ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລູກ​ຊາຍ​ ໄວ​ລຸ້ນ ​ຂອງ​​ນັກ​ຮ້ອງ ທະຫານຈີນ ທີ່ມີ​ຊື່​ສຽງ​ ຕິດຄຸກ 10 ປີ


ທ້າວ Li Tianyi ລູກ​ຊາຍ​ໄວ​ລຸ້ນ​ຂອງ​​ນັກ​ຮ້ອງທະຫານ
ທີ່ມີ​ຊື່​ສຽງ​ໂດ​ງດັງ​ ​ຕິດ​ຄຸກ
ທ້າວ Li Tianyi ລູກ​ຊາຍ​ໄວ​ລຸ້ນ​ຂອງ​​ນັກ​ຮ້ອງທະຫານ ທີ່ມີ​ຊື່​ສຽງ​ໂດ​ງດັງ​ ​ຕິດ​ຄຸກ
ລູກ​ຊາຍ​ໄວ​ລຸ້ນ​ ຂອງນັກ​ຮ້ອງທະຫານທີ່ມີ​ຊື່​ສຽງ​ໂດ​ງດັງ​ 2 ຄົນ
ຂອງ​ຈີນ ​ໄດ້​ຖືກພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ໃນ​ການ​ຂົ່ມຂືນ​ສຳ​ເລົາ​ໝູ່
ແລະ​ຖືກຕັດສິນໂທດ​ຈໍາ​ຄຸກ 10 ປີ.

ໃນ​ວັນ​ພະຫັດ​ມື້​ນີ້ ສານ​ທີ່​ກຸງ​ປັກ​ກິ່ງ​ ​ໄດ້​ພົບ​ເຫັນ​ວ່າ ​ທ້າວ Li
Tianyi ອາຍຸ 17 ປີ ​ແລະອີກ 4 ຄົນ​ ​ມີ​ຄວາມ​ຜິດ​ໃນຄະດີຂົ່ມຂື່ນ
​ສໍາ​ເລົາ​ແມ່ຍິງ ທີ່ໂຮງ​ແຮມແຫ່ງ​ນຶ່ງໃນ​ນະຄອນຫຼວງ​ຂອງ​ຈີນ ​
ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ​ນີ້.

ທ້າວ Li ​ໂຕ້ຕອບ​ວ່າ ລາວ​ເມົາ​ເຫຼົ້າ ​ແລະ​ກໍ​ບໍ່​ຮູ້​ຕົວ​ວ່າ​ ໄດ້​ມີ​ຫຍັງ​
ເກີດ​ຂຶ້ນ​ກັບ​ແມ່ຍິງ​ຄົນ​ນັ້ນທີ່ພວກ​ໜຸ່ມ​ນ້ອຍ​ໄດ້​ພົບ​ພໍ້​ຢູ່​ທີ່ໂຮງ​ແຮມ
ໃນກຸງ​ປັກ​ກິ່ງ​.​ ຄອບຄົວ​ຂອງ​ລາວ​ວ່າ ນີ້​ແມ່ນ​ຄະດີ​ກ່ຽວ​ກັບ ​ໂສ​ເພນີ.

​ແຕ່​ສານ​ພົບ​ເຫັນ​ວ່າ ທ້າວ Li ​ ​ເປັນ​ຜູ້​ດຶງ​ແມ່ຍິງ​ຄົນ​ນີ້​ເຂົ້າ​ໄປ​ໃນໂຮງ​ແຮມ ບັງ​ຄັບໃຫ້ນາງ
​ຖອດ​ເສື້ອ​ຜ້າອອກ ​ແລະກໍເປັນ​ຜູ້​ທຳ​ອິດ ບັງຄັບ​ໃຫ້​ນາງ​ມີ​ເພດ​ສຳພັນ​ກັບ​ລາວ​.

ມີ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ ​ໃນຈຳນວນຫ້າ​ຄົນຂອງພວກ​ທີ່​ຖືກ​ກ່າວ​ຫາ​ເປັນຜູ້​ໃຫຍ່. ສ່ວນ​ຄົນ
​ອື່ນໆ​ນັ້ນ ​ແມ່ນ​ໄດ້​ຮັບ​ໂທດຈໍາ​ຄຸກ ​ຕັ້ງ​ແຕ່ 3 ຫາ 12 ປີ ຂຶ້ນ​ໄປ.

ຄະດີ​ດັ່ງກ່າວ​ນີ້ ​ໄດ້​ຖືກ​ຈັບ​ຕາມ​ອງຢ່າງ​ໃກ້ຊິດ​ໃນ​ປະ​ເທດ​ຈີນ ບ່ອນ​ທີ່​ຫລາຍໆ​ຄົນ​ມີ​ຄວາມ​
ໂກດ ​ແຄ້ນ​ຕໍ່​ການ​ກະທຳ​ຂອງ​ພວກ​ລູກ​ເຈົ້າຫຼານນາຍ ທີ່​ມີ​ການ​ເບິ່ງ​ກັນ​ວ່າ​ເປັນ​ພວກ​ສໍ້​ລາດ
​ບັງ​ຫຼວງນັ້ນ.

ພໍ່​ຂອງທ້າວ Li ຄືທ່ານ​ນາຍ​ພົນ Li Shuangjiang ຂອງ​ກອງທັບປົດ​ປ່ອຍປະຊາຊົນ ທີ່​ມີ​
ຊື່​ສຽງ​ໂດ​ງດັງ​ໃນ​ການ​ຮ້ອງ​ເພງ​ຮັກ​ຊາດ ທາງ​ໂທລະພາບ. ​ແມ່​ຂອງ​ລາວ​ກໍ​ເປັນ​ນັກ​ຮ້ອງ​ທີ່
​ມີ​ຊື່​ສຽງ​ຢູ່ໃນ​ກອງທັບ​ຈີນເຊັ່ນດຽວ​ກັນ.
XS
SM
MD
LG