ລູກຊາຍຂອງສະມາຊິກສະພາຣັດເຊຍຄົນນຶ່ງ ໄດ້ຖືກພົບເຫັນວ່າ ມີຄວາມຜິດຢູ່ໃນສະຫະ ລັດ ໃນຂໍ້ຫາຈັດຕັ້ງກຸ່ມອາຊະຍາກຳເຈາະຂໍ້ມູນທາງອິນເຕີແນັດຢູ່ໃນທົ່ວໂລກ ໃນ ອັນທີ່ໄອຍະການຮ້ອງວ່າ ນຶ່ງໃນຈຳນວນພວກລັກຂະໂມຍຂໍ້ມູນບັດສິນເຊື່ອທີ່ໃຫຍ່ທີ່ສຸດ ໃນປະຫວັດສາດ.
ທ້າວ Roman Seleznev ລູກຊາຍສະມາຊິກສະພາຣັດເຊຍ ທ່ານ Valery Seleznev ແລະພັນທະມິດຂອງປະທານາທິບໍດີ Vladimir Putin ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນ
ວັນພະຫັດວານນີ້ ຢູ່ທີ່ສານໃນນະຄອນ Seattle ລັດ Washington ຫລັງຈາກຄະນະຕຸລາການ ໄດ້ພິຈາລະນາ ໃນເວລາໜ້ອຍກວ່າສອງມື້.
ຈຳເລີຍໄດ້ຖືກພົບເຫັນວ່າ ມີຄວາມຜິດໃນຂໍ້ຫາ 38 ກະໂທງ ຮວມທັງເກົ້າກະ ໂທງໃນການເຈາະຂໍ້ມູນທາງອິນເຕີແນັດ ແລະ 10 ກະໂທງ ໃນການຕົວະຕົ້ມດ້ານການເງິນ ທີ່
ພົວພັນກັບອີເລັກໂທຣນິກ. ໃນການຕັດສິນລົງໂທດໃນວັນວັນທີ 2 ເດືອນທັນວາຈະມາເຖິງນີ້ ລາວອາດໄດ້ຮັບການຕິດຄຸກດົນເຖິງ 40 ປີ.
ອີງຕາມໄອຍະການແລ້ວ ການກະທຳຂອງຜູ້ກ່ຽວນີ້ ເປັນຜົນໃຫ້ບັດສິນເຊື່ອສູນເສຍເງິນເກືອບ 170 ລ້ານໂດລາ.
ທະນາຍຄວາມຂອງທ້າວ Seleznev ກ່າວວ່າ ລາວປະເຊີນໜ້າກັບຂໍ້ຫາທີ່ຄ້າຍ ຄືກັນ ຢູ່ສານລັດ Nevada ແລະລັດ Georgia. ທະນາຍຄວາມ ທ່ານ John Henry Browne ໄດ້ປະກາດທີ່ຈະຂໍອຸທອນ.
ທ້າວ Seleznev ໄດ້ຖືກກ່າວຫາວ່າ ຈັດຕັ້ງກຸ່ມເຈາະຂໍ້ມູນ ໃນອັນທີ່ລາວໄດ້ ເຈາະເຂົ້າໄປໃນລະບົບຄອມພິວເຕີຂອງຮ້ານອາຫານຕ່າງໆ ແລະລັກເອົານໍ້າເບີບັດສິນເຊື່ອ.
ລັດຖະມົນຕີຊ່ອຍວ່າການກະຊວງຍຸຕິທຳສະຫະລັດ ທ່ານ Norman Barbosa ກ່າວລະ ຫວ່າງການໂຕ້ຖຽງປິດຄະດີ ໃນວັນພຸດທີ່ຜ່ານມານີ້ວ່າ ທ້າວ Seleznev ໄດ້ບໍລິຫານງານການເຈາະຂໍ້ມູນດັ່ງກ່າວຈາກຫ້ອງການຂອງລາວຢູ່ທີ່ນະຄອນ Vladivostok ປະເທດຣັດເຊຍ ໂດຍໃຊ້ຊື່ຫລິ້ນທາງອິນເຕີແນັດຈຳນວນນຶ່ງ.
ເວລາລາວຖືກຈັບຢູ່ Maldives ໃນປີ 2014 ບັນດາເຈົ້າໜ້າທີ່ສືບສວນໄດ້ພົບເຫັນນ້ຳເບີບັດສິນເຊື່ອ 1 ລ້ານ 7 ແສນນໍ້າເບີຢູ່ໃນຄອມພິວເຕີຂອງລາວ ພ້ອມດ້ວຍຊື່ລະຫັດຜ່ານ ຫຼື password ສຳລັບເຂົ້າໄປໃນລະບົບຄອມພິວເຕີ.