ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ຈະ​ໂຈະ​ການ​ກ່າວ​ຄຳ​ປາ​ໄສ ຕໍ່​ປະ​ເທດ​ຊາດ​ໄວ້​ ຈົນ​ກວ່າ ການປິດ​​ລັດ​ຖະ​ບານ​ສິ້ນ​ສຸດລົງ


ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ​ທ​ຣຳ (ເຄິ່ງ​ກາງ) ນັ່ງ​ຢູ່​ໃນ​ກອງ​ປະ​ຊຸມ​ໂຕະ​ມົນ ​ກ່ຽວ​ກັບ​ການ​ດູ​ແລ​ສຸ​ຂະ​ພາບ ຢູ່​ຫ້ອງ​ການຂອງທ່ານ ໃນ​ທຳ​ນຽບ​ຂາວ ໃນ​ວັນ​ທີ 23 ມັງ​ກອນ, 2019
ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ​ທ​ຣຳ (ເຄິ່ງ​ກາງ) ນັ່ງ​ຢູ່​ໃນ​ກອງ​ປະ​ຊຸມ​ໂຕະ​ມົນ ​ກ່ຽວ​ກັບ​ການ​ດູ​ແລ​ສຸ​ຂະ​ພາບ ຢູ່​ຫ້ອງ​ການຂອງທ່ານ ໃນ​ທຳ​ນຽບ​ຂາວ ໃນ​ວັນ​ທີ 23 ມັງ​ກອນ, 2019

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ​ທ​ຣຳ ຂອງສະ​ຫະ​ລັດເວົ້າ​ວ່າ ທ່ານ​ຈະ​ໂຈະ​ການ​ກ່າວ​ຄຳ​ປາ​ໄສຕໍ່​ປະ​ເທດ​ຊາດ ​ໄວ້​ຈົນ​ກວ່າ​ວ່າ ທ່ານແລະ​ລັດ​ຖະ​ສະ​ພາ ແກ້​ໄຂ​ການ​ປິດລັດ​ຖະ​ບານ​ບາງ​ສ່ວນ​ໄດ້.

"ຂ້າ​ພ​ະເຈົ້າ​ບໍ່​ໄດ້ຊອກ​ຫາ​ສະ​ຖານ​ທີ່​ອື່ນ​ເພື່ອ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດຊາດ​ເພາະ​ວ່າ ບໍ່​ມີ​ສະ​ຖານ​ທີ່​ໃດ​ສາ​ມາດ​ທຽບເທົ່າ​ກັບ​ປະ​ຫວັດ​ສາດ, ປະ​ເພ​ນີ ແລະ​ຄວາມ​ສຳ​ຄັນ​ຂອງ​ສະ​ພາ​ຕ່ຳ​ໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທ​ຣຳ​ ທີ່​ຂຽນ​ລົງ​ໃນ​ທວີດ​ເຕີ ໃນ​ຕອນ​ແລງວັນ​ພຸດ​ວານນີ້. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຂ້າ​ພະ​ເຈົ້າຫວັງ​ວ່າ​ຈະໄດ້ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ອັນ​ດີ​ເລີດ​ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້.”

ກ່ອນ​ໜ້ານັ້ນ ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ເວົ້າ​ວ່າ ແຜນ​ການ​ກ່າວ​ຄຳ​ປ​າ​ໄສ​ປະ​ຈຳ​ປີ ດັ່ງ​ກ່າວຢູ່​ສະ​ຖານ​ທີ່​ອື່ນ ຊຶ່ງລວມ​ທັງ​ບ່ອນ​ໂຮມ​ຊຸມ​ນຸມທາງ​ການ​ເມືອງແມ່ນ​ໄດ້​ກຽມ​ພ້ອມໄວ້​ແລ້ວ ຂຶ້ນ​ກັບ​ວ່າການ​ປິດລັດ​ຖະ​ບານ​ບາງ​ສ່ວນ ຈະ​ແກ່​ຍາວ​ຕໍ່​ໄປ​ຫລືບໍ່.

ສ່ວນ​ນຶ່ງ​ຂອງ​ຈົດ​ໝາຍລົງ​ວັນ​ທີ 1​6 ມັງ​ກອນ, 2019 ທີ່ປະ​ທານ​ສະ​ພາ​ຕ່ຳ, ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ ຂຽນ​ເຖິງ ປ. ທ​ຣຳ ເພື່ອ​ຂໍ​ໃຫ້​ເພິ່ນເລື່ອນ​ການ​ກ່າວ​ຄຳ​ປາ​ໄສ ຕໍ່​ປະ​ເທດ​ຊາໄປ​ຈົນ​ກວ່າ ຈະ​ເປີດ​ລັດ​ຖະ​ບານໃຫ້​ເຕັມ​ສ່ວນ​ກ່ອນ
ສ່ວນ​ນຶ່ງ​ຂອງ​ຈົດ​ໝາຍລົງ​ວັນ​ທີ 1​6 ມັງ​ກອນ, 2019 ທີ່ປະ​ທານ​ສະ​ພາ​ຕ່ຳ, ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ ຂຽນ​ເຖິງ ປ. ທ​ຣຳ ເພື່ອ​ຂໍ​ໃຫ້​ເພິ່ນເລື່ອນ​ການ​ກ່າວ​ຄຳ​ປາ​ໄສ ຕໍ່​ປະ​ເທດ​ຊາໄປ​ຈົນ​ກວ່າ ຈະ​ເປີດ​ລັດ​ຖະ​ບານໃຫ້​ເຕັມ​ສ່ວນ​ກ່ອນ

​ໃ​ນ​ແຕ່​ລະປີ ປະ​ທາ​ນາ​ທິ​ບໍ​ດີຕ້ອງ​ໄດ້​ຍື່ນ​ບົດ​ລາຍ​ງານ​ກ່ຽວ​ກັບສະ​ພາບ​ຂອງ​ປະ​ເທດຊາດ ໃຫ້​ແກ່​ລັດ​ຖະ​ສະ​ພາ ແຕ່​ວ່າ ບໍ່ໄດ້​ມີ​ຂໍ້​ກຳ​ນົດ​ໃດໆ ​ທີ່​ບອກວ່າ ໃຫ້ ທຳການອ່ານບົດ​ລາຍ​ງານນັ້ນ ຢູ່​ຕໍ່​ໜ້າ​ຂອງ​ທັງ​ສະ​ພາ​ຕ່ຳ ແລະ​ສະ​ພາ​ສູງ.

ແຕ່​ວ່າ ຕາມ​ປະ​ເພ​ນີ​ສະ​ໄໝ​ໃໝ່ນັ້ນ ປະ​ທາ​ນາ​ທິ​ບໍ​ດີ ແມ່ນຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ກ່າວ​ຄຳ​ປາ​ໄສ​ດັ່ງ​ກ່າວ​ຢູ່ກອງ​ປະ​ຊຸມ​ຮ່ວມ​ ຂອງ​ທັງ​ສອງ​ສະ​ພາ​ ຢູ່ທີ່​ສະ​ພາ​ຕ່ຳ.

ການ​ກ່າວ​ຄຳ​ປາ​ໄສ​ດັ່ງ​ກ່າວ ​ຍັງ​ໄດ້​ຖືກ​ຖ່າຍ​ທອດ​ຜ່ານ​ທາງ​ໂທ​ລະ​ພາບແຫ່ງ​ຊາ​ດ​ອີກ​ດ້ວຍ.

ເນື່ອງ​ຈາກ​ມີ​ການ​ປິດລັດ​ຖະ​ບານ ຊຶ່ງ​ເລີ້​ມ​ຕົ້ນຂຶ້ນ​ໃນ​ວັນ​ທີ 22 ທັນ​ວາ​ທີ່​ຜ່ານ​ມາ ປະ​ທານ​ສະ​ພາ​ຕ່ຳ, ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ ໄດ້​ຂໍ​ຮ້ອງ​ໃຫ້​ທ່ານ​ທ​ຣຳ ເລື່ອນ​ການ​ກ່າວ​ຄຳ​ປາ​ໄສ​ດັ່ງ​ກ່າວ ຫລືບໍ່ ກໍ​ໃຫ້​ສົ່ງ​ຄຳ​ປາ​ໄສ​ນັ້ນໄປໃຫ້​ບັນ​ດາ​ສະ​ມາ​ຊິກ ລັດ​ຖະ​ສະ​ພາ ​ແບບ​ເປັນ​ລາຍ​ລັກ​ອັກ​ສອນ. ທ່ານ​ນາງ​ສະ​ແດງຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ ໂດຍອີງ​ໃສ່​ວ່າ ​ໜ່ວຍ​ສືບ​ສວນ​ພິ​ເສດ​ແລະ​ຄຸ້ມ​ຄອງຜູ້​ນຳ ​ທີ່​ເອີ້ນ​ວ່າ Secret Service ແລະກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພພາຍ​ແມ່ນນອນ ​ຢູ່​ໃນນຶ່ງ​ສ່ວນ​ສີ່ ຂອງ​ອົງ​ການລັດ​ຖະ​ບານ ທີ່​ມີການ​ປະ​ຕິ​ບັດ​ງານ​ປິດ​ລົງ ທີ່ຍັງ​ບໍ່​ທັນ​ໄດ້​ຮັບເງິນ​ທຶນເທື່ອ.

ທ່ານ​ທ​ຣຳ​ ບໍ່​ໄດ້​ສົນ​ໃຈ​ນຳ​ຄວາມ​ເປັນ​ຫ່ວງ​ເຫລົ່າ​ນັ້ນເລີຍຢູ່​ໃນ​ຈົດ​ໝາຍ​ທີ່​ສົ່ງ​ເຖິງ ທ່ານ​ນາງ ເປ​ໂລ​ຊີ ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້ ແລະ​ເວົ້າ​ວ່າ ທ່ານ​ຫວັງ​ວ່າ ຈະ​ໄດ້​ກ່າວ​ຄຳ​ປາ​ໄສ​ ຕາມທີ່​ກຳ​ໜົດ​ໄວ້ ຊຶ່ງ​ກໍ​ຄື​ວັນ​ທີ 29 ມັງ​ກອນ​ຈະ​ມາ​ເຖິງນີ້.

ທ່ານ​ນາງ​ເປ​ໂລ​ຊີ​ໄດ້​ສົ່ງ​ຈົດ​ໝາຍ​ຂອງ​ເພິ່ນ​ເອງ​ໄປ​ຫາ​ທ່ານ ທ​ຣຳ​ ໂດຍ​ເວົ້າ​ຢ່າງ​ຈະ​ແຈ້ງວ່າ ທ່ານ​ນາງບໍ່​ມີ​ເຈດ​ຕະ​ນາ ​ຈະ​ປ່ຽນ​ທ່າ​ທີ​ຂອງ​ຕົນ​ເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG