ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງຊາວອີຣ່ານ 3 ຄົນ ຖືກສານຕັດສິນປະຫານຊີວິດໄປແລ້ວນັ້ນ ໄດ້ຖືກຍົກເວັ້ນໂທດ ແຕ່ຍັງຈະຖືກຈຳຄຸກຍາວນານ


ພາບຖ່າຍທີ່ບໍ່ລະບຸວັນເວລາ ຂອງຊາຍ 3 ຄົນ ທີ່ໄດ້ເຄີຍຖືກສານຕັດສິນໂທດປະຫານ ສຳລັບການເຂົ້າຮ່ວມໃນການປະທ້ວງຕໍ່ຕ້ານລັດຖະບານຂອງອີຣ່ານ ໃນເດືອນພະຈິກ 2019 (ພາບຖ່າຍໂດຍ: Amnesty International)
ພາບຖ່າຍທີ່ບໍ່ລະບຸວັນເວລາ ຂອງຊາຍ 3 ຄົນ ທີ່ໄດ້ເຄີຍຖືກສານຕັດສິນໂທດປະຫານ ສຳລັບການເຂົ້າຮ່ວມໃນການປະທ້ວງຕໍ່ຕ້ານລັດຖະບານຂອງອີຣ່ານ ໃນເດືອນພະຈິກ 2019 (ພາບຖ່າຍໂດຍ: Amnesty International)

ພວກປະທ້ວງຕໍ່ຕ້ານລັດຖະບານຊາວອີຣ່ານ 3 ຄົນ ຜູ້ທີ່ໄດ້ຖືກສານຕັດສິນໃຫ້ປະຫານຊີວິດໃນອີຣ່ານແຕ່ຜູ້ທີ່ໄດ້ຮັບສິດໃນການດຳເນີນຄະດີຄືນໃໝ່ເມື່ອອາທິດແລ້ວນີ້ ກຳລັງປະເຊີນກັບການຄຸມຂັງໃນຄຸກຕື່ມອີກຢ່າງບໍ່ມີກຳນົດ ໃນຂະນະທີ່ພວກທະນາຍຄວາມຂອງພວກເຂົາເຈົ້າ ພະຍາຍາມທີ່ຈະຫາທາງເຮັດໃຫ້ພວກເຂົາຖືກປ່ອຍໂຕດ້ວຍການວາງເງິນປະກັນໂຕ ທ່າມກາງອຸປະສັກທີ່ໃຫຍ່ຫຼວງ ອີງຕາມແຫລ່ງຂ່າວທີ່ຮູ້ຈັກດີກ່ຽວກັບເລື້ອງນີ້.

ໃນການຕັດສິນເມື່ອວັນເສົາຜ່ານມາ ສານສູງສຸດຂອງອີຣ່ານ ໄດ້ກ່າວວ່າ ຕົນໄດ້ຍົກເລີກຄຳຕັດສິນປະຫານຊີວິດ ທີ່ໄດ້ລົງຄວາມເຫັນໄປແກ່ພວກຊາຍ 3 ຄົນດັ່ງກ່າວ ແລະໄດ້ສັ່ງໃຫ້ສານປະຕິວັດຂັ້ນຕົ້ນພິຈາລະນາຄະດີພວກເຂົາຄືນໃໝ່ໃນຂໍ້ຫາທີ່ກ່ຽວຂ້ອງກັບການພົວພັນໃນການປະທ້ວງຕໍ່ຕ້ານລັດຖະບານຂອງອີຣ່ານທົ່ວປະເທດ ເມື່ອເດືອນພະຈິກ 2019 ນັ້ນ.

ທ້າວອາເມຍ ໂຮສເສນ ໂມຣາດີ (Amir Hossein Moradi) ທ້າວ ໂມຮໍາມາດ ຣາຈາບີ (Mohammad Rajabi) ແລະທ້າວ ຊາອີດ ທາມຈີດີ (Saeid Tamjidi) ໝົດທັງສາມຢູ່ໃນໄວ 20 ກວ່າປີ ໄດ້ຖືກສານຕັດສິນໃຫ້ປະຫານຊີວິດ ໃນເດືອນກຸມພາ ຜ່ານມາສຳລັບຂໍ້ກ່າວຫາ ທຳລາຍຊັບສິນ ວາງເພີງ ກໍ່ສົງຄາມຕໍ່ຕ້ານລັດ ແລະລັກຂະໂມຍຊັບດ້ວຍອາວຸດ. ການດຳເນີນຄະດີ ແມ່ນກັບກັບເບິ່ງແຍງໂດຍຜູ້ພິພາກສາສານປະຕິວັດ ທ່ານ ອາໂບລກາເຊັມ ຊາລາວາຕີ ຜູ້ທີ່ຖືກສະຫະລັດວາງມາດຕະການລົງໂທດເມື່ອເດືອນທັນວາປີກາຍນີ້ ສຳລັບ ການຕັດສິນລົງໂທດທີ່ “ໜັກເກີນໄປ ໂດຍລວມມີ ໂທດປະຫານຫຼາຍຄັ້ງ ເພື່ອຄິດບັນຊີຕໍ່ພວກນັກໂທດດ້ານການເມືອງ ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ແລະພວກເດີນຂະບວນປະທ້ວງທີ່ສັນຕິ.”

ການດຳເນີນຄະດີຄືນໃໝ່ຂອງພວກຜູ້ຊາຍ 3 ຄົນ ຈະດຳເນີນການໂດຍຜູ້ພິພາກສາສານປະຕິວັດຄົນໃໝ່ ອີງຕາມ ສານສູງສຸດຂອງອີຣ່ານ ທີ່ໄດ້ກ່າວໄປໃນຄຳຕັດສິນຄັ້ງຫຼ້າສຸດ.

ກ່ອນໜ້ານີ້ ສານຂັ້ນສູງຂອງອີຣານ ໄດ້ຢືນຢັນເອົາຕາມຄຳຕັດສິນລົງໂທດປະຫານຂອງພວກຜູ້ຊາຍດັ່ງກ່າວໃນເດືອນກໍລະກົດຜ່ານມາ ໂດຍເຮັດໃຫ້ພວກເຂົາ ຢູ່ໃນຄວາມສ່ຽງທີ່ຈະຖືກປະຫານຊີວິດໃນເວລາໃດກໍເປັນໄດ້ ແຕ່ໃນບໍ່ເທົ່າໃດມື້ຕໍ່ມາ ສານກໍໄດ້ຍົກເລີກຄຳຕັດສິນນັ້ນ. ການຍົກເລີກມີມາພາຍຫຼັງຈາກມີການໂວຍວາຍເກີດຂຶ້ນຈາກຊາວອີຣ່ານ ຜູ້ທີ່ໄດ້ຂຽນຂໍ້ຄວາມລົງໃນສື່ສັງຄົມຫຼາຍລ້ານເທື່ອພ້ອມດ້ວຍ ແຮດສ໌ແທກ (hashtag) ໃນພາສາເປີເຊຍວ່າ #ຢ່າປະຫານຊີວິດ ຫຼື #DoNotExecute ແລະກໍມີການຂໍຮ້ອງທີ່ຄ້າຍຄືກັນ ຈາກປະທານາທິບໍດີ ສະຫະລັດ, ທ່ານ ດໍໂນລ ທຣຳ ແລະພວກຄົນທີ່ມີສື່ສຽງຕ່າງປະເທດອີກຫຼາຍຄົນ. ການຢັ້ງຢືີນເອົາຄຳຕັດສິນໂທດປະຫານ ຍັງໄດ້ກະຕຸ້ນໃຫ້ພວກທະນາຍຄວາມຂອງພວກຜູ້ຊາຍດັ່ງກ່າວນັ້ນ ຂໍຮ້ອງໄປຍັງຫົວໜ້າຕຸລາການຂອງອີຣ່ານ ທ່ານອີບຣາຮີມ ເຣຊີ ໃຫ້ສັ່ງໃຫ້ມີການພິຈາລະນາຄະດີຄືນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG