ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະ​ຊ​າ​ຄົມ​ລາວ​ອາ​ເມ​ຣິ​ກັນ ຍັງ​ຕິດກັບ​ໂຄວິດ-19 ແລະ​ຖືກ​ຂົ່ມ​ຂູ່​ໃໝ່​ຈາກ ​ພະ​ຍ​າດ​ໝາກ​ສຸກ​ລີງ


 ຄົນ​ພາ​ກັນ​ຢືນ​​ລໍ​ຖ້າສັກ​ຢາ​ປ້ອງ​ກັນ​ໝາກ​ສຸກ​ລີງ ວັນ​ທີ 28 ພຶດ​ສະ​ພາ 2022 ໃນ​ເມືອງ Encino ລັດ​ຄາ​ລິ​ຟໍ​ເນຍ
ຄົນ​ພາ​ກັນ​ຢືນ​​ລໍ​ຖ້າສັກ​ຢາ​ປ້ອງ​ກັນ​ໝາກ​ສຸກ​ລີງ ວັນ​ທີ 28 ພຶດ​ສະ​ພາ 2022 ໃນ​ເມືອງ Encino ລັດ​ຄາ​ລິ​ຟໍ​ເນຍ

ໃນສອງສາມມື້ທີ່ຜ່ານມານີ້ ລັດຄາລິຟໍເນຍ ຕິດຕາມດ້ວຍລັດອິລລິນອຍ ແລະນິວຢອກ ໄດ້ປະກາດພາວະສຸກເສີນດ້ານສຸຂະພາບ. ປັດຈຸບັນນີ້ ມີລາຍງານເກືອບ 6.000 ກໍລະນີ ກ່ຽວກັບຕິດເຊື້ອພະຍາດ Monkeypox ຫລື ຕຸ່ມໝາກສຸກລີງຢູ່ທົ່ວ 48 ລັດ ຮວມທັງນະຄອນຫລວງວໍຊິງຕັນ ແລະ ເປີໂຕຣິໂກ ທີ່ເປັນເຂດແດນຂອງສະຫະລັດ, ອີງຕາມລາຍງານສູນກາງປ້ອງກັນ ແລະຄວບຄຸມພະຍາດຂອງສະຫະລັດ.

ທ່ານເສລີ ເທບພະພອນ ຄົນລາວອາເມຣິກັນທີ່ຕັ້ງຖິ່ນຖານຢູ່ເຂດ ເບເອເຣຍ, ເມືອງແຊນແຟຣນຊິສໂກ ລັດຄາລິ ຟໍເນຍ ໄດ້ກ່າວຕໍ່ວີໂອເອລາວ ກ່ຽວກັບ ຄວາມທີ່ໜ້າເປັນຫ່ວງຂອງພະຍາດນີ້ ທີ່ກຳລັງເກີດຂຶ້ນທ່າມກາງໂຣກລະບາດ ໂຄວິດ-19 ສູ່ຟັງວ່າ:

ຜູ້ປົກຄອງລັດຄາລິຟໍເນຍ ທ່ານ ແກວິນ ນິວຊຳ (Gavin Newsom)ໄດ້ປະກາດພາວະສຸກເສີນໃນວັນຈັນທີ່ຜ່ານ ມາ ກ່ຽວກັບການແຜ່ລະບາດຢ່າງວ່ອງໄວຂອງພະຍາດ Monkeypox ແລະ ສະໜັບສະໜູນໃຫ້ມີການສັກຢາວັກຊີນປ້ອງກັນ.

ພະຍາດຕຸ່ມໝາກສຸກລີງສາມາດຕິດແປດຜ່ານທາງຜິວໜັງ ແລະຜ່ານການຫາຍໃຈໃສ່ກັນ. ຜູ້ທີ່ຕິດເຊື້ອໂຣກດັ່ງກ່າວນີ້ສ່ວນຫຼາຍເປັນຄົນໃນກຸ່ມຮັກເພດດຽວກັນ. Monkeypox ແມ່ນພະຍາດທີ່ເກີດຂຶ້ນຢູ່ໃນເຂດອາຟຣິກາ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG