ເສິກຮູບເງົາເອນິເມຊັນໃນແບບຄອບຄົວຂອງຊ່ວງເທດສະການທ້າຍປີ ເລີ້ມຕົ້ນ ດ້ວຍໄຊຊະນະຂອງ “Sonic the Hedgehog 3” ຈາກຄ້າຍຮູບເງົາ ພາຣາເມົາທ໌ ທີ່ເລັ່ງຄວາມແຮງດ້ວຍການແຊງ “Mufasa: The Lion King” ຈາກຄ້າຍຮູບເງົາຂອງ ດິສນີ, ໂດຍຍຶດບັນລັງອັນດັບນຶ່ງຂອງຮູບເງົາທີ່ສ້າງ ລາຍໄດ້ໃນຊ່ວງສຸດທ້າຍຂອງອາທິດນີ້ ໄປຕາມຄວາມຄາດໝາຍ.
“Sonic the Hedgehog 3,” ທີ່ນໍາເອົາໂຕລະຄອນຂວັນໃຈນັກຫຼິ້ນເກມ ມາລົງສາຍເປັນພາກທີສາມແລ້ວ, ເຊິ່ງເປີດໂຕດ້ວຍລາຍໄດ້ 62 ລ້ານໂດລາ ໂດຍໄດ້ແຮງສົ່ງຈາກສຽງວິຈານດ້ານບວກ ທັງຈາກບັນດານັກວິຈານ ແລະບັນ ດາຜູ້ຊົມທົ່ວໄປ.
ທັງສອງພາກຂອງຮູບເງົາໃນກ່ອນໜ້ານີ້ ສາມາດສ້າງລາຍໄດ້ລວມກັນໃນທົ່ວ ໂລກຫຼາຍກວ່າ 700 ລ້ານໂດລາ ແລະຄາດວ່າພາກທີສາມນີ້ ໜ້າຈະສ້າງອອກ ມາໄດ້ດີກວ່ານັ້ນອີກ, ໃນຂະນະທີ່ “Sonic 4” ກໍກໍາລັງທໍາການສ້າງຮູບເງົາຂຶ້ນ ມາແລ້ວເຊັ່ນກັນ.
ຕາມມາດ້ວຍອັນດັບ 2 ແບບຫ່າງໆ ຄືຮູບເງົາ “Mufasa” ເຊິ່ງເປັນເລື້ອງ ລາວກ່ອນທີ່ຈະມາເປັນຮູບເງົາອານິເມຊັນຂວັນໃຈຜູ້ຊົມຫຼາຍຍຸກສະໄໝ, “The Lion King” ເປັນຮູບເງົາທີ່ເປີດໂຕບໍ່ຄ່ອຍຍິ່ງໃຫຍ່ຫຼາຍ ໂດຍມີລາຍໄດ້ພຽງ 35 ລ້ານໂດລາ ໃນອາເມຣິກາເໜືອ ເຖິງແມ່ນຈະມີໂຮງໜັງຫຼາຍກວ່າ “Sonic 3” ກໍຕາມ.
“Mufasa” ລົງທຶນສ້າງຫຼາຍກວ່າ 200 ລ້ານໂດລາ ແລະເບິ່ງຄືວ່າຍັງຫ່າງໄກ ກັບການໄດ້ທຶນຄືນ ເຖິງແມ່ນຈະສ້າງລາຍໄດ້ໃນທົ່ວໂລກໄປແລ້ວ 87 ລ້ານ ໂດລາກໍຕາມເມື່ອທຽບກັບ “The Lion King” ສະບັບສ້າງຄືນໃໝ່ ທີ່ເປີດໂຕ ດ້ວຍຈໍານວນເງິນ 191 ລ້ານໂດລາ ແລະສ້າງລາຍໄດ້ໃນທົ່ວໂລກໄປຮອດ 1,660 ລ້ານໂດລາ ໃນປີ 2019.
ແນວໃດກໍຕາມ, ເຖິງແມ່ນລາຍໄດ້ຂອງ “Mufasa” ບໍ່ຄ່ອຍຈະໜ້າປະທັບໃຈ ຫຼາຍ ແຕ່ ດິສນີ ສຕູດິໂອ ກໍຖືວ່າ ມີປີທີ່ປະສົບຄວາມສໍາເລັດໃນປີນີ້ ດ້ວຍຍອດຂາຍໃນທົ່ວໂລກຫຼາຍກວ່າ 5,000 ລ້ານໂດລາ ແລະມີຮູບເງົາ ສາມເລື້ອງທີ່ສ້າງລາຍໄດ້ສູງສຸດສາມອັນດັບທໍາອິດຄື ຮູບເງົາ “Inside Out 2,” ຮູບເງົາ “Deadpool and Wolverine,” ແລະຮູບເງົາ “Moana 2.”
ອັນດັບ 3 ແມ່ນ “Wicked,” ເປັນຮູບເງົານະວະນິຍາຍໃນລັກສະນະແນວ ເພງທີ່ລົງທຶນສ້າງສູງ, ສາມາດສ້າງລາຍໄດ້ເພີ້ມອີກ 13.5 ລ້ານໂດລາ ລຸນຫຼັງເຂົ້າສາຍມາເປັນອາທິດທີ 5, ໃນຂະນະທີ່ລາຍໄດ້ລວມຈາກການເຂົ້າ ສາຍໃນອາເມຣິກາເໜືອນັ້ນ ມີມູນຄ່າຫຼາຍກວ່າ 384 ລ້ານໂດລາ.
ອັນດັບ 4 ແມ່ນ “Moana 2” ເປັນຮູບເງົາເອນິເມຊັນພາກຕໍ່ຈາກຄ້າຍດິສນີ ທີ່ຕົກລົງມາຈາກອັນດັບ 1 ໃນອາທິດແລ້ວນີ້, ເຊິ່ງເກັບກໍາລາຍໄດ້ເພີ້ມອີກ 13.1 ລ້ານໂດລາ.
ອັນດັບ 5 ແມ່ນ “Homestead,” ເປັນຮູບເງົາໃນແບບຟອມນ້ອຍຈາກ Angle Studio, ເປີດໂຕແບບທໍາມະດາ ດ້ວຍການສ້າງລາຍໄດ້ 6 ລ້ານໂດລາ, ເປັນເລື້ອງລາວຂອງການກຽມໂຕຮັບວັນສິ້ນສຸດໂລກ ລຸນຫຼັງການຖືກໂຈມຕີ ດ້ວຍລະເບີດນິວເຄລຍ ໃນລັດຄາລິຟໍເນຍ.
ອັນດັບຮູບເງົາໃນຕາຕະລາງບັອກສອອຟຟິສ ຂອງທ້າຍອາທິດ 20 ຫາ 22 ທັນວາ 2024:
1. "Sonic the Hedgehog 3," 62 ລ້ານໂດລາ.
2. "Mufasa: The Lion King," 35 ລ້ານໂດລາ.
3. "Wicked," 13.5 ລ້ານໂດລາ.
4. "Moana 2," 13.1 ລ້ານໂດລາ.
5. "Homestead," 6.1 ລ້ານໂດລາ.
6. "Gladiator II," 4.5 ລ້ານໂດລາ.
7. "Kraven the Hunter," 3.1 ລ້ານໂດລາ.
8. "Red One," 1.4 ລ້ານໂດລາ.
9. "Lord of the Rings: The War of the Rohirrim," 1.3 ລ້ານໂດລາ.
10. "The Best Christmas Pageant Ever," 825,000 ໂດລາ.
ຟໍຣັມສະແດງຄວາມຄິດເຫັນ