ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ຈຳນວນນຶ່ງ ຕົກໃຈກັບ ກໍລະນີ COVID-19 ໃໝ່ໃນປະເທດ ແຕ່ກໍບໍ່ຢ້ານ


ຜູ້ໂດຍສານຍ່າງຜ່ານກ້ອງກວດອຸນຫະພູມ ຢູ່ເຂດຂາເຂົ້າຂອງສະໜາມບິນສາກົນວັດໄຕ, ນະຄອນຫຼວງ ວຽງຈັນ. 11 ມີນາ, 2020.
ຜູ້ໂດຍສານຍ່າງຜ່ານກ້ອງກວດອຸນຫະພູມ ຢູ່ເຂດຂາເຂົ້າຂອງສະໜາມບິນສາກົນວັດໄຕ, ນະຄອນຫຼວງ ວຽງຈັນ. 11 ມີນາ, 2020.

ຫຼັງຈາກໄດ້ພົບກໍລະນີ COVID-19 ໃໝ່ເຖິງ 14 ກໍລະນີໃນອາທິດທີ່ຜ່ານມາ, ປະຊາຊົນ ລາວ ກໍປາກົດວ່າຍັງດຳລົງຊີວິດຕາມປົກກະຕິ, ແລະ ລັດຖະບານກໍບໍ່ໄດ້ປະກາດໃຊ້ຂໍ້ຫ້າມ COVID-19 ທີ່ເຄັ່ງຄັດຫຼາຍຄືນໃໝ່ຄືຕອນເລີ່ມຕົ້ນ ຂອງໂຣກລະບາດ.

ໃນຜູ້ທີ່ຕິດເຊື້ອ 14 ຄົນນັ້ນ, 13 ຄົນແມ່ນຕ່າງປະເທດ ແລະ ຄົນນຶ່ງແມ່ນຄົນ ລາວ, ແຕ່ລັດຖະບານບໍ່ໄດ້ເປີດເຜີຍສັນຊາດຂອງຄົນຕ່າງປະເທດດັ່ງກ່າວ.

ພວກເຮົາໄດ້ຖາມປະຊາຊົນ ລາວ ກ່ຽວກັບ ການພົບກໍລະນີໃໝ່ນີ້ ເຂົາເຈົ້າກໍວ່າເປັນຫ່ວງຢູ່ ແຕ່ກໍບໍ່ຢ້ານ ດັ່ງທີ່ທ່ານ ຂັນທະນູ ປະຊາຊົນ ລາວ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ກ່າວວ່າ “ກະຕົກໃຈແຮງເນາະ ເພາະວ່າມັນມາບາດດຽວຫຼາຍ, ຫຼາຍຄົນເນາະ 14 ຄົນ. ແຕ່ຮູ້ສຶກຢ້ານບໍ່ກະຢ້ານ, ແຕ່ ວ່າເຮົາກະຢູ່ໃນ ຄວາມລະມັດລະວັງເນາະ. ເຊິ່ງວ່າຜູ້ທີ່ເດີນທາງເຂົ້າມາຫັ້ນ ເຂົາເຈົ້າກະຢູ່ໃນ ລະ ບົບການກັກຕົວ 14 ວັນ. ແຕ່ວ່າເວລາກວດພົບກະຢູ່ໃນບ່ອນກັກຕົວຢູ່, ເຊິ່ງຢູ່ໃນຄວາມຄຸ້ມຄອງ ຂອງໜ່ວຍສະເພາະກິດ ແລະ ແພດໝໍທີ່ດູແລ.”

ປະຊາຊົນ ລາວ ແມ່ນບໍ່ໄດ້ກັງວົນໃຈຫຼາຍກັບການຕິດເຊື້ອໃໝ່ນີ້ ເພາະວ່າຜູ້ທີ່ຕິດເຊື້ອບໍ່ໄດ້ເຂົ້າໄປປະປົນກັບສັງຄົມ ລາວ ເທື່ອ, ເນື່ອງຈາກຖືກກວດພົບກ່ອນ.

ສຳລັບເລື່ອງຄວາມຫວັງ ກ່ຽວກັບ ຢາວັກຊີນ, ທ່ານ ຂັນທະນູ ກ່າວວ່າ “ຖ້າໄດ້ມາລາວໄວຊໍ່າໃດ ກໍຍິ່ງດີ, ເພາະວ່າເຮົາຈະໄດ້ໃຊ້ໃນການຮັກສາ ຫຼື ປິ່ນປົວຜູ້ທີ່ຕິດເຊື້ອ. ຖ້າບໍ່ໄດ້ມາໄວກະບໍ່ເປັນຫຍັງ,​ ທາງເຮົາກະຕ້ອງຢູ່ໃນລະບົບລະບຽບ. ມີມາດຕະການໃນການປ້ອງກັນຄືເກົ່າ.”

ໃນວັນອັງຄານທີ່ຜ່ານມາ ບັນດານະມາຊິກຂອງຄະນະກຳມະການທີ່ປຶກສາສູນກາງຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ ໄດ້ພິຈາລະນາບັນດາພະນັກງານປິ່ນປົວສຸຂະພາບ ແລະ ສະຖານທີ່ເບິ່ງແຍງຄົນຊະລາເປັນນຶ່ງໃນພວກຄົນ ອາເມຣິກັນ ກຸ່ມທຳອິດທີ່ຈະໄດ້ຮັບຢາວັກຊີນ COVID-19.

XS
SM
MD
LG