ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຄວາມຢ້ານກົວວ່າ ໂຄວິດ-19 ຈະແຜ່ລະບາດຫຼາຍຂຶ້ນ ຂະນະທີ່ມີຫຼາຍຄົນ ຕິດພະຍາດນີ້ ໃນກຸ່ມແຮງງານລາວ ທີ່ກັບມາຈາກໄທ


ດ່ານຂ້າມຊາຍແດນສາກົນ ຂົວມິດຕະພາບ ລາວ-ໄທ ໃນນະຄອນຫຼວງວຽງຈັນ
ດ່ານຂ້າມຊາຍແດນສາກົນ ຂົວມິດຕະພາບ ລາວ-ໄທ ໃນນະຄອນຫຼວງວຽງຈັນ

ຂະນະທີ່ການລະບາດຂອງພະະຍາດໂຄວິດ-19 ຢູ່ໃນໄທ ຍັງສືບຕໍ່ເພີ້ມ ຂຶ້ນຢູ່ນີ້ ການຫລັ່ງໄຫລຂອງແຮງງານລາວກັບມາຈາກໄທກໍນັບມື້ນັບຫລາຍຂຶ້ນ ຊຶ່ງໃນແຕ່ລະວັນທີ່ເຂົາເຈົ້າກັບມາ ກໍລວມມີຜູ້ຕິດເຊື້ອພະຍາດນີ້ຫລາຍສົມຄວນ ຈົນກາຍເປັນກຸ່ມຕົ້ນຕໍ ທີ່ເຮັດໃຫ້ຈໍານວນຜູ້ຕິດເຊື້ອໃໝ່ໃນລາວສູງຂຶ້ນໃນເດືອນ ກວ່າມານີ້. ສະພາບການນີ້ບໍ່ພຽງແຕ່ເຮັດໃຫ້ການຈັດການສູນຮອງຮັບພວກກ່ຽວ ຢູ່ໃນເຂດພາກໃຕ້ຂອງລາວ ປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນ ມັນຍັງເຮັດໃຫ້ ປະຊາຊົນ ໃນຂົງເຂດນັ້ນ ມີຄວາມເປັນຫ່ວງຢ້ານວ່າພະຍາດນີ້ຈະແຜ່ລະບາດ ອອກໄປຫລາຍ. ໄຊຈະເລີນສຸກມີລາຍງານເລື້ອງນີ້ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຂະນະທີ່ໄທຍັງສືບຕໍ່ປະເຊີນກັບກະແສລະບາດຂອງໄວຣັສໂຄໂຣນາຢ່າງໜັກ ເມື່ອມໍ່ໆມານີ້ ກໍເຮັດໃຫ້ແຮງງານລາວ ຂາດວຽກເຮັດງານທໍາ ແລ້ວພາກັນຮີບຮ້ອນກັບບ້ານຈໍານວນຫລາຍເປັນພິເສດ ໃນໄລຍະເດືອນນຶ່ງຜ່ານມານີ້ ໂດຍສະເພາະແມ່ນຢູ່ໃນສອງແຂວງພາກໃຕ້ຂອງລາວ ຄືແຂວງຈໍາປາສັກ ແລະແຂວງສະຫວັນນະເຂດ ທີ່ມີແຮງງານລາວຫລັ່ງໄຫລຂ້າມຊາຍແດນ ເຂົ້າໄປຫລາຍໃນແຕ່ລະວັນ ແລະກໍມີຜູ້ຕິດເຊື້ອໃນກຸ່ມແຮງງານລາວຫລາຍ ກວ່າໝູ່ທີ່ສຸດໃນປະເທດ ລວມທັງຜູ້ຕິດເຊື້ອໄວຣັສໂຄໂຣນາ ສາຍພັນແດລຕາ ຊຶ່ງເປັນສາຍພັນທີ່ ເຮັດໃຫ້ຕິດກັນໄດ້ງ່າຍ ແລະເສຍຊີວິດໄວກວ່າ ທີ່ພົບຢູ່ໃນ ພວກເຂົ້າໄປຢູ່ສູນກັກກັນໂຕຢູ່ແຂວງຈໍາປາສັກ ເມື່ອມໍ່ໆມານີ້ອີກດ້ວຍ ດັ່ງການບອກເລົ່າຂອງເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໃນເມືອງປາກເຊ ກ່ຽວກັບການຫລັ່ງໄຫລກັບບ້ານ ໂດຍຜ່ານດ່ານຊາຍແດນ ຢູ່ໃນແຂວງ ດັ່ງກ່າວນັ້ນວ່ານັກທຸລະກິດຮ້ານອາຫານ ເຂດເມືອງປາກເຊ ແຂວງຈໍາປາສັກ ກ່າວວ່າ:

“ເຂົ້າມື້ຶ່ໜຶ່ງສາມສີ່ສິບ ກະເຂົ້າມື້ນີ້ ກະສາມສິບຫ້າຄົນ ຄັນເຂົ້າມາຖືກລະບຽບມັນສ່ຽງ ຢູ່ຫລັກ 21 ພຸ້ນ ຄຸກທັນສະໄໝພຸ້ນ ມັນຫ່າງກັນ ມັນເທົ່າໃດເຮັກຕາພຸ້ນມັນທັນສະໄໝສີ່ແຂວງພາກໃຕ້, ສູນມັນກະສະອາດຢູ່ດອກ ມັນກະຄຸກທັນສະໄໝ ລົງທຶນຕັ້ງເທົ້າໃດຕື້ ສໍາລັບແຂວງພາກໃຕ້ ແຕ່ເຂົາບໍ່ທັນໄດ້ນໍາໃຊ້ ຄວາມໝາຍວ່າ ເຂົາກະເລີຍໃຊ້ກ່ອນ.”

ສະພາບການນີ້ໄດ້ເຮັດໃຫ້ສະຖານທີ່ຮອງຮັບແລະອຸປະກອນປ້ອງກັນພະຍາດ ຂອງພະນັກງານ ທີ່ຮັບໃຊ້ໃນສູນກັກກັນໂຕຂາດເຂີນ ເຖິງແມ່ນວ່າສະຖານ ທີ່ກັກໂຕນັ້ນຈະກວ້າງຂວາງກໍຕາມ ແລະກໍເຮັດໃຫ້ຜູ້ຄົນເປັນຫ່ວງວ່າ ອາດຈະມີ ການແຜ່ຜາຍເຊື້ອພະຍາດດັ່ງກ່າວໃນກຸ່ມແຮງງານ ແລະພວກເຮັດວຽກໃນສູນ ກັກກັນນັ້ນ ຫລາຍສົມຄວນ ດັ່ງເຈົ້າຂອງຮ້ານອາຫານທີ່ກ່າວມາຂ້າງເທິງນັ້ນ ສະແດງຄວາມຄິດເຫັນອອກມາວ່າ:

“ຢ້ານຕິຂອງໃຜກະມາຫລັ່ງເຂົ້າພີ້ໝົດ ກະມີຫັ້ນແຫລະຄົນຄີລີ ຄົນອີ່ຫຍັງກະມີຄົນ ຊະນະສົມບູນຂອງໃຜ ກະຫລັ່ງເຂົ້າມາແຕ່ດ່ານນີ້ເນາະ ຄົນອັດຕະປື ເຊກອງ ວຽງຈັນ ສະຫວັນນະເຂດ ພວກໄປໄທຫລັ່ງເຂົ້າດ່ານນີ້ໝົດ ມັນຈົນຊິບໍ່ໄຫວຕິ ຈົນຂໍສູນກາງຊ່ວຍຢູ່.”

ເມື່ອເວົ້າເຖິງການຮອງຮັບຕໍ່ການຫລັ່ງໄຫລກັບມາຂອງແຮງງານລາວຢູ່ໃນແຂວງ ສະຫວັນນະເຂດ ບ່ອນມີຜູ້ຕິດເຊື້ອອັນດັບສອງຂອງປະເທດ ແລະກໍຕົ້ນຕໍ ແມ່ນມາຈາກການຕິດເຊື້ອທີ່ນໍາເຂົ້າເຊັ່ນກັນນັ້ນ ຫລາຍຄົນເຫັນວ່າ ສະພາບ ການນີ້ ກໍຍິ່ງຮ້າຍແຮງກວ່າ ເພາະບໍ່ມີສູນກັກກັນໂຕທີ່ກວ້າງຂວາງຈຶ່ງເກີນ ຄວາມສາມາດຈະຮອງຮັບໄດ້ ແລະໄດ້ເຮັດໃຫ້ກໍາມະກອນທີ່ກັບມາບໍ່ມີເງິນ ໄປເສຍຄ່າພັກເຊົາໃນໂຮງແຮມຫລືບ້ານພັກ ກໍຈະມີຄວາມສ່ຽງສູງໃນການ ຕິດພະຍາດຢູ່ໃນສູນກັກໂຕຫລາຍແຫ່ງໃນແຂວງນັ້ນ ດັ່ງທີ່ປະຊາຊົນທ່ານນຶ່ງໃນເມືອງສະຫວັນນະເຂດ ເລົ່າສູ່ຟັງວ່າ:

“ສ່ວນຫລາຍມັນຕິດກັນ ມັນແອອັດກັນໂພດ ເພາະວ່າຍອດຂອງໂຄວິດຫັ້ນເພີ້ມຂຶ້ນສອງມື້ແລ້ວເດ ສະຫວັນນະເຂດ ແລະຈໍາປາສັກ, ສະຫວັນນະເຂດ ອັນດັບສອງ ຈໍາປາສັກ ອັນດັບໜຶ່ງ. ຍ້ອນວ່າ ມັນແອອັດກັນໃນບ່ອນສູນກັກໂຕ ອີກຢ່າງນຶ່ງ ຍ້ອນວ່າບ້ານເຮົາກະເອົາມາລວມກັນເຂົ້າຫ້ອງນໍ້າກະລວມກັນ ຄັນວ່າຜູ້ມີເງິນມີຄໍາແນ່ ເພິ່ນກະເຂົ້າທີ່ພັກ ຫ້ອງພັກຫ້ອງໃຜຫ້ອງມັນລະກະແລ້ວ ສ່ວນປະຊາຊົນທຳມະດາກະໜັກ ໜັກຫລາຍຢ່າງຢູ່.”

ໃນທົ່ວລາວນັ້ນມາຮອດວັນເສົາ ທີ 10 ຜ່ານມາ ມີຜູ້ຕິດເຊື້ອທັງໝົດ 2,630 ຄົນ ເພີ້ມຂຶ້ນ 93 ຄົນ ຊຶ່ງໃນວັນນັ້ນ ແຂວງຈໍາປາສັກ ແລະ ສະຫວັນນະເຂດ ກໍມີຈໍານວນຜູ້ຕິດເຊື້ອນໍາໜ້າໝູ່ ຄືແຂວງລະ 45 ກໍລະນີ ໃນແຂວງສະຫວັນນະ ເຂດນັ້ນ ແມ່ນເປັນການຕິດເຊື້ອນໍາເຂົ້າມາ ໃນກຸ່ມແຮງງານກັບບ້ານໝົດ ສ່ວນ ແຂວງຈໍາປາສັກ ເປັນການຕິດເຊື້ອໃນຊຸມຊົນ 1 ກໍລະນີໃນຈໍານວນ 45 ກໍລະນີນັ້ນ. ສະນັ້ນ ຈຶ່ງເຮັດໃຫ້ອັດຕາຜູ້ຕິດເຊື້ອໃໝ່ປະຈໍາວັນ ໃນແຂວງ ສະຫວັນນະເຂດເພີ້ມຂຶ້ນຢ່າງໄວວາ ໃນເດືອນກໍລະກົດນີ້ ຊຶ່ງກໍຄື ຈາກມື້ລະ 7 ຄົນ ໃນວັນ ທີ 1 ມາເປັນ 45 ຄົນໃນວັນທີ 10 ຊຶ່ງສະເລ່ຍແລ້ວ ກໍແມ່ນມື້ລະ 17 ຫາ 18 ຄົນ ຊຶ່ງເປັນເລື້ອງທີ່ໜ້າເປັນຫວ່ງ ດັ່ງທີ່ປະຊາຊົນດັ່ງກ່າວ ໄດ້ໃຫ້ຄໍາເຫັນວ່າ:

“ສູ່ມື້ນີ້ເພິ່ນກະຄື ເພີ່ນກະຍັງປ່ອຍໆຄືເກົ່າ ກະມີຂ່າວນັ້ນຂ່າວນີ້ມາເລື້ອຍໆຢູ່ ມາເບິ່ງແລ້ວຄົນເຮົາກະຖືເບົາຫລາຍ ສ່ວນຫລາຍເປັນຂ່າວກະຕິດຫລາຍກ່ອນໝູ່ກະຢູ່ສູນກັກໂຕ ຄົນລາວສ່ວນຫລາຍກະມາຈາກເມືອງໄທ. ”

ຢູ່ໃນລາວ ແມ່ນມີຈໍານວນຜູ້ຕິດເຊື້ອໃໝ່ທີ່ໄດ້ຮັບການຢືນຢັນເພີ້ມຂຶ້ນ ສະເລ່ຍ ແລ້ວເກືອບຮອດ 52 ຄົນໃນແຕ່ລະວັນນັບແຕ່ມີການລະບາດຂອງໂຄວິດ-19ໃນເດືອນມີນາ 2020 ເປັນຕົ້ນມາ. ສ່ວນຢູ່ໄທນັ້ນ ແມ່ນມີອັດຕາຄົນຕິດເຊື້ອ ໃໝ່ ສະເລ່ຍວັນລະ 6,655 ຄົນ, ອີງຕາມຂໍ້ມູນໃນເວັບໄຊທ໌ Our World in Data ຂອງມະຫາວິທະຍາໄລ ແຄມບຣີສຈ໌ Cambridge ໃນອັງກິດ.

ມາຮອດວັນທີ 10 ກໍລະກົດຜ່ານມາ ຢູ່ໄທກໍມີຄົນຕິດເຊື້ອສະສົມທັງໝົດ 326,832 ຄົນ ແລະເສຍຊີວິດໄປແລ້ວ 2,625 ຄົນ, ອີງຕາມຂໍ້ມູນຂອງ ມະຫາວິທະຍາໄລຈອນສ໌ ຮັອບກິນສ໌ ໃນສະຫະລັດ. ສະນັ້ນທາງການໄທ ໃນວັນສຸກຜ່ານມາ ກໍໄດ້ປະກາດຫ້າມຄົນອອກເຮືອນນັບແຕ່ 9 ໂມງແລງ ຫາ 4 ໂມງເຊົ້າຢູ່ທົ່ວບາງກອກ ແລະ 9 ຈັງຫວັດ ນັບແຕ່ວັນຈັນມື້ນີ້ເປັນຕົ້ນໄປ ເພື່ອສະກັດກັ້ນການລະບາດ ຂອງພະຍາດດັ່ງກ່າວ, ອີງຕາມອົງການຂ່າວ AFP. ສະພາບການສຸກເສີນນີ້ ຍິ່ງຈະເຮັດໃຫ້ກະແສຫລັ່ງໄຫລ ຂອງແຮງງານ ກັບມາຈາກຂົງເຂດທີ່ກໍາລັງມີການລະບາດຂອງພະຍາດນີ້ໜັກໜ່ວງທີ່ສຸດໃນໄທເພີ້ມຂຶ້ນ ເມື່ອກິດຈະການສ່ວນໃຫຍ່ຖືກປິດລົງ ແລະກໍອາດຈະມີຜູ້ຕິດເຊື້ອເພີ້ມຂຶ້ນຢ່າງວ່ອງໄວອີກຢູ່ໃນລາວ ເພາະພວກກ່ຽວ ມາຈາກເຂດທີ່ມີຄວາມສ່ຽງສູງ ໃນການແຜ່ເຊື້ອໄວຣັສນີ້.

Video Related to Lao migrant workers in Thailand return home with Covid-19
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

XS
SM
MD
LG