ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ບາງ​ປະ​ເທດ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢາກ​ໃຫ້​ຫາ​ລື​ກັນ ຢ່າງ​ເປີດ​ເຜີຍ ກ່ຽວ​ກັບ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ໃນ​ເກົາ​ຫ​ຼີ​ເໜືອ


ຜູ້​ຄົນ​ພວມ​ເບິ່ງ​ໂທ​ລະ​ພາບ ທີ່​ອອກ​ຂ່າວ​ກ່ຽວ​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 12 ຕຸ​ລາ 2021.
ຜູ້​ຄົນ​ພວມ​ເບິ່ງ​ໂທ​ລະ​ພາບ ທີ່​ອອກ​ຂ່າວ​ກ່ຽວ​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 12 ຕຸ​ລາ 2021.

ຫຼາຍ​ໆ​ປະ​ເທດ​ສະ​ມາ​ຊິກ​ ຂອງສະ​ພາ​ຄວາ​ມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ບວກຍີ​ປຸ່ນ ​ໄດ້​ຮຽກ​ຮ້ອງ​ໃຫ້​ຄູ່​ຕຳ​ແໜ່ງ​ຂອງ​ຕົນ ຢູ່​ໃນ​ສະ​ພາ ​ທີ່​ມີ 15 ປະ​ເທດ​ເປັນ​ສະ​ມາ​ຊິກ ໃຫ້ຈັດການ​ຮັບ​ຟັງ​ຄຳ​ໃຫ້​ການ​ຢ່າງ​ເປັນ​ການ​ເປີດ​ເຜີຍ ກ່ຽວ​ກັບສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ເກົາ​ຫຼີ​ເໜືອ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ທ່ານ​ນາງ​ລິນ​ດາ ໂທ​ມັ​ສ ກ​ຣີນ​ຟິ​ລ ກ່າວ​ຕໍ່​ພວກ​ນັກ​ຂ່າວ ໃນ​ນາມ​ລັດ​ຖະ​ບານ​ຂອງ​ທ່ານ​ນາງແລະ​ອັງ​ກິດ ພ້ອມ​ກັບ​ແອັ​ສ-​ທົວເນຍ ຝ​ຣັ່ງ ໄອ​ຣ໌​ແລນ ຍີ່​ປຸ່ນ ແລະ​ນໍ​ເວ ໂດຍ​ເວົ້າ​ວ່າ “ການ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ​ເປັນ​ພິ​ເສດ​ຂອງ​ອຳ​ນາດ​ການ​ປົກ​ຄອງ ເຊັ່ນ​ວ່າ​ໂຄງ​ການອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ​ທີ່​ຜິດ​ກົດ​ໝາຍ ແລະ​ໂຄງ​ການ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ແມ່ນພວມ​ທຳ​ລາຍ​ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງ​ ຂອງ​ລະ​ຫວ່າງ​ປະ​ເທດແລະ​ຈະ​ຕ້ອງ​ເປັນ​ບູ​ລິ​ມະ​ສິດ ຢູ່​ໃນ​ສະ​ພາ​ດັ່ງ​ກ່າວ.” ປະ​ເທດ​ຕ່າງໆ​ທັງ​ໝົດແມ່ນ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ຍົກ​ເວັ້ນ​ແຕ່​ຍີ່​ປຸ່ນ.

ໃນ​ປີ 2014 ຄະ​ນະ​ກຳ​ມາ​ທິ​ການ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະປະ​ຊາ​ຊາດໄດ້​ພິ​ມ​ເຜີຍ​ແຜ່​ລາຍ​ງານ​ທີ່​ຍືດ​ຍາວ​ແລະ​ຕ້ອງ​ຕິ​ຢ່າງ​ແຮງ ກ່ຽວ​ກັບສະ​ຖາ​ນະ​ການ​ໃນ​ເກົາ​ຫຼີ​ເໜືອ ໂດຍ​ກ່າວ​ວ່າ “ການ​ກໍ່​ໂທດ​ກຳ​ຕ້ານ​ມະ​ນຸດ​ຊາດ​ໃນ​ຂອບ​ເຂດ​ທີ່​ບໍ່​ສາ​ມາດ​ພັນ​ລະ​ນາ​ໄດ້ຍັງ​ສືບ​ຕໍ່​ມີ​ການ​ກໍ່​ຂຶ້ນ​ຢູ່​ໃນ ສ​ປ​ປ ເກົາ​ຫຼີ.

ນັບ​ແຕ່ນັ້ນ​ມາ ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ກໍ​ໄດ້​ເລີ້ມ​ມີ​ການ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ​ກໍ​ຖືກ​ຍົກ​ຂຶ້ນ​ມາ​ຫາ​ລື​ກັນ ໃນ​ທຸກໆເດືອນ​ທັນ​ວາ ເຖິງ​ແມ່ນ​ໄດ້​ມີ​ການ​ຄັດ​ຄ້ານ​ຂອງ​ສະ​ມາ​ຊິກ​ບາງ​ປະ​ເທດທີ່​ກ່າວ​ວ່າສະ​ພາ​ຄວາມ​ໝັ້ນ​ຄົງ​ບໍ່​ແມ່ນ​ບ່ອນ​ເໝາະ​ສົມ​ທີ່​ຈະ​ຫາ​ລື​ກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວ.

ໃນ​ວັນ​ພຸດ​ວານນີ້ ທາງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ສະ​ຖາ​ນະ​ການດັ່ງ​ກ່າວ ກ່ອນ​ທີ່​ທ່ານ​ນາງ​ໂທ​ມັ​ສ ກ​ຣີນ​ຟິ​ລ​ ຈະ​ອອກ​ມາ​ຖະ​ແຫຼງໂດຍ​ມີ​ເອກ​ອັກຄະ​ລັດ​ຖະ​ທູດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ມີ​ຊື່​ຢູ່​ໃນ​ຖະ​ແຫຼງ​ການ​ພາ​ກັນ​ມາ​ຢືນ​ຄຽງ​ຂ້າງ. ເປັນ​ທີ່​ຄາດ​ກັນ​ວ່າ ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະຫະ​ປະ​ຊາ​ຊາດ​ຈະ​ຮັບ​ຮອງ​ເອົາ ຢູ່​ໃນ​ລາຍ​ງານ​ປະ​ຈຳ​ປີ​ຂອງ​ຕົນ ປະ​ນາມ​ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸ​ດ​ຂອງ​ເກົາຫຼີ​ເໜືອ​ໃນ​ວັນ​ພະ​ຫັດ​ມື້ນີ້.

ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ ອຳ​ນາດ​ການ​ປົກ​ຄອງ​ເກົາ​ຫຼີ​ເໜືອ ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ຕ້ອງ​ຕິ​ຂອງ​ນາໆ​ຊາດ ກ່ຽວ​ກັບ​ປະ​ຫວັດ​ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ຂອງ​ຕົ​ນ​ທີ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ກ່າວ​ວ່າ “ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ​ໂດຍ​ກຳ​ລັງ​ທີ່ເປັນ​ປໍ​ລ​ະ​ປັກ” ແລະ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ປຸກ​ລະ​ດົມ ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ລັດ​ຖະ​ບານຂອງ​ຕົນ.

ການ​ລ່ວງ​ລະ​ເມີດ ​ທີ່​ຍັງ​ດຳ​ເນີນ​ຢູ່​ຕ່ໍ​ມາ ແມ່ນ​ຮວມ​ທັງ​ຄາດ​ຕະ​ກຳ ໃຊ້​ແຮງ​ງານ​ແບບ​ຂ້າ​ທາດ ທໍ​ລະ​ມານ ການ​ຈັບ​ກຸມ​ຄຸມ​ຂັງ ການ​ຂົ່ມ​ຂືນ​ສຳ​ເລົາ ການ​ບັງ​ຄັບໃຫ້​ເຮັດ​ແທ້ງ ການ​ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນ ການ​ບໍ່​ໃຫ້​ກິນ​ເຂົ້າ​ກິນ​ນ້ຳ ແລະ​ການປະ​ຫັດ​ປະ​ຫານ​ທາງ​ດ້ານ​ການ​ເມືອງ ສາ​ສະ​ໜາ ເຊື້ອ​ຊາດ​ຜິວ​ພັນ ແລະ​ລົງ​ໂທດທາງ​ເພດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG