ​ຜູ້​ປົກ​ຄອງລັດ Indiana ທ່ານ Mike Pence ຜູ້​ຊຶ່ງ​ໄດ້​ປະກົດ​ຕົວ​ໃນ​ການ​ຫາ​ລາຍ​ໄດ້ຮ່ວມກັບ​ທ່ານ Trump ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ນີ້ ອະດີດ​ປະ​ທາ​ນສະພາ​ຕ່ຳ ທ່ານ Newt Gingrich ຫຼື​ບໍ່ ກໍ​ຜູ້​ປົກ​ຄອງລັດ ​New Jersey ທ່ານ Chris Christie. ທ່ານ Christie ​ຜູ້​ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ຜູ້​ສະໝັກ​ຂອງ ພັກ Republican ​ແຂ່ງກັບ​ທ່ານ Trump ​ແລະ​ຕໍ່​ມາ​ກໍ​ໄດ້​ໃຫ້ການ​ໜຸນ​ຫຼັງ ​ແກ່​ນັກທຸລະກິດ​ພັນ​ລ້ານ ຫຼັງ​ຈາກ​ທີ່​ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນໃນ​ຕົ້ນ​ປີ​ນີ້.

​ແຫຼ່ງຂ່າວ​ຫຼາຍກະ​ແສ ທີ່​ຮວມມີ U.S News ​ແລະ World Report ​ແລະ Politico ຕ່າງລະບຸ​ວ່າ ການ​ແຂ່ງຂັນ​ນີ້​ແມ່ນ​ລະຫວ່າງ​ທ່ານ Gingrich ​ແລະທ່ານ Pence.

ຈາກຊ້າຍ: ທ່ານ Newt Gingrich ອະດີດປະທານສະພາຕ່ຳ, ຜູ້ປົກຄອງລັດ New Jersey ທ່ານ Chris Christie ແລະທ່ານ Mike Pence ຜູ້ປົກຄອງລັດ Indiana ຊຶ່ງນຶ່ງໃນສາມອາດຖືກເລືອກເປັນຮອງຂອງທ່ານ Donald Trump ຜູ້ທີ່ຄິດວ່າຈະເປັນຜູ້ທີ່ຖືກເລືອກເປັນຕົວແທນຂອງພັກ Republican.
ຈາກຊ້າຍ: ທ່ານ Newt Gingrich ອະດີດປະທານສະພາຕ່ຳ, ຜູ້ປົກຄອງລັດ New Jersey ທ່ານ Chris Christie ແລະທ່ານ Mike Pence ຜູ້ປົກຄອງລັດ Indiana ຊຶ່ງນຶ່ງໃນສາມອາດຖືກເລືອກເປັນຮອງຂອງທ່ານ Donald Trump ຜູ້ທີ່ຄິດວ່າຈະເປັນຜູ້ທີ່ຖືກເລືອກເປັນຕົວແທນຂອງພັກ Republican.

ທ່ານ Paul Manafort ປະທານ​ການ​ໂຄສະ​ນາ​ຫາ​ສຽງ​ຂອງ ທ່ານ Trump ​ແມ່ນ​ຊຸກຍູ້ໃຫ້​ເລືອກ​ເອົາ​ທ່ານ Pence ອິງ​ຕາມ​ວາລະສານ U.S News. ​ແຫ​ລ່ງຂ່າວ​ຈາກ​ການ​ໂຄສະ ນາ​ຫາ​ສຽງ​ຂອງ ທ່ານ Trump ແຈ້ງ​ໃຫ້ວາລະສານນີ້ຊາບ​ວ່າ ອະດີດ​ສະມາຊິກ​ສະພາ​ນັ້ນ​ແມ່ນ​ເຫັນ​ວ່າ​ເຊື່ອ​ຖື​ໄດ້ ​ແລະ​ເປັນ​ທີ່​ນັບ​ໜ້າ​ຖື​ຕາ ພ້ອມ​ທັງ​ເປັນ “ຜູ້​ທີ່ພວກ​ເຂົາ​ເຈົ້າ​ສາມາດ​ຄວບ​ຄຸມ​ໄດ້.”

​ເຖິງ​ຢ່າງໃດ​ກໍ​ຕາມ ບັນດາ​ລູກໆ​ຂອງ​ທ່ານ Trump ຮວມທັງ​ລູກ​ເຂີຍ ສາມີ​ຂອງນາງ Ivanka ທ່ານ Jared Kushner ​ເບີ່​ງຄື​ວ່າ​ຈະ​ເລືອກ​ເອົາ​ທ່ານ Gingrich ອິງ​ຕາມລາຍ​ງາ​ນ​ຂ່າວ​ຂອງ​ແວັບ​ໄຊ​ຕ໌ Politico ທີ່​ໄດ້​ເກັບ​ກຳ​ເອົາ​ຂໍ້​ມູນ​ຈາກ​ຫຼາຍໆ​ແຫ່ງ ທີ່​ພົວພັນໃນ​ການ​ພິຈາ ລະນາ​ຢ່າງຮອບ​ຄອບ​ກ່ຽວ​ກັບການຫາ​ສຽງນີ້.

ນອກ​ນັ້ນ ຜູ້​ສະໝັກ​ສັງກັດ​ພັກ Republican ຍັງ​ກ່າວ​ຍົກຍ້ອງ​ທ່ານ Christie ທາງ​ໂທ ລະພາບ Fox News. ທ່ານ Trump ​ແລະ​ທ່ານ Christie ​ແມ່ນ​ມີ​ປະຫວັດ​ອັນ​ຍາວ​ນານ​ຮ່ວມ​ກັນ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG