ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສໍາພາດພິເສດກັບທ່ານ ສົມບູນ ທີ່ຫາກໍລອດຊີວິດ ມາຈາກການເປັນໂຄວິດ-19 ແລະນອນຢູ່ໂຮງໝໍ 11 ວັນ


ທ່ານສົມບູນໃນຕອນທີ່ໃສ່ເຄື່ອງຊ່ວຍຫາຍໃຈໃນຫ້ອງພັກຟື້ນເພາະທ່ານມີອົກຊີເຈນເພື່ອຫາຍໃຈພຽງປະມານ 20 ຫາ 25 ເປີເຊັນເທົ່ານັ້ນ
ທ່ານສົມບູນໃນຕອນທີ່ໃສ່ເຄື່ອງຊ່ວຍຫາຍໃຈໃນຫ້ອງພັກຟື້ນເພາະທ່ານມີອົກຊີເຈນເພື່ອຫາຍໃຈພຽງປະມານ 20 ຫາ 25 ເປີເຊັນເທົ່ານັ້ນ

ຂະນະທີ່ລັດໄອໂອວາ ເປັນນຶ່ງ ໃນ 4 ລັດ ຢູ່ເຂດຕາເວັນຕົກຕອນກາງຂອງ ສະຫະລັດທີ່ມີຄົນຕິດພະຍາດ ແລະເສຍຊີວິດຍ້ອນໂຄວິດ-19 ໄວກວ່າໝູ່ທີ່ສຸດຢູ່ນີ້ ກໍມີຫລາຍຄົນໃນປະຊາຄົມລາວທີ່ໄດ້ຕິດພະຍາດນີ້ ຊຶ່ງໃນນັ້ນບາງຄົນ ກໍເສຍຊີວິດໄປແຕ່ບາງຄົນກໍປົວຫາຍດີ. ທ່ານ ສົມບູນ ໄຊສີນວນຈາກເມືອງເດ ມອຍນ໌, ລັດໄອໂອວາ, ຈະມາໂອ້ລົມສູ່ທ່ານຟັງກ່ຽວກັບການຕໍ່ສູ້ ກັບພະຍາດ ອັນຕະລາຍຮ້າຍແຮງນີ້ ນັບແຕ່ຜູ້ກ່ຽວເລີ້ມປ່ວຍຈົນໄປເຂົ້າໂຮງໝໍເປັນເວລາ 11 ວັນ. ດ້ວຍເຫດໃດຜູ້ກ່ຽວຈຶ່ງສາມາດລອດຊີວິດມາໄດ້ນັ້ນ ພວກເຮົາຂໍເຊີນທ່ານ ໄປຮັບຟັງ ການ ສໍາພາດຂອງທ່ານສົມບູນ ຈາກບົວສະຫວັນໄດ້ໃນອັນດັບຕໍ່ໄປ.

ໂດຍທີ່ມີຄົນຕິດເຊື້ອລວມທັງໝົດຫລາຍກວ່າ 6 ລ້ານ 1 ແສນຄົນແລ້ວຢູ່ໃນສະຫະລັດ ແລະເສຍຊີວິດ ໄປແລ້ວຫລາຍກວ່າ 185,000 ຄົນ ສະຫະລັດ ຍັງສືບຕໍ່ເປັນປະເທດນໍາໜ້າໝູ່ໃນ ໂລກໃນເລື້ອງການລະບາດຂອງ ພະຍາດໂຄວິດ-19. ໃນຂະນະທີ່ຢູ່ໃນພາກຕ່າງໆ ຂອງປະເທດ ອັດຕາການຄຸກຄາມ ຂອງພະຍາດອັນຕະລາຍຮ້າຍແຮງຂອງໂລກອັນນີ້ ຕໍ່ ຊາວອາເມຣິກັນ ກໍເລີ້ມຊ້າລົງແດ່ແລ້ວນັ້ນ ບັນດາລັດໃນເຂດຕາເວັນກຕົກ ຕອນກາງ ຂອງປະເທດ ກັບມີຈໍານວນຄົນຕິດເຊື້ອ ແລະເສຍຊີວິດເພີ້ມຂຶ້ນ ຢ່າງໄວວາໃນຫລາຍອາທິດທີ່ຜ່ານມາ. ໃນນັ້ນປະຊາຄົມລາວທີ່ອາໄສຢູ່ໃນ ເມືອງເດ ມອຍນ໌, ເມືອງເອກຂອງລັດໄອໂອວາ ຊຶ່ງເປັນນຶ່ງໃນ 4 ລັດ ໃນເຂດດັ່ງນັ້ນ ທີ່ມີການເພີ້ມຂຶ້ນຂອງອັດຕາ ຄົນຕິດເຊື້ອ ໄວທີ່ສຸດນັ້ນ ຈຶ່ງເປັນການຍາກທີ່ຈະຫລີກລ້ຽງ ການຕິດພະຍາດນີ້ໄດ້. ໃນມື້ນີ້ ພວກເຮົາຈະນໍາເອົາການສໍາພາດ ກັບທ່ານ ສົມບູນ ໄຊສີນວນ, ໄວ 53 ປີ ຈາກເມືອງເດ ມອຍນ໌, ລັດໄອໂອວາ ຜູ້ທີ່ຫາກໍຟື້ນຕົວຄືນຈາກການເປັນພະຍາດໂຄວິດ-19 ໄດ້ຢ່າງເຕັມສ່ວນ ເມື່ອບໍ່ພໍເທົ່າໃດວັນຜ່ານມານີ້ເອງ. ທ່ານ ສົມບູນຜູ້ທີ່ໄດ້ເຂົ້າໄປປິ່ນປົວ ຢູ່ໃນໂຮງໝໍ ແຫ່ງນຶ່ງໃນເມືອງເດ ມອຍນ໌ ເລົ່າເຖິງ ສະພາບການຕ່າງໆ ນັບແຕ່ທ່ານໄດ້ເຂົ້າໂຮງໝໍ ໃນວັນທີ 29 ກໍລະກົດ ຈົນຮອດວັນທີ 8 ສິງຫາ ຈຶ່ງຄ່ອຍໄດ້ອອກໂຮງໝໍສູ່ຟັງວ່າ:

ທ່ານໃຫ້ຄໍາເຫັນກ່ຽວກັບການເປັນພະຍາດໂຄວິດໂດຍອີງໃສ່ການສັງເກດ ການກ່ຽວກັບສະພາບຕົວຈິງຂອງການເປັນພະຍາດນີ້ສູ່ຟັງວ່າ:

ທ່ານເລົ່າຕໍ່ໄປກ່ຽວກັບການປິ່ນປົວຢູ່ໃນໂຮງໝໍວ່າ ການໃຊ້ຢາ ແລະເຄື່ອງຊ່ວຍ ຫາຍໃຈເປັນເວລາໄດ້ເກືອບອາທິດນຶ່ງນັ້ນ ກໍປາກົດວ່າ ບໍ່ໄດ້ຊ່ວຍໃຫ້ຜູ້ກ່ຽວຫາຍຈາກພະຍາດໄດ້. ໂດຍບໍ່ຮູ້ວ່າ ມັນມີຫຍັງພິເສດຢູ່ໃນນັ້ນ ທ່ານເວົ້າວ່າຢາພື້ນເມືອງຂອງລາວ ແລະອາຫານລາວ ປາກົດວ່າສາມາດຊ່ວຍຜູ້ກ່ຽວໃຫ້ເລີ້ມດີຂຶ້ນ ແລະກໍສາມາດອອກໂຮງໝໍໄດ້ໃນເວລາຕໍ່ມາ ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

ທ່ານ ສົມບູນ ແລນາງທອງຫລໍ່ ທີ່ເປັນຄອບຄົວທີ່ມັກເຮັດບິນສິນກິນທານຄອບຄົວນຶ່ງໃນເມືອງເດ ມອຍນ໌ ລັດໄອໂອວາ
ທ່ານ ສົມບູນ ແລນາງທອງຫລໍ່ ທີ່ເປັນຄອບຄົວທີ່ມັກເຮັດບິນສິນກິນທານຄອບຄົວນຶ່ງໃນເມືອງເດ ມອຍນ໌ ລັດໄອໂອວາ

ປັດຈຸບັນ ທ່ານສົມບູນແມ່ນຫາຍດີແລ້ວ ແລະກໍໄດ້ໃບຢັ້ງຢືນຈາກໂຮງໝໍວ່າ ທ່ານສາມາດໄປເຮັດວຽກ ເຮັດການໄດ້ໃນວັນອັງຄານ ກໍຄື ວັນທີ 8 ກັນຍາທີ່ຈະມາເຖິງນີ້. ທັງທ່ານສົມບູນ ພ້ອມພັນລະຍາ, ນາງທອງຫລໍ່ ເປັນຄົນມາຈາກເມືອງຄົງ ແຂວງສາລະວັນ ແລະເປັນຜູ້ທີ່ເຊື່ອມຊຶມໃນຄໍາສັ່ງສອນຂອງພະພຸດທະເຈົ້າຫລາຍ.

ພາບການເຮັດບຸນສິນກິນທານຂອງຄອບຄົວທ່ານສົມບູນກັບນາງທອງຫລໍ່
ພາບການເຮັດບຸນສິນກິນທານຂອງຄອບຄົວທ່ານສົມບູນກັບນາງທອງຫລໍ່

ທ່ານຍັງເປັນຊາຍໂສດຢູ່ ທ່ານໄດ້ຍົກຍ້າຍເຂົ້າມາຢູ່ໃນເມືອງເດ ມອຍນ໌, ລັດໄອໂອວາ ກໍຄືໃນປີ 1990 ຊຶ່ງຕອນນັ້ນທ່ານໄດ້ ອາຍຸ 20 ປີ. ໃນຕອນມາຮອດສະຫະລັດໃໝ່ໆ ທ່ານກໍບໍ່ໄດ້ເອົາໃຈໃສ່ ເຮັດວຽກງານ ແລະ ຮໍ່າຮຽນຫຍັງຫລາຍປານໃດ ຈົນກວ່າໄດ້ມາພົບຄູ່ຮັກແລະແຕ່ງງານກັບນາງທອງຫລໍ່ ຈຶ່ງໄດ້ຕັ້ງໃຈເຮັດລ້າ ເຮັດການ ແລະເຂົ້າໂຮງຮຽນເພື່ອຮຽນຕໍ່ຈົນຈົບປະລິນຍາໂທ ໃນດ້ານວິສະວະກໍາກົນຈັກ ແລະເປັນນາຍຊ່າງແປງແອຈົນໄດ້ເປີດບໍລິສັດສ້ອມແປງເຄື່ອງເຮັດຄວາມເຢັນ ທີ່ຊື່ວ່າ Mobile Engeneering ຂອງຕົນເອງ.

ຄອບຄົວທ່ານສົມບູນກັບນາງທອງຫລໍ່ ທີ່ມີລູກຊາຍສາມຄົນ, ລູກໄພ້ ແລະຫລານຜູ້ນຶ່ງ
ຄອບຄົວທ່ານສົມບູນກັບນາງທອງຫລໍ່ ທີ່ມີລູກຊາຍສາມຄົນ, ລູກໄພ້ ແລະຫລານຜູ້ນຶ່ງ

ມາເຖິງປັດຈຸບັນນີ້ ທ່ານ ແລະ ພັນລະຍາມີຄອບຄົວທີ່ມີຖານະໝັ້ນຄົງ, ມີລູກນໍາກັນສອງຄົນ ແລະເຂົ້າຮຽນໃນມະຫາວິ ທະຍາໄລໝົດແລ້ວ. ສ່ວນລູກຜູ້ກົກຂອງນາງທອງຫລໍ່ນັ້ນ ກໍໄດ້ແຕ່ງງານສ້າງຄອບຄົວແລ້ວ ແລະໄປ ເປັນທະຫານ ຊຶ່ງຜູ້ກ່ຽວກໍຕິດພະຍາດໂຄວິດເຊັ່ນກັນ ແຕ່ກໍ ບໍ່ໄດ້ເຂົ້າໂຮງໝໍ ແລະ ໃຊ້ຢາປິ່ນປົວແຕ່ຢ່າງໃດ. ມີແຕ່ໄປຕາກແດດມື້ລະ 5 ຫາ 6 ຊົ່ວໂມງຕາມຄໍາສັ່ງ ຂອງຫົວໜ້າໄດ້ອາທິດນຶ່ງແລ້ວຜູ້ກ່ຽວກໍຫາຍດີ. ສ່ວນນາງທອງຫລໍ່, ພັນລະຍາຂອງທ່ານ ຫລັງຈາກທ່ານເຂົ້າໂຮງໝໍໄດ້ມື້ນຶ່ງ ກໍກວດພົບວ່າຕິດພະຍາດໂຄວິດ-19 ເຊັ່ນກັນ ແຕ່ວ່ານາງບໍ່ມີອາການໜັກໜ່ວງເທົ່າກັບທ່ານ. ສະນັ້ນ ນາງໄດ້ດູແລຮັກສາສຸຂະພາບຢູ່ເຮືອນ ໂດຍການຕົ້ມຢາພື້ນເມືອງເຊັ່ນໃບຂີ້ຫູດ, ໃບວິກ ແລະອື່ນໆ ຮົມ ແລະກິນບອງເຄືອເຂົາຮໍໃສ່ ນໍ້າໂຄກບໍ່ມີນໍ້າຕານເອົາ, ຕາມການບອກເລົ່າຂອງທ່ານສົມບູນ.

XS
SM
MD
LG