ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບາງລັດ ທີ່ນຳໜ້າໂດຍ ພັກຣີພັບບລີກັນ ແນເປົ້າໃສ່ ການແທ້ງລູກ ຜ່ານການໃຫ້ຢາ.


ພາບໃນວັນທີ 22 ກັນຍາ 2010 ນີ້, ສະແດງໃຫ້ເຫັນ ຢາແທ້ງລູກ RU-486, ໃນເມືອງ ເດມອຍ, ລັດ ໄອໂອວາ.
ພາບໃນວັນທີ 22 ກັນຍາ 2010 ນີ້, ສະແດງໃຫ້ເຫັນ ຢາແທ້ງລູກ RU-486, ໃນເມືອງ ເດມອຍ, ລັດ ໄອໂອວາ.

ປະມານ 40 ເປີເຊັນຂອງການແທ້ງລູກໃນ ສະຫະລັດ ແມ່ນຖືກເຮັດຜ່ານການໃຫ້ຢາ, ແທນທີ່ຈະເປັນການຜ່າຕັດ, ແລະ ວ່າທາງເລືອກແມ່ນໄດ້ກາຍເປັນສິ່ງທີ່ສຳຄັນກວ່າເກົ່າໃນລະຫວ່າງໂຣກລະບາດ COVID-19.

ບັນດາຜູ້ສະໜັບສະໜູນສິດທິໃນການແທ້ງລູກເວົ້າວ່າໂຣກລະບາດໄດ້ສະແດງໃຫ້ເຫັນຄຸນຄ່າຂອງການຮັກສາພະຍາບານທີ່ຖືກສະໜອງໃຫ້ທາງຄອມພິວເຕີ, ລວມທັງຄວາມເປັນສ່ວນຕົວ ແລະ ຄວາມສະດວກສະບາຍຂອງການແທ້ງລູກທີ່ເກີດຂຶ້ນໃນບ້ານຂອງແມ່ຍິງ, ແທນທີ່ຈະເປັນໂຮງໝໍ. ບັນດາຜູ້ຄັດຄ້ານການແທ້ງລູກ ຜູ້ທີ່ເປັນຫ່ວງວ່າວິທີການດັ່ງກ່າວຈະມີແຜ່ຫຼາຍຍິ່ງຂຶ້ນນັ້ນ, ແມ່ນກຳລັງຜັກດັນຮ່າງກົດໝາຍນິຕິບັນຍັດໃນຫຼາຍລັດທີ່ນຳພາໂດຍພັກຣີພັບບລີກັນ ເພື່ອຈຳກັດມັນ ແລະ ໃນບາງກໍລະນີ, ຫ້າມບັນດາຜູ້ຈັດຫາບໍ່ໃຫ້ອອກໃບສັ່ງຢາແທ້ງລູກຜ່ານການບໍລິການທາງວິດີໂອ.

ລັດ ໂອໄຮໂອ ໄດ້ປະກາດການຫ້າມໃນປີນີ້, ໂດຍສະເໜີຂໍ້ກ່າວຫາອາຊະຍາກຳສຳລັບແພດໝໍຜູ້ທີ່ລະເມີດມັນ. ກົດໝາຍດັ່ງກ່າວໄດ້ມີກຳນົດທີ່ຈະມີຜົນບັງຄັບໃຊ້ອາທິດໜ້າ, ແຕ່ຜູ້ພິພາກສາຄົນນຶ່ງໄດ້ກີດກັ້ນມັນຊົ່ວຄາວໃນການຕອບສະໜອງຕໍ່ການຟ້ອງຮ້ອງຂອງອົງການວາງແຜນຄອບຄົວ.

ໃນລັດ ມັອນທານາ, ຜູ້ປົກຄອງລັດສັງກັດພັກຣີພັບບລີກັນ ທ່ານ ເກຣັກ ຈຽນຝອດ ແມ່ນຄາດວ່າຈະເຊັນການຫ້າມ ກ່ຽວກັບ ການແທ້ງລູກຜ່ານການບໍລິການທາງການແພດຜ່ານວິດີໂອ. ຜູ້ສະໜັບສະໜູນມາດຕະການດັ່ງກ່າວ, ສະມາຊິກສະພາຕໍ່າ ທ່ານນາງ ຊາຣັອນ ກຣີຟ ໄດ້ເອີ້ນການໃຫ້ຢາແທ້ງລູກວ່າ “ຄວາມບໍ່ມີລະບຽບຂອງອຸດສາຫະກຳແທ້ງລູກ” ແລະ ເວົ້າວ່າຢາດັ່ງກ່າວຄວນຢູ່ພາຍ ໃຕ້ການຄວບຄຸມດູແລຢ່າງໃກ້ຊິດຂອງບັນດາຜູ້ຊ່ຽວຊານດ້ານການແພດ, “ບໍ່ແມ່ນພາກສ່ວນຂອງການແທ້ງລູກເອົາເອງທີ່ຢູ່ຫ່າງໄກຈາກຄລີນິກ ຫຼື ໂຮງໝໍ.”

ບັນດາຜູ້ຄັດຄ້ານການຫ້າມດັ່ງກ່າວເວົ້າວ່າ ການແທ້ງລູກຜ່ານການບໍລິການທາງວິດີໂອ ແລະ ການເຮັດໃຫ້ມັນຜິດກົດໝາຍຈະມີຜົນກະທົບຢ່າງຫຼວງຫຼາຍຕໍ່ຜູ້ທີ່ອາໄສຢູ່ໃນເຂດຊົນນະບົດຜູ້ທີ່ປະເຊີນກັບການຂັບລົດທີ່ໄກໄປຫາຄລີນິກແທ້ງລູກທີ່ໃກ້ທີ່ສຸດ.

ທ່ານນາງ ເອລິຊາເບັດ ສມິດທ໌, ຫົວໜ້າທີ່ປຶກສາສຳລັບນະໂຍບາຍລັດ ແລະ ການສະໜັບສະໜູນຢູ່ສູນກາງເພື່ອສິດທິການຈະເລີນພັນໄດ້ກ່າວວ່າ “ເວລາທີ່ພວກເຮົາເບິ່ງໃນສິ່ງທີ່ກົດໝາຍນິຕິບັນ ຍັດຂອງລັດເຮັດນັ້ນ, ມັນໄດ້ກາຍເປັນທີ່ຈະແຈ້ງວ່າມັນບໍ່ມີພື້ນຖານທາງການແພດທີ່ຊັດເຈນສຳ ລັບການຫ້າມພວກນີ້. ເຂົາເຈົ້າມີພຽງຈຸດປະສົງທີ່ຈະເຮັດໃຫ້ມັນຍາກກວ່າເກົ່າ ທີ່ຈະເຂົ້າຫາການແພດທີ່ປອດໄພເປັນຢ່າງຍິ່ງນີ້ ແລະ ສ້າງຄວາມສົງໄສ ກ່ຽວກັບ ສາຍພົວພັນລະຫວ່າງຄົນໄຂ້ ແລະ ຜູ້ຈັດຫາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG