ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ການ​ບໍ​ລິ​ການ​ ຈຳ​ນວນ​ນຶ່ງ ຢູ່ແຂວງ​ ສຸ​ລາ​ເວ​ສີ ຂອງ ອິນ​ໂດ​ເນ​ເຊຍ ​ເລີ້ມ​ເປີດໃຊ້ ຄືນ​ແລ້ວ


ແມ່​ຍິງ​ຄົນ​ນ​ຶ່ງ​ອາບນ້ຳ​ໃຫ້​ເດັກ​ນ້ອຍ ຢູ່​ບ່ອນ​ພັກ​ເຊົາ​ຊົ່ວ​ຄາວ ໃນ​ເມືອງ​ປາ​ລູ ພາກ​ກາງ​ຂອງ​ແຂວງ​ສຸ​ລາ​ເວ​ສີ ວັນ​ທີ 4 ຕຸ​ລາ 2018.
ແມ່​ຍິງ​ຄົນ​ນ​ຶ່ງ​ອາບນ້ຳ​ໃຫ້​ເດັກ​ນ້ອຍ ຢູ່​ບ່ອນ​ພັກ​ເຊົາ​ຊົ່ວ​ຄາວ ໃນ​ເມືອງ​ປາ​ລູ ພາກ​ກາງ​ຂອງ​ແຂວງ​ສຸ​ລາ​ເວ​ສີ ວັນ​ທີ 4 ຕຸ​ລາ 2018.

ແຂວງ​ສຸ​ລາ​ເວສີ​ໃນ​ພາກ​ກາງ​ຂອງ​ອິນ​ໂດ​ເນ​ເຊຍ ໄດ້​ເລີ້​ມ​ເອົາ​ບາດ​ກ້າວ​ທຳ​ອິດ ໄປ​ສູ່
​ການຟື້ນ​ໂຕ​ຄືນ ເກືອບ​ນຶ່ງ​ອາ​ທິດຫຼັງ​ຈາກ​ທີ່​ບາງສ່ວນ​ຂອງ​ແຂວງ​ດັ່ງ​ກ່າວ​ໄດ້​ຖືກ​ທຳ​
ລາຍ​ໂດຍ​ແຜ່ນ​ດິນ​ໄຫວ ແລະ​ຄື້ນ​ຟອງສຸນາ​ມິ​ທີ່​ຮ້າຍ​ແຮງ ​ທີ່ເຮັດ​ໃຫ້ຫລາຍກວ່າ
1,500 ຄົນ​ເສຍ​ຊີ​ວິດ.

ໄຟ​ຟ້າ​ໄດ້ມີໃຊ້ແລ້ວ ໃນ​ບາງ​ເຂດ​ຂອງ​ເມືອງ​ປາ​ລູ ​ທີ່ມີ​ປະ​ຊາ​ຊົນອາ​ໄສ​ຢູ່​ຫຼາຍກວ່າ

730,000 ຄົນ ​ທີ່​ເປັນ​ຈຸດ​ສູນ​ກາງ​ຂອງ​ໄພ​ພິ​ບັດ. ບັ​ນ​ດາ​ຮ້​ານ​ຄ້າ​ໄດ້ເລີ້ມ​ເປີດ​ຄືນລະ
​ບົບ​ໂທ​ລະ​ສັບ​ທີ່​ສຳ​ຄັນ​ ກໍ​ເລີ້ມ​ໃຊ້​ງານ​ໄດ​ດ້​ແລ້ວ ແລະ​ສາຍ​ການ​ບິນ​ນ້ອຍ​ທ້ອງ​ຖິ່ນ
​ຈຳ​ນ​ວນ​ນຶ່ງຄາດ​ວ່າ​ ຈະ​ເລີ້ມ​ບິນ​ເຂົ້າແລະອອກຈາກ​ສະ​ໜາມ ​ບິນທີ່​ໄດ້​ຮັບ​ຄວາມ
​ເສຍ​ຫາຍ​ຂອງ​ເມືອງ​ດັ່ງ​ກ່າວ​ຄືນ​ອີກ.

ໃນ​ຂະ​ນະ​ທີ່​ການ​ບັນ​ເທົາ​ທຸ​ກສຸກ​ເສີນໄດ້​ໄປ​ເຖິງເກາ​ະສຸລາ​ເວ​ສີ​ຢ່າງ​ຊ້າໆ ພວກ​ເຈົ້າ
​ໜ້າ​ທີ່​ໄດ້ເພີ້ມ​ການ​ຮັກ​ສາ​ຄວາມ​ປອດ​ໄພເພື່ອ​ຍຸ​ຕິ​ການ​ລັກ​ຂະ​ໂມຍ​ເອົາ​ເຄື່ອງຂອງ
​ຢູ່​ໃນ​ບາງ​ບ່ອນ ​ໂດຍພວກ​ຊາວ​ບ້ານ​ທີ່​ຕ້ອງ​ການ​ອາ​ຫານ ແລະ​ນ້ຳ​ສະ​ອາດ.

ການ​ເສຍ​ຊີ​ວິດ​ທີ່​ເປັນ​ທາງ​ການ​ໄດ້​ເພີ້ມ​ຂຶ້ນ​ເປັນ 1,558 ຄົນ ​ໃນ​ຕອນ​ແລງວັນ​ພະ​ຫັດ
​ວານ​ນີ້ ພ້ອມ​ດ້ວຍ 70,000 ຄົນ ​ບໍ່​ມີ​ທີ່​ຢູ່​ອາ​ໄສ.

Flags Mark Sites of Trapped Bodies in Indonesia Quake
please wait

No media source currently available

0:00 0:01:17 0:00

ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7.5 ໄດ້​ສັ່ນ​ສະ​ເທືອນ​ ຊຶ່ງເຮັດ​ໃຫ້​ເກີດ​ຄື້ນ​ຟອງຍັກສຸນາ​
ມິ ທຳ​ລາຍບ້ານ​ເຮືອນ​ບ້ານ​ຊ່ອງແລະ​ຕຶກອາ​ຄານ​ຈຳ​ນວນ​ນຶ່ງ​ໃນ​ເມືອງ​ປາ​ລູ ກາຍ​ເປັນ
ກອງ​ຊາກ​ຫັກ​ພັງ. ຖະ​ໜົນຫົນ​ທາງ ແລະ​ຂົວ​ຕ່າງໆ​ໄດ້​ຖືກ​ນ້ຳ​ຊຸໄປ ຕັດ​ຂາດ​ຢ່າງ​ໜ້ອຍ
ສາມ​ເຂດໄກ້​ກັບ​ເມືອງ​ປາ​ລູ ທີ່​ມີ​ປ​ະຊາ​ກອນ​ຮວມ​ເຂົ້າ​ກັນ​ທັງ​ໝົດ​ກວ່າ 1 ລ້ານ​ຄົນ.

ປະ​ເທດ​ອິນ​ໂດ​ເນ​ເຊຍ ແລະ​ບັນ​ດາ 18,000 ​ເກາະດອນທີ່ຕັ້ງ​ຢູ່​ໃນ​ເຂດ "ວົງ​ແຫວນ​
ໄຟ" ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ​ທີ່ ແລະ​ມັກ​ຈະ​ເກີດມີ​ແຜ່ນ​ດິນ​ໄຫວ ພູ​ໄຟ​ລະ​ເບີດ
ແລະຄື້ນ​ຟອງ​ຍັກ​ສຸນາ​ມິ.

ໃນ​ປີ 2004 ​ໄດ້​ເກີດ​ແ​ດ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 9.1 ຢູ່ນອກ​ຝັ່ງ​ເກາະ​ສຸມາ​ຕ​ຣາ
ແລະ​ຕິດ​ຕາມມາ​ດ້ວຍຟອງ​ຍັກສຸ​ນາ​ມິຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ປະ​ມານ 230,000
ຄົນ ຢູ່​ໃນ 14 ປະ​ເທດ​ ເຂດ​ປາ​ຊິ​ຟິກ. ປະ​ມານ​ເຄິງ​ນຶ່ງ​ ຂອງ​ຜູ້​ເສຍ​ຊີ​ວິດ​ເຫລົ່າ​ນັ້ນ
​ເກີດ​ຂຶ້ນ​ຢູ່​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ.

ອ່າ​ນ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG