ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນກະທົບໂດຍກົງທີ່ປະຊາຊົນບາງຄົນໄດ້ຮັບ ຈາກສະພາບການໄພເງິນເຟີ້ຢູ່ໃນ ສປປ ລາວ


ແຟ້ມຮູບ-ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
ແຟ້ມຮູບ-ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.

ຈາກສະຖານະການທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງຢູ່ໃນ ສປປ ລາວ, ໂດຍສະເພາະຢ່າງຍິ່ງ ບັນຫາເລື້ອງຂອງເງິນເຟີ້ ທີ່ຖືໄດ້ວ່າ ລາວໄດ້ກ້າວເຂົ້າສູ່ໃນສະພາບການທີ່ໜ້າຫ່ວງເປັນປະຫວັດການ.

ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນກ່າວໃຫ້ VOA ຟັງວ່າ ສະຖານະການໜ້າເປັນຫ່ວງຫຼາຍ, ທຸກມື້ນີ້ກໍຍັງດີທີ່ມີ ເປັດ ໄກ່ ທີ່ລ້ຽງໄວ້, ກໍບໍຮູ້ວ່າ ຊິເປັນໄປແນວໃດໃນຕໍ່ໜ້າອີກ, ເຊິ່ງນາງໄດ້ກ່າວວ່າ:

“ນ້ອງເປັນປະຊາຊົນຄົນທໍາມະດາ ເປັນມະນຸດເງິນເດືອນ, ທຸກມື້ນີ້ຜົນກະທົບມັນຫຼາຍ ຫຼາຍດ້ານເລີຍ, ເງິນເດືອນສໍ່າເກົ່າ ແຕ່ຄ່າຄອງຊີບສູງ ນັບຕັ້ງແຕ່ນໍ້າມັນ ອາຫານບໍລິໂພກ ເຄື່ອງບໍລິໂພກ ອຸປະໂພກທຸກຢ່າງແມ່ນນໍາເຂົ້າ ທຸກຢ່າງແມ່ນຂຶ້ນໝົດ ເງິນເດືອນເຮົາຊໍ່າເກົ່າ. ຄືເງິນເດືອນຂອງນ້ອງມັນຊິກຸ້ມຈັກມື້ ເພາະວ່າໄຂ່ດຽວນີ້ ແຕະນຶ່ງກໍ 42-45 ພັນ, ໝີ່ ຈາກທີ່ເຄີຍແຕ່ກີ້ ເຮົາຊື້ແກັດນຶ່ງ 42 ພັນ ດຽວນີ້ແກັດນຶ່ງ 80 ພັນ.”

ສ່ວນປະຊາຊົນອີກທ່ານນຶ່ງເລົ່າໃຫ້ຟັງວ່າ ເພິ່ນເອງໄດ້ຊື້ພັນທະບັດຈາກທະນາຄານທີ່ເພິ່ນເປັນສະມາຊິກຢູ່ຕາມນະໂຍບາຍຂອງທະນາຄານທີ່ຂາຍພັນທະບັດເປັນເງິນກີບ ໂດຍເພິ່ນໄດ້ໃຊ້ເງິນໂດລາປ່ຽນເປັນເງິນກີບທັງໝົດ ເພື່ຶອມາຊື້ທະນະບັດກິນດອກເບ້ຍ, ເຊິ່ງເພິ່ນໄດ້ກ່າວວ່າ:

“ຊື້ທະນາບັດກິນດອກເບ້ຍມາໄດ້ຫຼາຍປີແລ້ວເດ, ເວລານັ້ນ 5 ໝື່ນໂດລາມີລາຄາເທົ່າກັບ 300 ລ້ານກີບ. ມັນກໍຄືກັນກັບທີ່ເຮົາເຫັນນັ້ນລະ ເມື່ອສະພາບເປັນແບບນີ້ ຜົນທີ່ໄດ້ກໍເຮັດໃຫ້ຄຸນຄ່າເງິນຂອງເຮົາຕົກລົງມາຫຼາຍສົມຄວນ, ກໍເສຍດາຍຢູ່.”

ຢ່າງໃດກໍຕາມ, ເມື່ອໄວໆມານີ້ ໄດ້ມີການປະກາດແຈ້ງການອອກມາຈາກທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສະບັບເລກທີ 1120/ທຄຕລ 2022, ນະຄອນຫຼວງວຽງຈັນ, ລົງວັນທີ 9 ມິຖຸນາ 2022 ກ່ຽວກັບການຊໍາລະເງິນກີບໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ຈາກ, ແຕ່ໄດ້ມີແຈ້ງການອອກມາໃໝ່ ສະບັບເລກທີ 1143/ທຄຕລ 2022 ລົງວັນທີ 13 ມິຖຸນາ ວ່າໃຫ້ສູນບໍລິການ ແລະສາຂາການຮັບຊໍາລະເງິນ MoneyGram ແຕ່ລະບ່ອນ ກັບຄືນມາຊໍາລະເງິນເປັນໂດລາຄືເກົ່າ.

XS
SM
MD
LG