ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຽງ​ເພງ ແລະ​ຄຳ​ອວຍ​ພອນ ​ປີໃໝ່ 2020 ຈາກ​ລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງວີ​ໂອ​ເອ​


ໃນ​ວັນ​ທີ 30 ທັນ​ວາ 2019 ເພື່ອ​ຕ້ອ​ນ​ຮັບປີ​ໃໝ່ 2020 ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ ຄົນ​ນຶ່ງ​ເອົາ​ດອກ​ໄມ້​ມາ​ປະ​ດັບ​ໜ້າ​ບ້ານ (ພ​າບ​ຖ່າຍ​ໂດຍ Nhac NGUYEN ຈາກ​ອົງ​ການ​ຂ່າວ AFP)
ໃນ​ວັນ​ທີ 30 ທັນ​ວາ 2019 ເພື່ອ​ຕ້ອ​ນ​ຮັບປີ​ໃໝ່ 2020 ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ ຄົນ​ນຶ່ງ​ເອົາ​ດອກ​ໄມ້​ມາ​ປະ​ດັບ​ໜ້າ​ບ້ານ (ພ​າບ​ຖ່າຍ​ໂດຍ Nhac NGUYEN ຈາກ​ອົງ​ການ​ຂ່າວ AFP)

ໃນ​ລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງວີ​ໂອ​ເອ​ສຳ​ລັບ​ແລງວັນ​ອາ​ທິດມື້ນີ້ທາງ​ທີມ​ງານເຮົາ​ໄດ້​ຈັດ​ກຽມ​ເພງ​ມ່ວນໆ ທີ່​ກ່ຽວ​ກັບ​ວັນ​ປີ​ໃໝ່​ສາ​ກົນ ມາ​ສະ​ເໜີ​ທ່ານ ແລະ ​ພ້ອມ​ກັນ​ນັ້ນ ກໍຂໍ​ຖື​ເອົາ​ໂອ​ກາດນີ້ສົ່ງ​ຄຳອວຍ​ພອນ​ມາໃຫ້ທຸກໆ​ທ່ານ ເພາະ​ວ່າ​ ຍັງອີກ​ພຽງ 2 ມື້ ​ເທົ່າ​ນັ້ນ ກໍ​ຈະ​ເຖິງວັນ​ປີ​ໃໝ່​ເລ້ວ. ເອົ໋າ​ຂໍ​ເຊີນບັນ​ດາ​ທ່ານຮັບ​ຟັງ​ໄດ້​ເລີຍ.

ສະ​ບາຍ​ດີ​ປີ​ໃໝ່ ທຸກໆ​ທ່ານ, ບົວ​ສະ​ຫວັນ​ສຸດ​ແສນ​ດີ​ໃຈ ທີ່​ໄດ້​ມາ​ຈັດ​ເພງເພື່ອ ນຳ​ຄວາມ​ບັນ​ເທີງ ແລະ​ເບີກ​ບານ​ມ່ວນ​ຊື່ນ​ໃນ​ໂອ​ກາດ​ສົ່ງ​ທ້າຍ​ປີ​ເກົ່າ ແລະ​ຕ້ອ​ນ​ຮັບ​ປີ​ໃໝ່ 2020 ທີ່​ກຳ​ລັງ​ຈະ​ມາ​ເຖິງ​ໃນ​ອີກບໍ່​ເທົ່າ​ໃດ​ມື້ນີ້. ກ່ອນ​ອື່ນ ຂໍ​ສົ່ງ​ຄຳ​ອວຍ​ພອນ ແລະ​ຄວາມ​ຄິດ​ຮອດ ຄິດ​ເຖິງ​ທ່ານ​ຜູ້​ຟັງ​ມາ​ນຳ​ສຽງ​ເພງ ສະ​ບາຍ​ດີ​ປີ​ໃໝ່ ​ຈາກ​ອາ​ຈານຄຳ​ຫລ້າ​ ໜໍ່​ແກ້ວ, ເຈົ້າ​ຂອງ​ສຽງ​ເພງ​ອຳ​ມະ​ຕະ​ຂອງ​ລາວທ່ານ​ນຶ່ງ​.

ສະ​ບາຍ​ດີ​ປີ​ໃໝ່ ເກົ່າ​ກາຍ​ໄປ​ບໍ່​ຫວນ​ມາ

ສິ້ນ​ໂພຍ​ໄພໄຮ້​ໂລ​ຄາ ໂຊກ​ຫລັ່ງ​ມາ​ປານ​ສາຍ​ທານ

ສະ​ບາຍ​ດີ​ປີ​ໃໝ່ ສຸກ​ສົດ​ໃສ ທົ່ວ​ເຖິງ​ກັນ..

………..

ອາ​ຍຸ​ວັນ​ນັງ​ສຸ​ຂັງ ດ້ວຍ​ພະ​ລັງ​ສູງ​ສົ່ງ ​ກ້າ​ເກັ່ງ

ກຽດ​ຕິ​ຍົດ​ຊື່​ກ້ອງ​ລະເບັງ ພອນ​ບັນ​ເລງ​ຕາມ​ເພງ​ນີ້

ຂໍ​ປ່ຽນ​ບັນ​ຍາ​ກາດ​ໄປ​ຟັງ​ເພງ​ສາ​ກົນ ທີ່​ມີ​ຊື່​ວ່າ Happy New Year ຂັບ​ຮ້ອງ​ໂດຍຍິງ​ສອງ​ຄົນ​ໃນ​ວົງ ABBA​ ຊຶ່ງ​ເປັນ​ວົງ​ດົນ​ຕີ​ຂອງ​ຊາວສະ​ວີ​ເດັນທີ່​ໂດ່ງ​ດັງວົງນຶ່ງ ຊຶ່ງ​ເປັນ​ເພງທີ່​ຄົນ​ມັກ​ຮ້ອງໃນໂອ​ກາດສະ​ຫລອງ​ປີ​ໃໝ່ສາ​ກົນ.

ວົງ Abba ສະ​ແດງ​ຢູ່​ສຳ​ນັກ​ງານຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ເດື​ອນ​ມັງ​, ປີ 1979 ໃນ​ນ​ະ​ຄອນ​ນິວຢອກ
ວົງ Abba ສະ​ແດງ​ຢູ່​ສຳ​ນັກ​ງານຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ເດື​ອນ​ມັງ​, ປີ 1979 ໃນ​ນ​ະ​ຄອນ​ນິວຢອກ

ກ່ອນ​ຈາກ​ກັນ​ໄປ​ໃນ​ຄ່ຳ​ຄືນນີ້ ແລະ​ເພື່ອ​ເປັນ​ການ​ສົ່ງ​ທ້າຍ​ປີ​ເກົ່າ ​ຕ້ອນ​ຮັບ​ປີ​ໃໝ່​ 2020 ນີ້ ບົວ​ສະ​ຫວັນ ​ຂໍ​ນຳ​ເອົາ​ກາບກອນອວຍ​ພອນປີ​ໃໝ່ ​ທີ່​ທີມ​ງານວີ​ໂອ​ເອ​ໄດ້​ຈັດ​ຕຽມ​ໄວ້ ມາ​ອ່ານໃຫ້​ທ່ານ​ຜູ້​ຟັງທຸກ​ໆ​ທ່ານໄດ້​ຟັງ​ນຳ. ເອົ໋າ​ ຂໍ​ເຊີນ​ທ່ານ​ຮັບ​ຟັງ​ໄດ້​ເລີຍ:

VOA-ພະ​ແນກ​ພາ​ສາ​ລາວ
VOA-ພະ​ແນກ​ພາ​ສາ​ລາວ

XS
SM
MD
LG