ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງມີອາເມຣິກັນ ເຊື້ອສາຍລາວ ເສຍຊີວິດຈາກໄວຣັສໂຄໂຣນາ ໃນລັດຄາລີຟໍເນຍ


ຄົນພາກັນນັ່ງລໍຖ້າຢູ່ໃນລົດ ເພື່ອສັກຢາວັກຊິນປ້ອງກັນໂຄວິດ-19 ທີ່ສະໜາມກິລາ Dodger Stadium ໃນນະຄອນລອສ ແອລເຈີລິສ ວັນພຸດ ມັງກອນ ວັນທີ 27, 2021 ທີີ່ລັດຄາລິຟໍເນຍ.
ຄົນພາກັນນັ່ງລໍຖ້າຢູ່ໃນລົດ ເພື່ອສັກຢາວັກຊິນປ້ອງກັນໂຄວິດ-19 ທີ່ສະໜາມກິລາ Dodger Stadium ໃນນະຄອນລອສ ແອລເຈີລິສ ວັນພຸດ ມັງກອນ ວັນທີ 27, 2021 ທີີ່ລັດຄາລິຟໍເນຍ.

ສະຫະລັດໃນປັດຈຸບັນນີ້ ເຖິງແມ່ນວ່າລັດຖະບານກໍາລັງເລັ່ງການສັກຢາວັກຊິນປ້ອງກັນພະຍາດໃຫ້ຄົນທົ່ວປະເທດຢູ່ກໍຕາມ ແຕ່ກໍຍັງມີກໍລະນິຄົນຕິດພະຍາດໂຄວິດ-19 ສາຍພັນໃໝ່ ເພີ້ມຂຶ້ນຢ່າງຮ້າຍແຮງຢູ່ໃນຫລາຍລັດ ຊຶ່ງເຮັດໃຫ້ພວກຄົນປ່ວຍຕ້ອງໄດ້ເຂົ້າໄປປິ່ນປົວຢູ່ໂຮງໝໍຕ່າງໆ ແລະເສຍຊີວິດໄປເປັນອັນດັບນຶ່ງຂອງໂລກຢູ່. ລັດຄາລິຟໍເນຍທີ່ມີຄົນຕິດເຊື້ອພະຍາດນີ້ 3 ລ້ານ 6 ແສນກວ່າຄົນກໍເປັນລັດນຶ່ງທີ່ການຕິດພະຍາດໂຄວິດ-19 ແລະການເສຍຊີວິດ ໃນລະດັບນໍາໜ້າໝູ່ຢູ່ໃນສະຫະລັດ. ການເສຍຊີວິດຍ້ອນພະຍາດດັ່ງກ່າວເຫັນວ່າ ເປັນເລື້ອງມົນທິນຢູ່ໃນບາງປະຊາຄົມໂດຍສະເພາະຢູ່ໃນສັງຄົມລາວອາເມຣິກັນ ທີ່ຫຼາຍໆຄົນຍັງພາກັນປົກປິດຍ້ອນຄວາມລະອາຍ ແລະຢ້ານຖືກນິນທາ ດັ່ງທີ່ຍານາງປິ່ນຄຳ ຢູ່ໄດ້ຮູ້ເຫັນເຫດການຢູ່ໃນເຂດເມືອງລອງບິຈ໌ ລັດຄາລີຟໍເນຍກ່າວສູ່ ວີໂອເອ ຟັງວ່າ:

ການທີ່ບໍ່ເປີດເຜີຍກ່ຽວກັບການຕິດພະຍາດ ຫລືການເສຍຊີວິດຂອງຄົນໃນຄອບຄົວຕົນເອງຍ້ອນພະຍາດດັ່ງກ່າວ ຍິ່ງເຮັດໃຫ້ເປັນການຍາກທີ່ຈະປ້ອງກັນການຕິດເຊື້ອໃນປະຊາຄົມລາວ. ນອກຈາກນັ້ນອີກແລ້ວ ພະຍາດໂຄວິດ-19 ສາຍພັນໃໝ່ ຍັງໄດ້ຕິດແປດໃສ່ກັບພວກເດັກນ້ອຍ ທີ່ບໍ່ມີມາກ່ອນ ແລະໄດ້ສ້າງ ຄວາມເປັນຫ່ວງໃຫ້ ແກ່ບັນດານັກການແພດ.

XS
SM
MD
LG