ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນ​ທຶກການຕິດຕໍ່ບາງ​ອັນຂອງທ່ານທ​ຣຳ ກັບທະນາຍ ຄວາມຂອງທ່ານ ຖືກ​ພົບ​ເຫັນ ທ່າມ​ກາງ​ການ​ຍຶດ ​ເອ​ກະສານ​ລັບ ໃນ ບ້ານ​ ພັກ​ຂອງ​ທ່ານ


​ຄຳ​ສັ່ງ​ຄົ້ນເຮືອນທີ່ໄດ້ຮັບການອະນຸມັດຈາກຜູ້ພິພາກສາສານລັດຖະບານກາງໃນ​ລັດ​ຟ​ລໍຣິ​ດສ​ອິ​ນຸ​ຍາ​ດ​ໃຫ້້​ຈົ້າ​ໜ້າ​ທີ່ FBI ຄົ້ນ​ບ້ານ​ພັກແຄມ​ທະ​ເລ Mar-a-Lago ຂອງ​ທ່ານ​ທ​ຣຳ
​ຄຳ​ສັ່ງ​ຄົ້ນເຮືອນທີ່ໄດ້ຮັບການອະນຸມັດຈາກຜູ້ພິພາກສາສານລັດຖະບານກາງໃນ​ລັດ​ຟ​ລໍຣິ​ດສ​ອິ​ນຸ​ຍາ​ດ​ໃຫ້້​ຈົ້າ​ໜ້າ​ທີ່ FBI ຄົ້ນ​ບ້ານ​ພັກແຄມ​ທະ​ເລ Mar-a-Lago ຂອງ​ທ່ານ​ທ​ຣຳ

ກະຊວງຍຸຕິທໍາຂອງສະຫະລັດກ່າວໃນວັນຈັນວານນີ້ວ່າ ຕົນໄດ້ພົບເຫັນ "ເອ​ກະ​ສານ​ຊຸດ​ນຶ່ງໃນ​ຈຳ​ນວນຈໍາກັດ" ທີ່ອາດມີຂໍ້ມູນກ່ຽວກັບການຕິດຕໍ່ເປັນ​ການສ່ວນ ຕົວຂອງປະທານາທິບໍດີດໍ​ໂນ​ລ ທ​ຣຳ ກັບທະນາຍຄວາມຂອງທ່ານ ທີ່ຄວນຈະ ຖືກຍົກເວັ້ນຈາກການສືບສວນຂອງລັດຖະບານກ່ຽວກັບເອກະສານທີ່ມີຄວາມ​ລັບສູງ ທີ່ຕົນຍຶດໄດ້ສາມອາທິດກ່ອນຫນ້ານີ້ ຈາກບ້ານ​ພັກແຄມທະເລ ຂອງທ່ານ ທ​ຣຳ ໃນລັດ​ຟ​ລໍ​ຣິ​ດາ.

ພວກໄອຍະການ, ໃນການຍື່ນຄຳ​ຟ້ອງ​ຮ້ອງສານໃນລັດຟ​ລໍ​ຣິ​ດານັ້ນກ່າວວ່າ ພວກເຂົາເຈົ້າຈະໃຫ້ຂໍ້ມູນເພີ່ມເຕີມໃນບໍ່​ເທົ່າ​ໃດມື້ຂ້າງຫນ້ານີ້ ກ່ຽວກັບສິ່ງທີ່ພວກ ເຂົາເຈົ້າ​ໄດ້ພົບເຫັນ ຢູ່ໃນເອ​ກະ​ສານ 20 ກ່ອງ ທີ່ເຈົ້າ​ໜ້າ​ທີ່​ສັນ​ຕິ​ບານ​ກາງ​ຫລື FBI ໄດ້ເອົາມາຈາກບ້ານ​ພັກ​ມາ-ອາ-ລາ​ໂກ (Mar-a-Lago) ຂອງທ່ານທ​ຣຳ ໃນລະຫວ່າງການກວດຄົ້ນ ສະ​ຖານ​ທີ່​ດັ່ງ​ກ່າວ​ ໂດຍໄດ້ຮັບການອະນຸມັດຈາກ ສານ.

ເອກະສານທີ່ຍຶດ​ມາໄດ້ໃນການຄົ້ນຫາໃນວັນທີ 8 ສິງຫາຜ່ານ​ມາ ໂດຍບໍ່ໄດ້​ມີ​ການ​ປະ​ກາດໃຫ້ຊາບລ່ວງ​ໜ້າ​ນັ້ນ ລວມມີແຟມ​ເອ​ກະ​ສານທີ່ໝາຍໃສ່​ວ່າເປັນ​ເອ​ກະ​ສານ​ລັບ​ ​ດ້ານຄວາມໝັ້ນຄົງແຫ່ງຊາດທີ່ແຕກຕ່າງກັນຫລາຍ​ຢ່າງ ທີ່ທ່ານ ທ​ຣຳ ໄດ້ເອົາໄປນຳເມື່ອສິ້ນ​ສຸ​ດອາຍຸການເປັນປະທານາທິບໍດີຂອງທ່ານໃນວັນທີ 20 ມັງກອນ 2021 ແທນ​ທີ່ຈະເອົາ​ໄປ​ມອບໃຫ້​ແກ່ກົມ​ເກັບ​ມ້ຽນ​ເອ​ກະ​ສານ​ແຫ່ງ​ຊາດຕາມການ​ກຳ​ນົດ​ໄວ້ໃນກົດ​ໝາຍສະຫະລັດ.

ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ເມີ​ຣິກ ກາ​ແລນ (Merrick Garland) ໄດ້ອະນຸຍາດໃຫ້ມີ​ການກວດຄົ້ນດັ່ງ​ກ່າວ ແລະໄດ້ຮັບການອະນຸມັດຈາກຜູ້ພິພາກສາສານລັດຖະບານກາງໃນ​ລັດ​ຟ​ລໍຣິ​ດາ ພາຍຫຼັງທີ່ພວກໄອຍະການສົງໄສວ່າ ທ່ານທ​ຣຳ ບໍ່ໄດ້ເອົາເອກະສານທັງຫມົດທີ່ທ່ານ​ມີຢູ່ມອບ​ໃຫ້ ເຖິງແມ່ນວ່າ​ທ່ານ ໄດ້ມອບ ເອກະສານການລັບຫຼາຍຮ້ອຍຫນ້າ ແກ່ກົມ​ເກັບ​ມ້ຽນ​ເອ​ກະ​ສານແຫ່​ງ ຊາ​ດ​ໄປ​ແລ້ວໃນເດືອນມັງກອນ ແລະເດືອນມິຖຸນາກໍ​ຕາມ.

​ຄຳ​ສັ່ງ​ຄົ້ນເຮືອນໄດ້​ອະ​ນຸ​ຍາດໃຫ້ເຈົ້າ​ໜ້າ​ທີ່ FBI ຊອກ​ຫາເອ​ກະ​ສານ​ທີ່​ ຂຽນ​ວ່າ ​ລັດ​ຖະ​ບານ​ກໍາ​ລັງ​ສືບ​ສວນ​ວ່າ​ ມີການລະ​ເມີດກົດ​ໝາຍ​ດ້ານ​ການ​ສອດ​ແນມແລະ ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທໍາຫລືບໍ່​.

ແຕ່ພາຍໃຕ້ຂະ​ບວນການຍຸຕິທໍາທາງອາຍາຂອງສະຫະລັດແລ້ວ ການຕິດຕໍ່ໃດໆທີ່ເປັນລາຍລັກອັກສອນ ຫຼືການສົນທະນາ ທີ່ທ່ານທ​ຣຳ ອາດມີກັບທະນາຍຄວາມຂອງທ່ານ ຈະຖືກຖື​ວ່າເປັນສິດທິພິເສດຂອງ​ທ່ານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG