ຜູ້ໃຫ້ການບໍລິການແທ້ງລູກໃນບາງບ່ອນ ທີ່ຂັ້ນຕອນດັ່ງກ່າວ ອາດຖືກຫ້າມ ຖ້າສານສູງສຸດ ສະຫະລັດ ຕ່າວປີ້ນກົດໝາຍ ໂຣ ສູ້ກັບ ເວດ (Roe v. Wade) ນັ້ນ ແມ່ນກຳລັງກຽມພ້ອມຮັບມື ກັບການຕັດສິນດັ່ງກ່າວ ດ້ວຍການໂຈະການກຳນົດແຜນການສຳລັບຂັ້ນຕອນການເຮັດແທ້ງລູກ, ການປັບປ່ຽນພະນັກງານຂອງເຂົາເຈົ້າເພື່ອຊ່ວຍເຫຼືອຄົນໄຂ້ເດີນທາງໄປລັດອື່ນ ແລະສ້າງເຄືອຂ່າຍໂຮງໝໍທີ່ຈະຂະຫຍາຍໄປທົ່ວພາກພື້ນຕ່າງໆຂອງປະເທດ.
ອົງການວາງແຜນຄອບຄົວແຫ່ງລັດ ວິສຄອນຊິນ, ເຊິ່ງປະຕິບັດການຄລິນິກສາມແຫ່ງ ທີ່ສະໜອງການແທ້ງລູກໃນລັດດັ່ງກ່າວ, ແມ່ນບໍ່ໄດ້ກຳນົດແຜນການສຳລັບຂັ້ນຕອນດັ່ງກ່າວ ຫຼັງຈາກວັນທີ 25 ມິຖຸນາ ໃນຂະນະທີ່ເຂົາເຈົ້າຄາດວ່າການຕັດສິນຕ່າວປີ້ນ ຄຳຕັດສິນທີ່ສຳຄັນຂອງປີ 1973 ທີ່ຮັບປະກັນສິດທິໃນການແທ້ງລູກທົ່ວປະເທດນັ້ນ ຈະເກີດຂຶ້ນໃນທ້າຍເດືອນມິຖຸນານີ້. ອົງການດັ່ງກ່າວ ໃນສອງສາມອາທິດທີ່ຜ່ານມາໄດ້ຈັດ ໃຫ້ສະມາຊິກພະນັກງານສອງຄົນເພື່ອຊ່ວຍເຫຼືອຄົນໄຂ້ ຈອງນັດໝາຍ ແລະຄິດຫາວິທີທີ່ຈະເດີນທາງໄປຄລີນິກຕ່າງໆ.
ບໍ່ວ່າຄລີນິກຕ່າງໆ ໃນລັດ ວິສຄອນຊິນ ຈະສາມາດສະໜອງການບໍລິການແທ້ງລູກ ໄດ້ຫຼືບໍ່ນັ້ນ, ແມ່ນໄດ້ກາຍເປັນຄຳຖາມຂອງແຕ່ລະວັນ.
ນຶ່ງໃນບັນດາຄວາມຫຍຸ້ງຍາກທີ່ສຸດຂອງສິ່ງທີ່ເກີດຂຶ້ນນີ້ ກໍແມ່ນການບໍ່ຮູ້ວ່າການຕັດສິນຈະເກີດຂຶ້ນມື້ໃດ ແລະ ມັນຈະເປັນຫຍັງ, ອີງຕາມການກ່າວຂອງທ່ານນາງ ມິແຊລ ເວລາເກສ໌ (Michelle Velasquez), ຜູ້ອຳນວຍການຂອງພະແນກການສະໜັບສະໜູນດ້ານກົດໝາຍ ແລະ ການບໍລິການ ຢູ່ອົງການວາງແຜນຄອບຄົວແຫ່ງລັດ ວິສຄອນຊິນ. ທ່ານນາງເວົ້າວ່າ “ສິ່ງທີ່ບໍ່ຮູ້ຈັກ ແມ່ນໄດ້ເປັນຄວາມຫຍຸ້ງຍາກ.”
ມັນເປັນຊ່ອງທາງໃນສິ່ງທີ່ບັນດາຜູ້ສະໜອງການບໍລິການແທ້ງລູກ ແລະ ການເຂົ້າຫາເງິນທຶນ ທີ່ໄດ້ວາງແຜນໃນຫຼາຍກວ່າສິບລັດທົ່ວພາກໃຕ້ ແລະ ພາກຕາເວັນຕົກຕອນກາງ. ໃນລັດ ດາໂກຕ້າໃຕ້ ໃນອາທິດນີ້, ຄລີນິກການແທ້ງລູກພຽງແຫ່ງດຽວຂອງລັດນັ້ນ, ເຊິ່ງຖືກປະຕິບັດການໂດຍອົງການການວາງແຜນຄອບຄົວເຊັ່ນກັນ, ໄດ້ປະກາດວ່າເຂົາເຈົ້າໄດ້ “ຢຸດ” ການອອກແຜນແທ້ງລູກຊົ່ວຄາວຫຼັງຈາກທ້າຍເດືອນນີ້. ໃນລັດ ໂອກລາໂຮມາ, ຜູ້ໃຫ້ບໍລິການທັງຫຼາຍແມ່ນໄດ້ຢຸດຂັ້ນຕອນດັ່ງກ່າວຫຼັງຈາກກົດໝາຍໄດ້ຖືກປະກາດໃຊ້ເພື່ອຫ້າມມັນ.
ໃນລັດວິສຄອນຊິນ, ກົດໝາຍຫ້າມການແທ້ງລູກແມ່ນໄດ້ຢູ່ໃນກົດໝາຍນັບຕັ້ງແຕ່ປີ 1849, ແຕ່ກົດໝາຍ ໂຣ ສູ້ກັບ ເວດ ໄດ້ມາແທນທີ່ມັນ. ໃນຂະນະທີ່ກົດໝາຍ ໂຮ ສູ້ກັບ ເວດ ພັງລົງມັນມີຄວາມເປັນໄປໄດ້ວ່າຈະກໍ່ໃຫ້ເກີດຕໍ່ສູ້ທາງກົດໝາຍ ກ່ຽວກັບ ວ່າມັນຖືກຕ້ອງຫຼືບໍ່, ອົງການວາງແຜນຄອບຄົວບໍ່ຢາກທີ່ຈະເຮັດໃຫ້ພະນັກງານຂອງເຂົາເຈົ້າມີຄວາມສ່ຽງໃນການຖືກຟ້ອງຮ້ອງດຳເນີນຄະດີ.
ທ່ານນາງ ເວລາສເກສ ກ່າວວ່າພະນັກງງານຄລີນິກ ຢາກສະໜອງການແທ້ງລູກໃນລັດວິສຄອນຊິນໄປຈົນຮອດນາທີສຸດທ້າຍທີ່ມັນຍັງຖືກກົດໝາຍ, ແຕ່ພ້ອມກັນນັ້ນຕ້ອງໄດ້ພິຈາລະນາວ່າ ການວາງແຜນນັດໝາຍສຳລັບວັນຕ່າງໆເວລາທີ່ມັນອາດກາຍເປັນສິ່ງຜິດກົດໝາຍນັ້ນ ອາດສ້າງຄວາມບໍ່ແນ່ນອນ ແລະ “ເດືອດຮ້ອນ” ສຳລັບຄົນໄຂ້ທັງຫຼາຍ.