ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ບາງ​ຄົນ​ບໍ່​ມີ​ຄວາມ​ເປັນ​ຫ່ວງ​ ກັບ​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ກ່ຽວ​ກັບ ອົງ​ການ NATO


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ອົງ​ການ NATO ຢູ່​ເມືອງ ວັດ​ຝອດ, ອັງ​ກິດ, 4 ທັນ​ວາ 2019.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ອົງ​ການ NATO ຢູ່​ເມືອງ ວັດ​ຝອດ, ອັງ​ກິດ, 4 ທັນ​ວາ 2019.

ພັກ​ຣີ​ພັບ​ບ​ລີ​ກັນ ເຊິ່ງຫຼາຍ​ປີ​ທີ່​ຜ່ານ​ມາ​ຈະ​ທຳ​ການ​ຕອບ​ໂຕ້​ເວ​ລາ​ທີ່​ທ່ານ ດໍ​ໂນ​ລ ທ​ຣຳ ໃສ່​ຮ້າຍ​ປ້າຍ​ສີ​ອົງ​ການ NATO ແມ່ນ​ໄດ້​ມີຄວາມ​ສັບ​ສົນກວ່າ​ເກົ່າ​ ນັບ​ຕັ້ງ​ແຕ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ວ່າ ​ທ່ານ​ຈະ​ສະ​ໜັບ​ສະ​ໜູນ ຣັດ​ເຊຍ ໃຫ້​ໂຈມ​ຕີ​ບັນ​ດາ​ສະ​ມາ​ຊິ​ກ​ຂອງ​ພັນ​ທະ​ມິດ​ຜູ້​ທີ່​ທ່ານ​ຮູ້​ສຶກວ່າບໍ່​ໄດ້​ປະ​ກອບ​ສ່ວນ​ພຽງ​ພໍ​ຕໍ່​ການ​ປ້ອງ​ກັນ​ທົ່ວ​ໄປ.

ໃນ​ຂະ​ນະ​ທີ່​ບາງ​ຄົນ​ໄດ້​ແຍກ​ຕົນ​ເອງ​ຫ່າງ​ຈາກ​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ນັ້ນ, ຄົນ​ອື່ນໆ​ໄດ້​ຕຳ​ໜິ​ວິ​ຈານ​ສື່ມວ​ນ​ຊົນ ​ສຳ​ລັບ​ການ​ເພັ່ງ​ເລັງ​ໃສ່​ຄຳ​ເວົ້າ​ນັ້ນ ແລະ ກ່າວ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ວິ​ທີ​ທີ່​ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ ຈະ​ປະ​ຕິ​ບັດ​ຕໍ່​ພັນ​ທະ​ມິດ​ນັ້ນ ຖ້າ​ທ່ານ​ຖືກ​ເລືອກ​ເປັນ​ສະ​ໄໝ​ທີ​ສອງ​ໃນ​ການ​ເລືອກ​ຕັ້ງ​ຂອງ​ເດືອນ​ພະ​ຈິກນີ້.

ການ​ປ່ຽນ​ແປງ​ດັ່ງ​ກ່າວ​ເປັນ​ຂີດ​ໝາຍ​ຂອງ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່ ​ໃນ​ຈຸດ​ສູນ​ກາງ​ຂອງ​ຄວາມ​ຈິງ​ຈັງ​ຂອງ​ພັກ. ໃນ​ຊຸມ​ປີ​ນັບ​ຕັ້ງ​ແຕ່​ທ່ານ ທ​ຣຳ ໄດ້​ກາຍ​ເປັນ​ສຽງ​ນຳ​ໜ້າ ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ນັ້ນ, ທ່ານ​ໄດ້​ແກ່​ເອົາ​ພັກ​ດັ່ງ​ກ່າວ​ ໄປ​ສູ່​ກາ​ນ​ຖືກ​ແຍກ​ໂດດ​ດ່ຽວຫຼາຍ​ຂຶ້ນ, ເຊິ່ງ​ໃນ​ນັ້ນ​ສາຍ​ພົວ​ພັນ​ກັບ​ປະ​ເທດ​ອື່ນໆ​ແມ່ນ​ຖືກ​ພິ​ຈາ​ລະ​ນາເຖິງການ​ເຮັດ​ທຸ​ລະ​ກິດຢູ່​ທົ່ວ​ທຸກ​ແຫ່ງຫຼາຍກວ່າ, ແລະ ຄວາມ​ສຳ​ຄັນ​ທີ່​ຮັກ​ສາ​ສະ​ຖາ​ນະ​ພາບ​ຂອງ ສະ​ຫະ​ລັດ ​ເປັນ​ຜູ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕ​ອື່ນໆ​ແມ່ນ​ໄດ້ຫຼຸດ​ໜ້ອຍ​ລົງ.

ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ຝູງ​ຄົນ​ໃນ​ລັດ ຄາ​ໂຣ​ໄລ​ນາໃຕ້ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ເວ​ລາ​ທີ່​ທ່ານ​ໄດ້ຢຸດ​ຄຳ​ປາ​ໄສ​ທີ່​ໄດ້​ກະ​ກຽມ​ໄວ້​ດ້ວຍ​ການ​ເວົ້​າ​ເປັນ​ເວ​ລາ​ດົນ​ນານໃນ​ຫົວ​ຂໍ້ ກ່ຽວ​ກັບ ອົງ​ການ​ສົນ​ທິ​ສັນ​ຍາ​ແອັດ​ແລນ​ຕິກ​ເໜືອ​ນັ້ນ, ເຊິ່ງ​ຖືກ​ກໍ່​ຕັ້ງ​ຂຶ້ນ​ໃນ​ປີ 1949 ນັ້ນ​ເປັນກຳ​ແພງ​ປ້ອງ​ກັນ​ພວກ​ແຜ່​ຂະ​ຫຍາຍ​ອຳ​ນາດ​ແບບ​ຮຸກ​ຮານ​ເຊັ່ນ ສະ​ຫະ​ພາບ​ໂຊ​ຫວຽດ, ເຊິ່ງ​ຕອນນີ້​ແມ່ນ ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG