ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກຊາຍ ອະດີດ ປະທານາ ທິບໍດີ ກີເນຍ ຖືກກ່າວຫາວ່າ ເອົາຄົນ ມາເປັນ ຂ້າທາດ ຢູ່ໃນເຮືອນ


ທ້າວ ໂທຮາເມດ ທູເຣ ແລະນາງ ເດັນນິສ ຄຣັອສ ທູເຣ ທີ່ຖືກກ່າວຫາວ່າເອົາຄົນ ມາເປັນ ຂ້າທາດ ຢູ່ໃນເຮືອນ ເປັນເວລາ 16 ປີ ນັ້ນ
ທ້າວ ໂທຮາເມດ ທູເຣ ແລະນາງ ເດັນນິສ ຄຣັອສ ທູເຣ ທີ່ຖືກກ່າວຫາວ່າເອົາຄົນ ມາເປັນ ຂ້າທາດ ຢູ່ໃນເຮືອນ ເປັນເວລາ 16 ປີ ນັ້ນ

ສານລັດຖະບານກາງແຫ່ງນຶ່ງຂອງສະຫະລັດທໍາການຟ້ອງຮ້ອງຕໍ່ລູກຊາຍຂອງອະ
ດີດປະທານາທິບໍດີ ກີເນຍ ແລະ ພັນລະຍາຂອງລາວ ທີ່ໄດ້ພາກັນເອົາຍິງສາວນ້ອຍ
ຊາວກີເນຍຄົນນຶ່ງ ໄປເປັນຂ້າທາດຢູ່ໃນເຮືອນທີ່ຫລູຫລາ ຫລັງນຶ່ງໃນເມືອງດາລາສ,
ເທັກຊັສ ມາໄດ້ 16 ປີ ແລ້ວ.

ທ້າວ ໂທຮາເມດ ທູເຣ (Mohamed Toure) ແລະນາງ ເດັນນິສ ຄຣັອສ ທູເຣ
(Denise Cros-Toure) ຖືກກ່າວຫາວ່າ ໄດ້ທໍາການບັງຄັບຄົນໃຫ້ອອກແຮງງານ
ແລະໄດ້ໃຫ້ທີ່ພັກພາອາໄສແກ່ຄົນຕ່າງຊາດເພື່ອສວຍເອົາປະໂຫຍດທາງການເງິນ.

ທະນາຍຄວາມຂອງພວກເຂົາເຈົ້າ ເວົ້າວ່າ ຄະດີຂອງລັດຖະບານແມ່ນ “ເຕັມໄປ
​ດ້ວຍການກ່າວຫາ​ທີ່​ໄຮ້​ສິນ​ທຳ, ເສກສັນປັ້ນແຕ່ງຂຶ້ນມາ ແລະບໍ່ມີຄວາມຈິງ.”

ແຕ່ວ່າ ບັນດາທະນາຍຄວາມຂອງລັດຖະບານສະຫະລັດ ເວົ້າວ່າ ຄອບຄົວທູເຣ
ໄດ້ເອົານາງສາວນ້ອຍຄົນນຶ່ງທີ່ບໍ່ລະບຸຊື່ ມາຈາກບ້ານຂອງລາວ ຢູ່ໃນ ກີເນຍ
ເຂົ້າມາໃນສະຫະລັດ ໃນປີ 2000. ພວກທ່ານເວົ້າອີກວ່າ ນາງຄົນນັ້ນ ມີອາຍຸ
ຢ່າງໜ້ອຍໄດ້ 5 ປີ ແຕ່ວ່າ ກໍອາດຈະມີອາຍຸດຮອດ 13 ປີກໍ​ເປັນ​ໄດ້.

ພວກຄົນຂ້າງບ້ານຂອງເຂົາເຈົ້າ ໄດ້ຊ່ວຍນາງນ້ອຍຄົນນັ້ນ ຫລົບໜີໄປ ໃນປີ
2016 ແລະໄດ້ເອົານາງໄປຢູ່ທີ່ສູນ ວາຍເອັມຊີເອ (YWCA).

ນາງໄດ້ບອກພວກນັກສືບສວນວ່າ ຜົວເມຍຄູ່ນັ້ນ ໄດ້ບັງຄັບໃຫ້ນາງເຮັດວຽກ
ແຕ່ເຊົ້າໆ ຈົນຮອດຄໍ່າ- ໃຫ້ແຕ່ງກິນ, ເຮັດອະນາໄມ, ແລະເອົາລູກໃຫ້ເຂົາເຈົ້າ.

ພວກຄົນຂ້າງບ້ານນັ້ນ ຍັງໄດ້ລາຍງານວ່າ ເຂົາເຈົ້າເຫັນເດັກຍິງຄົນນັ້ນ ທາສີ
ເຮືອນ, ຕັດຫຍ້າ ແລະເຮັດສວນ.

ຜົວເມຍຄູ່ນັ້ນ ບໍ່ໃຫ້ລາວໄປໂຮງຮຽນ ແລະບໍ່ເຄີຍຈ່າຍຄ່າແຮງງານໃຫ້ລາວເລີຍ.
ນາງຍັງເວົ້າຕໍ່ພວກເຈົ້າໜ້າທີ່ວ່າ ພວກເຂົາເຈົ້າເອົາສາຍແອວ ແລະສາຍໄຟຂ້ຽນ
ຕີນາງ ແລະກະຊາກຕຸ້ມຫູຂອງນາງອອກ ເຮັດໃຫ້ມີຮອຍແປ້ວ ຢູ່ໃນ ນັ້ນ.


ຄູ່ຜົວເມຍທູເຣ ຈະຖືກຈໍາຄຸກນານເຖິງ 30 ປີ ແລະຖືກປັບໄໝຮອດ 500,000
ໂດລາ ຖ້າຫາກຖືກຕັດສິນວ່າມີຄວາມຜິດ.

ທ້າວ ໂທຮາເມດ ທູເຣ (Mohamed Toure) ແມ່ນລູກຊາຍຂອງມື້ລາງທ່ານ
ອາເມດ ເຊຄູ ທູເຣ (Ahmed Sekou Toure) ອະດີດປະທານາທິບໍດີຂອງກີເນຍ
ພາຍຫລັງທີ່ປະເທດດັ່ງກ່າວ ໄດ້ຮັບເອກະລາດຈາກຝຣັ່ງ ໃນປີ 1958. ທ່ານໄດ້
ປົກຄອງປະເທດຈົນຮອດມື້ທ່ານເສຍຊີວິດໄປ ໃນປີ 1984 ຍ້ອນໂຣກຫົວໃຈວາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG