ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຸກ - ຄໍາ​ຖາມ​ແທງໃຈ


ສຸກ
ສຸກ
ສບາຍດີທ່ານແຟນລາຍການສຽງເພງຈາກແດນໄກທຸກໆທ່ານ. ທ່ານ​ຜູ້​ຟັງ​ເຊື່ອແບບ​ວັນນະ​ສອນບໍ່​ວ່າ ດົນຕີ​ຄືພາສາທີ່​ຈະ​ເຊື່ອມໂຍງ​ໃຫ້ທຸກ​ຄົນ ທຸກຊາດ ທຸກ​ສາສະໜາ​ເຂົ້າ​ມາ​ຫາ​ກັນ​ໄດ້ ​ແບບ​ບໍ່​ມີ​ຂອບ​ເຂດ​ຈໍາກັດ. ປະຈຸ​ບັນ​ນີ້ ວົງ​ການ​ເພງ​ຂອງ​ສປປ ລາວ ກໍ​ນັບ​ມື້​ນັບ​ຈະ​ຂະ​ຫຍາ​ຍຕົວກ້ວາງ​ອອກ​ໄປ​ເລື້ອຍໆ ໄດ້​ພັດທະນາຂຶ້ນຢ່າງ​ຕໍ່​ເນື່ອງ ​ມີ​ການເປີດ​ກວ້າງ​ແລະ​ກໍ​ຍອມຮັບ​ສິ່ງ​ໃໝ່ໆ​ເຂົ້າ​ມາ ບໍ່​ວ່າ​ຈະ​ເປັນເພງປະ​ເພດ​ໃດ  ນັກ​ຮ້ອງ​ນັກສິນລະປິນ ມີ​ຫຼາກ​ຫຼາຍ​ສະ​ໄຕລ໌ ປະສົມ​ປະສານທັງ​ຍັງ​ຮັກສາ​ຕົ້ນ​ສະບັບ​ເພງ​ລາວ​ໄວ້​ເຊັ່ນ​ກັນ ມີທັງ​ປະ​ເພດ​ Hip Hop ເອົາ​ໃຈ​ໄວ​ລຸ້ນ ສ່ວນ​ເພງຣ໊ອກ​ເບົາໆ ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ​ເປັນ​ຜົນງານ​ເພງຂ​ອງ ສຸກ ສິນລະປິນ​ນໍ້າ​ສຽງ​ດີ ທີ່​ຖືກ​ຈັດ​ໃຫ້​ຢູ່​ໃນ​ອັນ​ດັບ​ຕົ້ນໆ​ໃນ​ສປປ ລາວ ພຸ້ນ​ລະ. ຂໍ​ເຊີນທ່ານລອງ​ຟັງ​ເພງ​ໄປ​ກ່ອນ​ດີກ​ວ່າ ວ່າ​ມັນຈະ​ເເທ​ງ​ໃຈ​ທ່ານ​ຜູ້​ຟັງ​ໄດ້ຫຼື​ບໍ່?
ລິງໂດຍກົງ



ບັດ​ນີ້​ຈະຂໍ​ຫຼິ້ນ​ເພງ "ເງິນ" ຂອງອາຈານ ຄໍາ​ຫຼ້າ ໜໍ່​ແກ້ວໃຫ້​ຟັງ ຊຶ່ງ​ທ່ານ​ສີ​ຄວນ ​ໂຄດ​ມະນີ​ວົງ ​ຂຽນ​ເຂົ້າ​ມາຂໍ​ຟັງໃນ​ຄັ້ງ​ກ່ອນ ທີ່ວັນນະ​ສອນຕິດຄ້າງ​ໄວ້​ ເພງ ​"ເງິນ" ນີ້​ຖື​ກຈັດ​ໃຫ້​ເປັນ ເພງ classic ​ໄປ​ແລ້ວ ​ເພາະວ່າ​ຟັງ​ຍາມ​ໃດ ປະ​ທັບ​ໃຈ​ຍາມ​ນັ້ນ ຫວັງ​ວ່າ ທ່ານ​ສີ​ຄວນ ​ ​ຄົງ​ດີ​ໃຈ​ແລ້ວ​ ແລະ​ໃນ​ອານາ​ຄົດ​ຂ້າງ​ໜ້າ​ນີ້ ຄົງ​ເຫັນຂຽນ​ເຂົ້າ​ມາຂໍ​ຟັງ​ອີກ ເຊີນ​ຮັບ​ຟັງ​ໄດ້.
ລິງໂດຍກົງ



Facebook ຊຶ່ງ​ເປັນ​ສື່ online ​ທີ່ເຮັດ​ໃຫ້​ໂລກ​ແຄບ​ລົງ​ເພາະ​ໄດ້​ຕິດ​ຕໍ່​ຫາ​ກັນ​ຢ່າງ​ສະດວກ​ສະບາຍ ລວດ​ເລວ​ທັນ​ໃຈ ຊຶ່ງ​ກໍມີ​ຜູ້​ຟັງ​ທີ່​ໄດ້​ຂຽນ​ຂໍ​ເພງ​ຜ່ານ​ທາງ FB ມາ​ຢ່າງ​ຕໍ່​ເນື່ອງ​ຜູ້​ຟັງ​ທ່ານສີ​ຄວນ ຄົນ​ເດີມ ​ຂໍ​ຟັງເພງ "ຂອບ​ໃຈ" ຂອງອາຈານ ພົມມະ ພິມ​ມະ​ສອນ ​ເພື່ອ​ຈັດ​ມອບ​ໃຫ້​ທ່ານ ຄໍາ​ພີ ສຸລິຍະ​ວົງ ທີ່ Vancouver, Canada ພ້ອມ​ທັງ​ອ້າ​ຍນິນ​ທອນ ​ແສງ​ສະ​ວັດ ທີ່​ບ້ານ​ໂພນ​ສະຫວ່າງ ເມືອງ​ແປກ ​ແຂວງ​ຊຽງ​ຂວາງ ​ ​ບັງ​ເອີນ​ຫາ​ເພງ​ນີ້​ບໍ່​ພໍ້ ຈຶ່ງຂໍ​ຕິດ​ຄ້າງ​ໄວ້ກ່ອນ ວັນນະ​ສອນ ຂໍ​ຫຼິ້ນ​ເພງ "ຝັນດີທີ່​ຮັກ" ​ເພື່ອ​ມອບ​ໃຫ້​ທ່ານທີ່​ເອີຍ​ນາມ​ມາ​ນັ້ນ​ແລະ ​ແນ່ນອນ ພ້ອມ​ທັງ​ແຟນ​ເພງ​ທຸກໆທ່ານ ຈະ​ໄດ້​ນອນ​ຫຼັບ​ຝັນ​ດີ ​ໄປ​ຕາມໆ​ກັນ ​ແລະ​ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ ຝັນດີທີ່​ຮັກ.
ລິງໂດຍກົງ
XS
SM
MD
LG