ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ອະວຸໂສ ລາວອາເມຣິກັນ ມີບັນຫາ ໃນການລົງທະບຽນທາງອອນລາຍ ເພື່ອສັກຢາວັກຊີນ ກັນໂຄວິດ-19


ນາຍແພດຄົນນຶ່ງກຳລັງຕຽມເຂັມສັກຢາວັກຊີນກັນໂຄວິດ-19 ຢູ່ສະຖານທີ່ແຫ່ງນຶ່ງ ເມື່ອວັນທີ 8 ກຸມພາ 2021.
ນາຍແພດຄົນນຶ່ງກຳລັງຕຽມເຂັມສັກຢາວັກຊີນກັນໂຄວິດ-19 ຢູ່ສະຖານທີ່ແຫ່ງນຶ່ງ ເມື່ອວັນທີ 8 ກຸມພາ 2021.

ເຖິງແມ່ນວ່າລັດຖະບານສະຫະລັດ ໄດ້ປະກາດ ໃຫ້ມີການຊັກຢາວັກຊີນເພີ້ມຂຶ້ນ ພ້ອມ
ທັງລະດົມກຳລັງທະຫານຮັກສາດິນແດນ ແລະນາຍແພດ ເພື່ອຊ່ວຍສັກຢາວັກຊີນ ໃຫ້
ແກ່ປະຊາຊົນໄວຂຶ້ນ ສໍາລັບປ້ອງກັນພະຍາດໂຄວິດ-19 ທີ່ກຳລັງລະ ບາດຢູ່ກໍຕາມ.
ແຕ່ການປະຕິບັດດັ່ງກ່າວຍັງບໍ່ທັນເປັນທີ່ທົ່ວເຖິງ ຍ້ອນວ່າບັນດາ ຜູ້ໄດ້ຮັບບູລິມະສິດ ທີ່
ມີອາຍຸແຕ່ 65 ປີຂຶ້ນ ໄປຍັງປະສົບກັບບັນຫາການລົງທະ ບຽນທາງອອນລາຍ ເພື່ອຂໍ
ນັດພົບວັນ ແລະ ເວລາການສັກຢາ. ໂດຍສະເພາະ ຢູ່ເມືອງເຊນປີເຕີສະເບີກ (Saint Petersburg) ລັດຟລໍຣິດາຕັ້ງຢູ່ທາງພາກຕາ ເວັນອອກສຽງໃຕ້ສຸດຂອງສະຫະລັດ. ຢູ່
ເມືອງເຊນປີເຕີສະເບີກນີ້ມີຄອບຄົວລາວ ອາເມຣິກັນຢູ່ 48 ຄອບຄົວ ປະກອບດ້ວຍອາ
ຍຸເຍົາໄວແລະຈຳນວນນຶ່ງນັ້ນແມ່ນ ບັນດາຜູ້ອາວຸໂສ. ບັນດາທ່ານເຫລົ່ານີ້ໄດ້ປະສົບ
ກັບບັນຫາການລົງທະບຽນສັກຢາວັກຊີນທາງອອນລາຍ ເພາະບໍ່ຮູ້ຈັກໃຊ້ຄອມພິວເຕີ
ບໍ່ຮູ້ພາສາ ພ້ອມທັງການໄປມາ ກໍບໍ່ສະດວກ ຊຶ່ງທັງໝົດນີ້ເປັນສາເຫດ ເຮັດໃຫ້ພາດໂອ
ກາດແລະມີການຫລ້າຊ້າ.

ທ່ານຈັນໂທ ວໍຣະສານ ອາຍຸ 78 ປີ ສະມາຊິກປະຊາຄົມລາວອາເມຣິກັນ ຢູ່ໃນ ເຂດເມືອງ
ເຊນປີເຕີສະເບີກ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດໄປແລ້ວອາທິດ ແລ້ວນີ້ ທ່ານໄດ້
ກ່າວເຖິງຂັ້ນຕອນ ຂອງຄວາມສະຫລັບຊັບຊ້ອນສູ່ ວີໂອເອ ຟັງ ດັ່ງນີ້:

ລັດຟລໍຣິດາ ເຄີຍໄດ້ເປັນລັດນຶ່ງທີ່ນຳໜ້າໝູ່ໃນການຕິດໂຄວິດ-19 ເພາະເປັນລັດ ທ່ອງ
ທ່ຽວ ຕັ້ງຢູ່ແຄມທະເລແລະມີອາກາດອົບອຸ່ນຢູ່ຕະຫຼອດປີ. ປັດຈຸບັນນີິ້ຈຳນວນ ຜູ້ຕິດເຊື້ອ
ໂຄວິດ-19 ໄດ້ຫລຸດລົງ ແຕ່ກໍຍັງເປັນອັນຕະລາຍຢູ່ ເພາະສະນັ້ນ ທາງການຍັງຮຽກຮ້ອງ
ໃຫ້ປະຊາຊົນ ພາກັນໃສ່ໜ້າກາກ ຢືນຢູ່ຫ່າງກັນແລະໃຫ້ມີຄວາມ ລະມັດລະວັງຢູ່ສະເໝີ.

XS
SM
MD
LG