ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດ ໂຊມາເລຍ ກັບ ເອຣິເທຣຍ ຟື້ນຟູສາຍພົວພັນ ທາງການທູດໃໝ່


ປະທານາທິບໍດີ ເອຣິເທຣຍ ທ່ານ ອິໄຂຢາສ, ຊ້າຍ, ຍ່າງຄຽງ
ຂ້າງປະທານາທິບໍດີ ໂຊມາເລຍ ທ່ານ ໂມຮາເມັດ ອັບດຸລລາ ຟາມາຟຈ ໃນລະຫວ່າງ ພິທີຕ້ອນຮັບ ການຢ້ຽມຢາມປະເທດ ເອຣິເທຣຍ ສາມວັນ. ນະຄອນຫຼວງ ອາສມາຣາ, ປະເທດ ເອຣິເທຣຍ. 28 ກໍລະກົດ, 2018.
ປະທານາທິບໍດີ ເອຣິເທຣຍ ທ່ານ ອິໄຂຢາສ, ຊ້າຍ, ຍ່າງຄຽງ ຂ້າງປະທານາທິບໍດີ ໂຊມາເລຍ ທ່ານ ໂມຮາເມັດ ອັບດຸລລາ ຟາມາຟຈ ໃນລະຫວ່າງ ພິທີຕ້ອນຮັບ ການຢ້ຽມຢາມປະເທດ ເອຣິເທຣຍ ສາມວັນ. ນະຄອນຫຼວງ ອາສມາຣາ, ປະເທດ ເອຣິເທຣຍ. 28 ກໍລະກົດ, 2018.

ບັນດາຜູ້ນຳປະເທດ ໂຊມາເລຍ ແລະ ເອຣິເທຣຍ ໃນວັນເສົາວານນີ້ໄດ້ສືບຕໍ່ສາຍພົວ
ພັນທາງການທູດ ແລະ ເປີດສະຖານທູດໃນນະຄອນຫຼວງຂອງເຂົາເຈົ້າ.

ການຕັດສິນໃຈດັ່ງກ່າວ ໄດ້ມີຂຶ້ນໃນ ລະຫວ່າງ ກອງປະຊຸມສຸດຍອດທີ່ນະຄອນຫຼວງ
ອາສມາຣາ, ປະເທດ ເອຣິເທຣຍ, ບ່ອນທີ່ປະທານາທິບໍດີ ໂຊມາເລຍ ທ່ານ ໂມຮາເມັດ
ອັບດູລລາຮີ ຟາມາໂຈ ໄດ້ເລີ່ມການເດີນທາງຢ້ຽມຢາມສາມວັນ ເປັນຄັ້ງປະຫວັດສາດ
ໃນວັນເສົາວານນີ້.

ສອງປະເທດດັ່ງກ່າວ ບໍ່ໄດ້ມີສາຍພົວພັນທາງການທູດກັນເປັນເວລາເກືອບ 15 ປີແລ້ວ.

ໃນການໃຫ້ສຳພາດກັບວີໂອເອພະແນກພາສາໂຊມາເລຍນັ້ນ, ລັດຖະມົນຕີກະຊວງຖະ
ແຫຼງຂ່າວ ໂຊມາເລຍ ທ່ານ ດາເຮຍ ໂມຮາເມັດ ກີແອລ ກ່າວວ່າ “ພວກທ່ານຈະໄດ້
ເຫັນເອກອັກຄະລັດຖະທູດ ເອຣິເທຣຍ ກັບ ໂຊມາເລຍ ປະຕິບັດໜ້້າທີ່ ໃນນະຄອນ
ຫຼວງຂອງສອງປະເທດໃນໄວໆນີ້.”

ທ່ານເວົ້າວ່າ ບັນດາຜູ້ນຳເຫຼົ່ານັ້ນ ໄດ້ປຶກສາຫາລື ເລື່ອງຄວາມປອດໄພໃນພາກພື້ນ
ແລະ ການປ່ຽນແປງສາຍພົວພັນຂອງປະເທດຕ່າງໆ ໃນ ຮອນ ອັອຟ ອາຟຣິກາ. ສາຍ
ພົວພັນຕ່າງໆໃນພາກພື້ນ ຮອນ ອາຟຣິກາ ແມ່ນເລື່ອງທີ່ໜ້າສົນໃຈ ຕໍ່ບັນດາປະເທດ
ອ່າວເປີເຊຍທີ່ຮັ່ງມີ ເຊິ່ງຕັ້ງຢູ່ຂ້າມອ່າວ ເອເດັນ ແລະ ທະເລແດງໃກ້ກັນນັ້ນ, ເປັນຜູ້ທີ່
ມີຄວາມສົນໃຈໃນການສ້າງແຜນຍຸດທະສາດ ສະໜັບສະໜູນ ໃນພາກພື້ນ ອາຟຣິກາ
ຕາເວັນອອກ ຜ່ານເສັ້ນທາງການຂົນສົ່ງ ທາງທະເລທີ່ໜາແໜ້ນ.

ບັນດາຜູ້ນຳຂອງສອງປະເທດດັ່ງກ່າວ ມີກຳນົດຈະສືບຕໍ່ ການເຈລະຈາກັນໃນວັນອາ
ທິດມື້ນີ້.

ການຢ້ຽມຢາມຂອງທ່ານ ຟາມາໂຈ ໄດ້ມີຂຶ້ນຫຼັງຈາກປະເທດ ເອຣິເທຣຍ ທີ່ເປັນຄູ່ແຂ່ງ
ຂອງເຂົາເຈົ້າມາດົນນານ ກັບປະເທດ ເອທິໂອເປຍ ໄດ້ສືບຕໍ່ສາຍພົວພັນທາງການທູດ
ນຳກັນ ສອງປະເທດທີ່ຢູ່ໃກ້

ຄຽງກັນ ໃນອາຟຣິກາຕາເວັນອອກນັ້ນ ໄດ້ມີປະຫວັດສາດ ທີ່ຍາວນານ ແລະ ສັບສົນ
ນຳກັນ, ເຊິ່ງໄດ້ໃຊ້ອິດທິພົນໃນການສ້າງຄວາມບໍ່ໝັ້ນຄົງ ຢູ່ພາກພື້ນ ຮອນ ອາຟຣິກາ
ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG