ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສຫລ ສັງຫານ​ ພວກ​ຫົວ​ຮຸນ​ແຮງ al-Shabab ​ຫລາຍຄົນ ໃນການ ​ໂຈມ​ຕີ​ ຢູ່​ໂຊ​ມາເລຍ


ພວກ​ນັກ​ລົບໃໝ່ຂອງກຸ່ມຫົວ​ຮຸນ​ແຮງ al-Shabab ຫລາຍຮ້ອຍຄົນ ທໍາການຝຶກຊ້ອມຢູ່ໃນເຂດ Lafofe area ທີ່ຕັ້ງຫ່າງຈາກທາງໃຕ້ຂອງນະຄອນ Mogadishu ຂອງ Somalia 18 ກິໂລແມັດໃນວັນທີ 17 ກຸມພາ, 2017.
ພວກ​ນັກ​ລົບໃໝ່ຂອງກຸ່ມຫົວ​ຮຸນ​ແຮງ al-Shabab ຫລາຍຮ້ອຍຄົນ ທໍາການຝຶກຊ້ອມຢູ່ໃນເຂດ Lafofe area ທີ່ຕັ້ງຫ່າງຈາກທາງໃຕ້ຂອງນະຄອນ Mogadishu ຂອງ Somalia 18 ກິໂລແມັດໃນວັນທີ 17 ກຸມພາ, 2017.

ອີງ​ຕາມ​ກອງທັບ​ສະຫະລັດ ກຳລັງ​ທະຫານ​ສະຫະລັດ​ໄດ້​ປະຕິບັດ​ການ​ໂຈມ​ຕີ​ຕ້ານ​
ກຸມ​ກໍ່ການ​ຮ້າຍ al-Shabab ຢູ່​ໃນ​ໂຊ​ມາເລຍ ​ໃນ​ວັນ​ພະຫັດ​ວານ​ນີ້ ໂດຍໄດ້ສັງ
ຫານ​ “ພວກ​ຫົວ​ຮຸ່ນ​ແຮງ​ຫລາຍ​ຄົນ”. ​

​ທ່ານ​ນາງ Audricia Harris, ໂຄສົກ​ຍິງປະຈໍາ​ທຳນຽບຫ້າ​ແຈກ່າວ​ຕໍ່ ວີ​ໂອ​ເອວ່າ
ການ​ໂຈ​ມຕີ​ຂອງ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຢູ່​ໃນ​ຂົງ​ເຂດ​ອ່າວຂອງ​ໂຊ​ມາເລຍ ທີ່ຢູ່ຫ່າງ
ຈາກນະຄອນຫລວງ Mogadishu ປະມານ 160 ກິ​ໂລ​ແມັດໄປທາງ​ພາກ​ຕາ​ເວັນ​ຕົກ​.

ທ່ານ​ນາງ Harris ກ່າວ​ວ່າ ບໍ່​ມີ​ພົນລະ​ເຮືອນ​ໄດ້​ເສຍ​ຊີວິດ​ຍ້ອນກ​ການ​ໂຈມ​ຕີດັ່ງກ່າວ.

ອີງ​ຕາມ​ຖະ​ແຫລ​ງການຂອງກອງ​ບັນຊາ​ການ​ທະຫານ​ສະຫະລັດ​ໃນ​ເຂດ​ອ​າຟຣິກາ​
ຫລື (AFRICOM), ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ປະມານບ່າຍ​ສາມ​ໂມງ ຕາມ​ເວລາ​ທ້ອ​ງຖິ່ນ
​ໃນ​ໂຊ​ມາລີ ໂດຍມີ​ການ​ປະສານ​ງານ​ກັບ​ລັດຖະບານໂຊ​ມາເລຍ.

ກອງ​ບັນຊາ​ການ​ທະຫານ​ສະຫະລັດ​ໃນ​ເຂດ​ອ​າຟຣິກາຍັງກ່າວອີກ​ວ່າ “ກຳລັງ​ທະຫານ
​ສະຫະລັດ ຈະ​ສືບຕໍ່ໃຊ້ທຸກ​ມາດ​ຕະການ​ທີ່​ໄດ້ຮັບການອະນຸ​ຍາດ ແລະ​ເໝາະ​ສົມ ​ເພື່ອ
​ປົກ​ປ້ອງຄົນ​ອາ​ເມຣິກັນ ​ແລະ​ທຳລາຍ​ການ​ຂົ່ມຂູ່ຂອງພວກ​ກໍ່​ການ​ຮ້າຍ.”

ການ​ໂຈມ​ຕີ​ດັ່ງກ່າວ ເກີດ​ຂຶ້ນ​ໃນເວລາໜ້ອຍ​ກວ່າ​ນຶ່ງ​ອາ​ທິດ ພາຍຫລັງທີ່ ສະຫະລັດທໍາ
ການໂຈມ​ຕີ​ທີ່​ໄດ້​ແນ​ໃສ່​ພວກ​ນັກ​ລົບລັດ​ອິສລາມ ຫລື IS​ ໃນ​ພາກ​ເໜືອຂອງ​ປະ​ເທດນັ້ນ.

ທ່ານ Jama Mohammed Qurshe ​ປະທານ​ຂອງເມືອງ Qandala ກ່າວ​ຕໍ່ພະແນກ
ພາສາ​ໂຊ​ມາລີຂອງວີ​ໂອ​ເອວ່າ ການໂຈມ​ຕີຂອງ​ສະຫະລັດ​ໃນ​ວັນ​ສຸກ​ແລ້ວ​ນີ້ ​ໄດ້​ຖືກຄ້າຍ
​ຂອງພວກ​ຫົວ​ຮຸ່ນ​ແຮງ IS ຢູ່ທີ່​ໝູ່​ບ້ານ Buqa ຊຶ່ງຕັ້ງຢູ່​ທາງໃຕ້ ຫ່າງ​ຈາກ​ເມືອງ​ຂອງ​ທ່ານ
ໄປ 60 ກິ​ໂລ​ແມັດ ໃນເຂດເຄິ່ງປົກຕົນເອງ Puntland. Punland.

​ເຈົ້າ​ໜ້າ​ທີ່ ກອງ​ບັນຊາ​ການ​ທະຫານ​ສະຫະລັດ​ໃນ​ເຂດ​ອ​າຟຣິກາ ກ່າວ​ຕໍ່ວີ​ໂອ​ເອວ່າ ການ
​ໂຈມ​ຕີ​ສອງ​ຄັ້ງ​ໄດ້​ສັງຫານຄົນ "ໜ້ອຍ​ກວ່າ​ຫ້າ​ຄົນ" ທີ່​ເປັນ​ພວກ​ນັກ​ລົບ​ລັດ​ອິສລາມ. ນັ້ນ
ເປັນ​ການ​ໂຈມ​ຕີ​ຂອງ​ສະຫະລັດ​ເທື່ອ​ທຳ​ອິດ ​ຕ້ານ​ພວກ​ຫົວ​ຮຸນ​ຮງລັດ​ອິສລາມ​ຢູ່​ໃນ​ໂຊມາ
ເລຍ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG