ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບັນຊາການ ນີວເຄຼຍ ສຫລ ສອງຄົນ ຖືກປົດ ອອກຈາກຕໍາແໜ່ງ


ຮູບ ນຍາຍພົນໂທກອງທັບອາກາດ Michael J. Carey (ຊ້າຍ)
ແລະພົນເຮືອຕີ Tim Giardina ທີ່ຖືກປົດຈກຕໍາແໜ່ງ. (AP)
ຮູບ ນຍາຍພົນໂທກອງທັບອາກາດ Michael J. Carey (ຊ້າຍ) ແລະພົນເຮືອຕີ Tim Giardina ທີ່ຖືກປົດຈກຕໍາແໜ່ງ. (AP)
ກອງທັບ​ສະຫະລັດ ​ໄດ້​ປົດ​ນາຍ​ພົນ​ໂທ​ຄົນ​ນຶ່ງ ​ແລະ​ນາຍ​ພົນ​ເຮືອເອກ ຄົນ​ນຶ່ງອອກ​ຈາກ​ຕໍາ​ແໜ່​ງຜູ້​ນໍາ​ຮັບຜິດຊອບດ້ານ​ນີວ​ເຄຼຍ ຍ້ອນ​ຄວາມປະພຶດ​ຜິດໃນ​ເລຶ່ອງສ່ວນ​ຕົວ ຕາມ​ທີ່ມີ​ການ​ກ່າວ​ຫາ​ນັ້ນ.

​ເມື່ອ​ວັນ​ສຸກ​ຜ່າ​ນມາ​ນີ້ ກອງທັບ​ອາ​ກາດ​ສະຫະລັດ ​ໄດ້ປົດ​ທ່ານ Michael Carey ນາຍ​ ພົນ​ສອງດາວ ​ອອກ​ຈາກ​ຕໍາ​ແໜ່​ງຜູ້​ບັນຊາ​ການ ທັບ​ອາກາດ​ທີ່ 20 ທີ່​ຮັບຜິດຊອບ ລູກ​ສອນ​ໄຟ​ນິວ​ເຄຼຍທີ່​ຕິດ​ຕັ້ງ​ຢູ່​ພາກ ພື້ນ​ດິນ ຈໍານວນຫຼາຍຮ້ອຍ​ລູກ​.

ບັນດາ​ເຈົ້າໜ້າ​ທີ່​ບໍ່ໄດ້​ໃຫ້​ລາຍ​ລະອຽດຫຍັງ​ຫລາຍ​ກ່ຽວ​ກັບ​ກໍລະນີ​ດັ່ງກ່າວ​ນີ້ ​ແຕ່ກໍ​ເວົ້າ​ວ່າ ການ​ປົດ​ຕໍາ​ແໜ່​ງຄັ້ງ​ນີ້ ບໍ່​ກ່ຽວ​ກັບການ​ປະຕິບັດ​ງານ​ຂອງ​ຜູ້ກ່ຽວແຕ່​ຢ່າງ​ໃດ.

ນອກ​ນີ້​ແລ້ວ ​ເມື່ອ​ອາທິດ​ຜ່ານ​ມາ ພົນ​ເຮືອຕີ Tim Giardina ກໍ​ໄດ້ ຖືກ​ປົດ​ອອກ​ຈາກ​ຕໍາ
​ແໜ່​ງຮອງ​ຜູ້​ບັນຊາ​ການ ໜ່ວຍ​ລູກ​ສອນ​ໄຟ​ນິວ​ເຄຼຍ ​ເຮືອບິນ​ຖິ້ມ​ລະ​ເບີດ ​ແລະ​ເຮືອ​ດໍາ ນໍ້າ ທັງ​ໝົດ. ເວລາ​ນີ້ ​ຜູ້ກ່ຽວ​ກໍາລັງ​ຖືກ​ສອບສວນ​ກ່ຽວ​ກັບ​ຂໍ້​ກ່າວ​ຫາທີ່​ວ່າ ທ່ານ​ໄດ້ໃຊ້ຫຼຽນ​
ຫຼິ້ນໄພ້​ໂປກ​ເກີປອມ ຢູ່​ກາສິ​ໂນ​ແຫ່ງ​ນຶ່ງ.

ທ່ານ Giardina ​ເປັນ​ນາຍ​ທະຫານ​ອາຊີບ​ຝ່າຍ​ເຮືອ​ດໍ​ານໍ້າ ​ທີ່​ເຄີຍ​ເປັນ​ຜູ້ບັນຊາ​ການ​ຝຸງເຮືອ​ດໍາ​ນໍ້າ ທີ່​ສາມາດ​ຍິງ​ລູກ​ສອນ​ໄຟ​ຈາກ​ໃຕ້​ນໍ້າ ​ໄປ​ຖະຫຼົ່ມ​ເປົ້າ​ໝາ​ຍໃນໄລຍະ​ໄກ​ໄດ້.
XS
SM
MD
LG